ວັນທີ 28 ມິນາ 2023, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,
ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ.ໄດ້ຖະແຫລງຂ່າວ ຜົນສຳເລັດຂອງກອງປະຊຸມລັດຖະບານ ສະໄຫມສາມັນ ປະຈຳເດືອນ ມິນາ, ເຊິ່ງມີເນື້ອໃນ ດັ່ງນີ້:
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023 ໄດ້ດຳເນີນ ໃນວັນທີ 28-29 ມີນາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ຜູ້ຕາງໜ້າການນໍາ ບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023.
ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ດັ່ງນີ້:
ວາລະທີ 1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ກໍຄືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນລະພິດທາງອາກາດ. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນໍາເອົາບົດສະຫຼຸບວຽກງານ ແລະ ທິດທາງແຜນການດັ່ງກ່າວ ໄປປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນລະອຽດຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ພ້ອມກັນນີ້, ໄດ້ຊີ້ນໍາບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນເມສາ 2023, ສືບຕໍ່ເປັນເຈົ້າການ ແກ້ໄຂບັນດາອຸປະສັກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ຂໍ້ຄົງຄ້າງໃນການລົງທຶນ, ການກະກຽມຮອງຮັບນັກທ່ອງທ່ຽວ ໃນໄລຍະບຸນປີໃໝ່ລາວ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ການຄຸ້ມຄອງການເຄື່ອນຍ້າຍຂອງພົນລະເມືອງ, ຫາງສຽງບໍ່ດີໃນສື່ສັງຄົມອອນລາຍ. ພ້ອມກັນນີ້ ກໍໃຫ້ຮີບຮ້ອນແກ້ໄຂບັນຫາມົນລະພິດທາງອາກາດ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການທ່ອງທ່ຽວ ໃນໄລຍະກາງ ແລະ ໄລຍະຍາວ ໂດຍເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການບຸກລຸກເນື້ອທີ່ປ່າໄມ້, ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າໃນຂອບເຂດທົ່ວປະເທດ ໄປຄຽງຄູ່ກັບການຍົກລະດັບຄວາມເປັນເຈົ້າການໃນທົ່ວສັງຄົມ ຕໍ່ວຽກງານດັ່ງກ່າວ.
ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງແຜນຍຸດທະສາດ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ ຂອງ ສປປ ລາວ ແລະ ໄດ້ຊີ້ນຳກະຊວງການຕ່າງປະເທດ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງເນື້ອໃນຮ່າງແຜນຍຸດທະສາດດ່ັງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ. ພ້ອມກັນນີ້ ໃຫ້ຄົ້ນຄວ້າມາດຕະການຮັບມືກັບສິ່ງທ້າທາຍຕ່າງໆ ແຕ່ຫົວທີ. ສິ່ງສຳຄັນ ປະເທດເຮົາ ຕ້ອງເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍນຳໃຊ້ທ່າແຮງຂອງປະເທດເຮົາ.
ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ໄດ້ຊີ້ນຳ ທະນາຄານ ແຫ່ງ ສປປ ລາວ ໃຫ້ສົມທົບກັບພາກ ສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ພ້ອມທັງ ສ້າງລະບຽບການ ທີ່ກຳນົດເງື່ອນໄຂ, ຂັ້ນຕອນ ແລະ ກົນໄກການປະຕິບັດນະ ໂຍບາຍສິນເຊື່ອດັ່ງກ່າວ ໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ ບົນພື້ນຖານການນຳໃຊ້ແຫຼ່ງທຶນ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍສະເພາະແມ່ນໃຫ້ຕິດພັນກັບ ການກະຕຸ້ນເສດຖະກິດ, ການຜະລິດເປັນສິນຄ້າ ເພື່ອສະໜອງການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າ, ການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ການແກ້ໄຂບັນຫາຄ່າຄອງຊີບແພງ ແລະ ອື່ນໆ. ພ້ອມກັນນັ້ນ ກໍເຫັນດີໃຫ້ສ້າງຕັ້ງຄະນະຮັບຜິດຊອບຂັ້ນສູນກາງ ເພື່ອຄົ້ນຄວ້າກຳນົດເງື່ອນໄຂ, ຂັ້ນຕອນ, ກົນໄກ ການປະຕິບັດນະໂຍບາຍ ແລະ ການຄຸ້ມຄອງການນຳໃຊ້ສິນເຊື່ອດັ່ງກ່າວ ໂດຍມອບໃຫ້ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ບັນດາຮອງລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ ເປັນຄະນະ. ສ່ວນການແຕ່ງຕັ້ງຄະນະຂັ້ນແຂວງ ແມ່ນມອບໃຫ້ເຈົ້າແຂວງ ເປັນຜູ້ພິຈາລະນາແຕ່ງຕັ້ງ ເພື່ອຕິດຕາມ ແລະ ຄຸ້ມຄອງການນຳໃຊ້ສິນເຊື່ອດັ່ງກ່າວ.
