ໃນຕອນບ່າຍຂອງວັນທີ 06 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 14 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ໂມເຕງິ ໂທຊິມິດຊຶ(Motegi Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018, ພ້ອມທັງໄດ້ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງບັນດາລັດຖະມົນຕີປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ, ເຕັກໂນໂລຊີ, ເສດຖະກິດດິຈີຕອນ ແລະ ອື່ນໆ ເພື່ອໃຫ້ປະເທດສະມາຊິກແມ່ນ້ຳຂອງສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
ໃນໂອກາດດັ່ງກ່າວ, ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານ ຍີ່ປຸ່ນ ຕໍ່ເຫດການດິນຕົມເຈື່ອນທີ່ ເມືອງ ອາຕາມິ (Atami), ແຂວງຊິຊຸໂອກະ (Shizuoka) ໃນວັນທີ 3 ສິງຫາ 2021 ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຢ່າງໃຫຍ່ຫຼວງ.
ທ່ານ ສະເຫຼີມໄຊ ກົມມະສິດ, ໃນນາມຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ແລະ ວັກແຊັງ ເພື່ອຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ທີ່ໄດ້ຮັບວັກແຊັງ AstraZeneca ຈຳນວນ 600,000 ກວ່າໂດສ໌ ຜ່ານໂຄງການ COVAX.
