ໃນຕອນບ່າຍຂອງວັນທີ 05 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດເພື່ອນແມ່ນ້ຳຂອງ ຄັ້ງທີ 1 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ແອນໂທນີ ເຈ. ບຣິນແກັນ (Antony J. Blinken), ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ ແລະ ໄດ້ມີຄະນະຜູ້ແທນຈາກປະເທດເພື່ອນມິດແມ່ນໍ້າຂອງຄື: ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ, ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ສະຫະພາບເອີຣົບ (EU) ແລະ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRC), ທະນາຄານພັດທະນາອາຊີ (ADB), , ທະນາຄານໂລກ (WB) ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມກັນນັ້ນ, ກໍຍັງມີຄະນະຜູ້ແທນຈາກ ອິນເດຍ, ອັງກິດ ແລະ ກອງເລຂາອາຊຽນ ເຂົ້າຮ່ວມໃນນາມສັງເກດການ.
ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ເຖິງແມ່ນວ່າພະຍາດໂຄວິດ-19 ຍັງສືບຕໍ່ມີການແຜ່ລະບາດຢູ່ໃນບັນດາປະເທດແມ່ນໍ້າຂອງ ແລະ ເພື່ອນແມ່ນໍ້າຂອງ ແຕ່ຂອບການຮ່ວມມືດັ່ງກ່າວ ກໍ່ຍັງໄດ້ຮັບການສືບຕໍ່ສົ່ງເສີມການຮ່ວມມືຢ່າງຕໍ່ເນື່ອງ. ໃນໂອກາດດັ່ງກ່າວ, ບັນປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ທີ່ ສ.ອາເມລິກາ ແລະ ປະເທດເພື່ອນແມ່ນໍ້າຂອງ ທີ່ໄດ້ສືບຕໍ່ປະກອບສ່ວນໃຫ້ການຊ່ວຍເຫຼືອບັນດາໂຄງການ ແລະ ແຜນງານຕ່າງໆໃນໄລຍະຜ່ານມາ ລວມທັງການສະໜອງວັກແຊັງ ແລະ ເຄື່ອງມືທາງການແພດ ເພື່ອຮັບມື ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຢູ່ໃນພາກພື້ນແມ່ນໍ້າຂອງ.
ສປປ ລາວ ຍັງໄດ້ຮ່ວມກັບປະເທດສະມາຊິກເພື່ອນແມ່ນໍ້າຂອງປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ-ສ.ອາເມລິກາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19, ສະໜັບສະໜູນໃຫ້ມີການຮ່ວມມືຢ່າງໃກ້ຊິດຂອງປະເທດສະມາຊິກແມ່ນໍ້າຂອງ ແລະ ເພື່ອນແມ່ນໍ້າຂອງ, ພ້ອມທັຮງສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ເກີດດອກອອກຜົນ.
ກອງປະຊຸມໄດ້ຮັບຮອງເອົາຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ເຂົ້າເປັນສະມາຊິກຂອງຂອບການຮ່ວມມືດັ່ງກ່າວ ແລະ ໄດ້ຮັບຮອງເອົາຖະແຫລງການຮ່ວມເພື່ອນແມ່ນໍ້າຂອງ ພາຍຫຼັງທີ່ມີການປ່ຽນຊື່ຂອບການຮ່ວມມືຈາກເພື່ອນແມ່ນໍ້າຂອງຕອນລຸ່ມໃນປີ 2020 ມາເປັນຂອບການຮ່ວມມືເພື່ອນແມ່ນໍ້າຂອງ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ ພ້ອມທັງສະເຫຼີມສະຫຼອງຂອບການຮ່ວມມືເພື່ອນແມ່ນໍ້າຂອງຄົບຮອບ 10 ປີ.
ຂອບການຮ່ວມມືເພື່ອນແມ່ນໍ້າຂອງ ໄດ້ຖືກສ້າງຕັ້ງຂຶ້ນພ້ອມດຽວກັນກັບຂອບການຮ່ວມມືຄູ່ຮ່ວມ ແມ່ນໍ້າຂອງ-ສ.ອາເມລິກາ ໃນປີ 2009 ພາຍໃຕ້ຊື່ເພື່ອນແມ່ນໍ້າຂອງຕອນລຸ່ມ ແລະ ມາຮອດປີ 2020 ຈຶ່ງໄດ້ປ່ຽນຊື່ ມາເປັນຂອບການຮ່ວມມືເພື່ອນແມ່ນໍ້າຂອງ ເຊິ່ງກອງປະຊຸມລັດຖະມົນຕີເພື່ອນແມ່ນໍ້າຂອງຄັ້ງນີ້ ຖືເປັນກອງປະຊຸມ ຄັ້ງປະຖົມມະເລີກ ພາຍຫຼັງທີ່ມີການປ່ຽນຊື່ຂອບການຮ່ວມມືດັ່ງກ່າວ.