ວາລະທີ 4 ກອງປະຊຸມ ໄດ້ພິຈາລະນາການລາຍງານ ກ່ຽວກັບການປະເມີນການປະຕິບັດກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ໄດ້ຊີ້ນຳ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ພາຍໃຕ້ການຊີ້ນຳ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານດັ່ງກ່າວ ລົງເລິກວິທີແກ້ໄຂຂໍ້ຄົງຄ້າງຕ່າງໆ ຕາມການປະເມີນໃນຄັ້ງນີ້ ເປັນຕົ້ນ ການປະຕິບັດນະໂຍບາຍທີ່ດິນ ຕໍ່ພົນລະເມືອງກິດຕິ ມະສັກ, ບັນຫາການຍົກເວັ້ນຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ໃນການອອກໃບຕາດິນ, ໃບນໍາໃຊ້ທີ່ດິນ ແລະ ການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງ ຕະ ຫຼອດຮອດ ການຄົ້ນຄວ້າແຫຼ່ງງົບປະມານ ເພື່ອຮັບໃຊ້ວຽກງານ ໂດຍໃຫ້ຄົ້ນຄວ້າການແກ້ໄຂຂໍ້ຄົງຄ້າງດັ່ງກ່າວຕົວຈິງ ອັນ ໃດຈະປັບປຸງນິຕິກຳ ທີ່ມີໃນປັດຈຸບັນ, ອັນໃດຈະສ້າງນິຕິກຳແນະນຳເພີ່ມຕື່ມ. ຫຼັງຈາກນັ້ນ ໃຫ້ສັງລວມລາຍງານລັດຖະບານ ເພື່ອພິຈາລະນາ ມີທິດຊີ້ນຳໃນຂັ້ນຕໍ່ໄປ.
ວາລະທີ 5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງປຸກສ້າງ (ສະບັບສ້າງໃໝ່) ໂດຍໃຫ້ປັບປຸງເປັນ ກົດໝາຍວ່າດ້ວຍອາກອນທີ່ດິນ, ສ່ວນເນື້ອໃນກ່ຽວກັບອາກອນສິ່ງປຸກສ້າງ ແມ່ນໃຫ້ນຳໄປຄົ້ນຄວ້າສ້າງເປັນນິຕິກຳຕ່າງຫາກ. ພ້ອມນີ້ ກອງປະຊຸມ ໄດ້ຊີ້ນຳ ກະຊວງການເງິນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ ໃຫ້ເປັນເອກະພາບກັນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງທີ່ປະກາດໃຊ້ໃນປັດຈຸບັນ; ການກຳນົດນະໂຍບາຍຍົກເວັ້ນອາກອນທີ່ດິນ ໃຫ້ຖືກເປົ້າໝາຍ ແລະ ສອດຄ່ອງກັບຕົວຈິງກວ່າເກົ່າ ທັງກວມເອົາກໍລະນີຜູ້ທີ່ຖືກຜົນກະທົບຈາກໄພພິບັດຕ່າງໆ, ວິລະຊົນແຫ່ງຊາດ ແລະ ກິດຈະການ ທີ່ລັດສົ່ງເສີມຕື່ມອີກ; ປັບປຸງມາດຕາ 13 ກ່ຽວກັບພື້ນຖານການຄິດໄລ່ອາກອນທີ່ດິນ ແລະ ມາດຕາ 14 ກ່ຽວກັບອັດຕາອາກອນທີ່ດິນປະເພດຕ່າງໆ ໃຫ້ກຳນົດເປັນຫຼັກການລວມ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແລະ ໃຫ້ແທດເໝາະກວ່າເກົ່າ ໂດຍອີງໃສ່ດ້ານເນື້ອທີ່, ປະເພດ ຫຼື ເປົ້າໝາຍການນຳໃຊ້ທີ່ດິນ, ເຂດທີ່ຕັ້ງຂອງດິນ ແລະ ອື່ນໆ, ທັງມີລັກສະນະສົ່ງເສີມການພັດທະນາທີ່ດິນ, ສ່ວນລາຍລະອຽດ ໃຫ້ພິຈາລະນາ ສ້າງເປັນນິຕິກຳສະເພາະ ເພື່ອສາມາດປັບປຸງໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ນຳເຂົ້າກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ.
ວາລະທີ 6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປົກຄອງ (ສະບັບສ້າງໃໝ່) ແລະ ໄດ້ຊີ້ນຳກະຊວງພາຍໃນ ໃຫ້ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງຈຸດປະສົງ ໃຫ້ສະແດງອອກການປົກຄອງທີ່ເຂັ້ມແຂງ, ມີປະສິດທິພາບ ແລະ ມີຄວາມເປັນເອກະພາບ; ການກຳນົດຫຼັກການ ໃຫ້ສະແດງອອກພາຍໃຕ້ການນຳພາຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ຢ່າງຈະແຈ້ງ; ການກຳນົດຂອດເຂດສິດຕ່າງໆ ໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ. ພ້ອມກັນນັ້ນ ກໍ່ໃຫ້ກວດກາ ແລະ ປັບປຸງຄືນ ບາງຈຸດທີ່ມີລັກສະນະຫຼໍ່ແຫຼມ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຮັດກຸມ ເພື່ອຫຼີກລ່ຽງຊ່ອງຫວ່າງ ສວຍໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ນຳມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ນຳສະເໜີສະພາແຫ່ງຊາດ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ.
ວາລະທີ 7. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການໃຫ້ສັນຊາດລາວ ແກ່ບຸກຄົນທີ່ລັດຕ້ອງການ (ສະບັບສ້າງໃໝ່) ແລະ ໄດ້ຊີ້ນຳ ກະຊວງພາຍໃນ ໃຫ້ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ ໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ກວ່າເກົ່າ; ປັບ ປຸງຊື່ຂອງດຳລັດ ໃຫ້ສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍ ໃນການສ້າງດຳລັດສະບັບນີ້; ການກຳນົດຫຼັກການ ແລະ ມາດຖານເງື່ອນໄຂ ໃນການໃຫ້ສັນຊາດ ລວມທັງ ການກຳນົດສິດ ແລະ ພັນທະ ຂອງຜູ້ຖືກໃຫ້ສັນຊາດ ຕ້ອງລະອຽດ, ຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ; ໃຫ້ຄົ້ນຄວ້າຕື່ມ ກ່ຽວກັບຜູ້ທີ່ມີຄົບມາດຖານເງື່ອນໄຂ ສະເໜີຂໍສັນຊາດລາວ ແຕ່ຍັງຢາກຖືສັນຊາດກຳເນີດ ໄວ້ນຳ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ນຳໄປຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ, ວັດທະນະທຳ ແລະ ສັງຄົມ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາ ໃນຂັ້ນຕໍ່ໄປ.
ວາລະທີ 8: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍລັດຖະ ກອນຄູ (ສະບັບປັບປຸງ) ແລະ ໄດ້ຊີ້ນຳໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຂໍ້ຫ້າມ ຂອງລັດຖະກອນຄູ ໃຫ້ຄົບຖ້ວນ ແລະ ຮັດກຸມກວ່າເກົ່າ; ການກຳນົດແຜນການກໍ່ສ້າງລັດຖະກອນຄູ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທັງກວມເອົາກໍ່ສ້າງພະນັກງານຄູ ເພື່ອສອນໂຮງຮຽນພາກເອກະຊົນນຳ; ການກຳນົດມາດຖານ ແລະ ເງື່ອນໄຂ ເຂົ້າເປັນຄູໃໝ່ ໃຫ້ສອດຄ່ອງກວ່າເກົ່າ. ພ້ອມກັນນີ້ ກໍ່ປັບປຸງຄຳສັບໃຫ້ສອດຄ່ອງກັບທີ່ນຳໃຊ້ໃນກົດໝາຍໃນຂົງເຂດການສຶກສາ ແລະ ກົດໝາຍກ່ຽວຂ້ອງອື່ນໆ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ນຳໄປຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາ ໃນຂັ້ນຕໍ່ໄປ.
ວາລະທີ 9. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ແລະ ໄດ້ຊີ້ນໍາ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຫຼັກການລວມກຳນົດຍຸດທະສາດ ແມ່ນໃຫ້ສອດຄ່ອງກັບແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໂດຍສະເພາະ ໂຄງປະກອບເສດຖະກິດ ແລະ ການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ; ໂຄງສ້າງ ແລະ ເນື້ອໃນຂອງຮ່າງຍຸດທະສາດ ໃຫ້ມີຄວາມກົມກຽວກັນ ແລະ ເຂົ້າໃຈງ່າຍກວ່າເກົ່າ; ເນື້ອໃນຍຸດທະສາດ ໃຫ້ເຫັນແຈ້ງ ທິດທາງ ແລະ ເປົ້າໝາຍການພັດທະນາ ໃນຕໍ່ໜ້າ; ກຳ ນົດກົນໄກການຕິດຕາມ ແລະ ຄຸ້ມຄອງແຮ່ທາດ ຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມຕື່ມ. ນອກນັ້ນ ໃຫ້ຈັດກອງປະຊຸມສຳມະນາວິຊາການ ເພື່ອລະດົມຄວາມຄິດເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງຕື່ມ ພາຍຫລັງປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ.
ເນືື່ອງຈາກສະພາບການຂອງສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຢ່າງສັບ ສົນ ທີ່ຄາດເດົາໄດ້ຍາກ ແລະ ແນ່ນອນວ່າຈະສົ່ງກະທົບຕໍ່ປະເທດເຮົາ ຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ລັດຖະບານ ໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງ ຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ, ເຊິ່ງໃນເດືອນເມສາ ຈະໄດ້ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ທີ່ນອນໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023, ຊຶ່ງເປັນວຽກທີ່ປິ່ນອ້ອມກັບ 05 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ທີ່ຕິດພັນກັບແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 02 ວາລະແຫ່ງຊາດ, ໃນນັ້ນ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:
1. ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ໃນນັ້ນ ໃຫ້ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ເພີ່ມທະວີຈັດຕັ້ງປະຕິ ບັດວຽກ ງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ ບັນຫາຢາເສບຕິດ ທີ່ມີຮູບການຄ້າຂາຍ, ຂົນສົ່ງແບບໃໝ່; ສະພາບມົ້ວສຸມ ຢູ່ສະຖານບັນເທີງຕ່າງໆ; ບັນຫາຂີ້ລັກງັດແງະ ແລະ ການປຸ້ນຈີ້, ການຄາດຕະກໍາ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງກວ່າເກົ່າ ແບບບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງ ຄວນມີມາດຕະການລົງໂທດ ໃຫ້ໜັກຂຶ້ນ ໂດຍສະເພາະກໍລະນີຜູ້ກະທຳຜິດ ທີ່ບໍ່ເຂັດຫຼາບ.
2. ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ເປັນຕົ້ນ: ສືບຕໍ່ຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດ ຖະບານ ກ່ຽວກັບການແກ້ໄຂໜີ້ສິນຕ່າງປະເທດ ໂດຍສະເພາະ ໜີ້ສິນທີ່ຕິດພັນກັບບໍລິສັດ ເອກະຊົນຈຳນວນໜຶ່ງ. ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນກ່ວາເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ຈາກຄ່າທຳນຽມ ແລະ ຄ່າບໍລິການ ເປັນທັນສະໄໝ, ສືບຕໍ່ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ປະຕິບັດນະໂຍບາຍເງິນຕາ, ອັດຕາແລກປ່ຽນ ແລະ ຄົ້ນຄ້ວາ ປັບປຸງເຄື່ອງມືນະໂຍບາຍເງິນຕາ ຕາມແຜນການທີ່ກຳນົດໄວ້, ໃນນັ້ນ ເອົາໃຈໃສ່ເປັນພິເສດ ໃນການຕິດຕາມ ແລະ ລາຍງານສະພາບການປັ່ນປ່ວນດ້ານອັດຕາແລກປ່ຽນ ພາຍຫຼັງທີ່ລັດຖະບານ ໄດ້ຍົກເລີກບັນດາຮ້ານແລກປ່ຽນ ໂດຍໃຫ້ມີມາດຕະການ ແລະ ມີການກວດກາຕົວຈິງ ຢ່າງຈະແຈ້ງ ແລະ ຊັດເຈນ; ເລັ່ງປັບປຸງທະນາຄານ ນະໂຍບາຍ ໃຫ້ສໍາເລັດໂດຍໄວ; ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ, ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ. ຄຽງຄູ່ກັນນີ້, ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ທຸລະກິດລາວ ຄັ້ງທີ 14 ໂດຍໃຫ້ກໍານົດບັນດາໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ, ການກໍານົດເວລາໃນການແກ້ໄຂ ລວມທັງກົນໄກໃນການຕິດຕາມຊຸກຍູ້ຄວາມຄືບໜ້າ ແລະ ສະຫຼຸບລາຍງານ ຜົນການແກ້ໄຂ ໃຫ້ລະອຽດ.
3. ວຽກງານວັດທະນະທຳ-ສັງຄົມ: ກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮີບຮ້ອນສົມທົບກັບນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ ກວດກາຄືນຈຳນວນຄູອາສາສະໝັກ ທີ່ມີໃນປັດຈຸບັດ, ພ້ອມທັງຄົ້ນຄ້ວາ ແລະ ສະເໜີວິທີແກ້ໄຂ ໃຫ້ລະອຽດ ເພື່ອເຮັດແນວໃດ ຮັບປະກັນໃຫ້ການຮຽນ-ການສອນ ຢູ່ ເຂດຊົນນະບົດ ມີຄຸນນະພາບດີຂຶ້ນ, ແລ້ວລາຍງານຕໍ່ກອງປະຊຸມ ລັດຖະບານ ເປີດກ້ວາງ ຄັ້ງທີ I ປີ 2023 ພິຈາລະນາ; ສືບຕໍ່ແກ້ໄຂສະພາບການຂາດເຂີນແຮງງານ ຢູ່ບັນດາໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ເຂດເສດຖະກິດພິເສດ ແລະ ບັນດາຫົວໜ່ວຍແຮງງານຕ່າງໆ, ປຶກສາຫາລືກັບອົງການຕາງໜ້າຜູ້ອອກແຮງງານ ແລະ ອົງການຕາງໜ້າຜູ້ໃຊ້ແຮງງານ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແລະ ປັບປຸງລະບົບສະຫວັດດີການ ຂອງຫົວໜ່ວຍແຮງງານ ໃຫ້ດີຂຶ້ນ, ເພີ່ມທະວີ ການພັດທະນາສີມືແຮງງານ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສາມາດປະກອບອາຊີບອິດສະຫຼະ, ຂະຫຍາຍອັດຕາການປົກຄຸມ ໃນລະບົບປະກັນສັງຄົມພາກທຸລະກິດ ແລະ ຜູ້ສະໝັກໃຈໃຫ້ຫຼາຍຂຶ້ນ, ກະກຽມຄວາມພ້ອມໃຫ້ຄະນະກຳມະການຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ເພື່ອກຽມພ້ອມຮັບມືກັບໄພພິບັດຕ່າງໆ.
4. ການກະກຽມສະເຫຼີມສະຫຼອງບຸນປີໃໝ່ລາວ: ການຈັດສະເຫຼີມສະຫຼອງ ຢູ່ ສຳນັກງານອົງການລັດ ຕ້ອງດຳເນີນບົນຈິດໃຈປະຢັດມັດທະຍັດ, ຖືເອົາຮີດຄອງປະເພນີ ເປັນຕົ້ນຕໍ; ເອົາໃຈໃສ່ເປັນພິເສດ ຕໍ່ການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ລວມທັງການບໍລິການຂົນສົ່ງ, ການຈັດສັນເສັ້ນທາງຈາລະຈອນ ແລະ ການຮອງຮັບໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ປອດໄພ; ເພີ່ມທະວີການໂຄສະນາ ແລະ ປະຊາສຳພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ຖືກຕ້ອງ ກ່ຽວກັບວັດທະ ນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃນການສະເຫຼີມສະຫຼອງປີໃໝ່ປະຈຳຊາດ.
5. ການກະກຽມເປີດຖ້ຽວລົດໄຟໂດຍສານ ລາວ-ຈີນ: ມອບໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບກະຊວງ ການຕ່າງປະເທດ, ບໍລິສັດ ທາງລົດໄຟ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນອອກແບບ ແລະ ຈັດສັນສະຖານທີ່ ຢູ່ ດ່ານຊາຍແດນສາກົນທາງລົດໄຟ ບໍເຕັນ ໃຫ້ມີຄວາມພ້ອມ;
– ມອບໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມອຳນວຍຄວາມສະດວກ ໃນການຕ້ອນຮັບນັກທ່ອງທ່ຽວຈີນ ທີ່ຈະເດີນທາງເຂົ້າມາລາວ ໃນມື້ເປີດຖ້ຽວລົດໄຟ ລາວ-ຈີນ ແລະ ພາຍຫຼັງເປີດແລ້ວ ເພື່ອເຮັດແນວໃດ ຈະສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ເພື່ອເປັນການດຶງດູດນັກທ່ອງທ່ຽວຈີນ ໃຫ້ເຂົ້າມາລາວຫຼາຍຂຶ້ນ.
6. ການແກ້ໄຂບັນຫາມົນລະພິດ: ໃນສະເພາະໜ້າ ມອບໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ເປັນໃຈກາງ ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ຮີບຮ້ອນຈັດຕັ້ງທີມງານ ຕິດຕາມເຝົ້າລະວັງ ແລະ ຈັດຕັ້ງລາດຕະເວນ ເພື່ອສະກັດກັ້ນ ແລະ ແກ້ໄຂ ບັນຫາໄຟໄໝ້ປ່າ ຍ້ອນການຖາງປ່າເຮັດໄຮ່ ປູກພືດກະສິກໍາ ແລະ ຈູດສວນ ໂດຍເພີ່ມຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໂດຍສະເພາະຂັ້ນເມືອງ ແລະ ຂັ້ນບ້ານ. ພ້ອມກັນນີ້, ໃຫ້ພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ຜົນກະທົບ ແລະ ຜົນຮ້າຍຂອງບັນຫາມົນລະພິດ ທາງອາກາດ ທີ່ເກີດຈາກໄຟ ໄໝ້ປ່າ ໂດຍສະເພາະຜົນກະທົບໂດຍກົງ ຕໍ່ສຸຂະພາບຂອງຄົນ, ທັງແນະນໍາມາດຕະການ ແລະ ວິທີການໃນການປ້ອງກັນ ຜ່ານສື່ຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ໃນໄລຍະຍາວ: ໃຫ້ຮ່າງຄຳສັ່ງວ່າດ້ວຍການເພີ່ມທະວີ ຄວາມເຂັ້ງວດໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການບຸກລຸກເນື້ອທີ່ປ່າໄມ້ ລວມທັງ ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າ ໃນຂອບເຂດທົ່ວປະເທດ ເຊິ່ງໃນຄໍາສັ່ງຕ້ອງລະບຸຂໍ້ຫ້າມ, ມອບຄວາມຮັບຜິດຊອບໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ລະອຽດ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້.
7. ວຽກງານການຕ່າງປະເທດ ແມ່ນສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ. ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ກະກຽມໃຫ້ແກ່ການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດ ແລະ ການຈັດປະຊຸມ ເຊັ່ນ: ການກະກຽມໃຫ້ເລຂາທິການໃຫຍ່ ໄປຮ່ວມປະຊຸມ ຢູ່ ກຳປູເຈຍ ໃນເດືອນເມສາ, ການກະກຽມຕ້ອນຮັບປະທານປະເທດຫວຽດນາມ, ກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ IV ໃນລະຫວ່າງວັນທີ 2-5 ເມສາ 2023 ແລະ ອື່ນໆ.
ທັງໝົດນັ້ນ ແມ່ນຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
Loading...