ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 9 ກັນຍາ 2021, ທີ່ສຳນັກງານນາຍົກລັດຖະ ມົນຕີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າ ທາຍໃນທົດສະວັດໃໝ່ – GMS Renewed Strength to Face the Challenges of the New Decade” ໂດຍການເປັນປະທານ ຂອງ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກ ກໍາປູເຈຍ.
ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນ ຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດແຜນງານຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 3 ປີຜ່ານມາ ໂດຍສະ ເພາະ ການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ກໍຄື ການຈັດຕັ້ງປະຕິບັດຂອບການລົງທຶນພາກພື້ນ (Regional Investment Framework: RIF) 2018-2022 ແລະ ແຜນຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງ ໄດ້ກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍໄດ້ຮັບຮອງເອົາ 3 ເອກະ ສານທີ່ສໍາຄັນ ຄື:
ເອກະສານທີ 1: ຍຸດທະສາດການຮ່ວມມືທາງດ້ານເສດ ຖະກິດອະນຸພາກພື້ນແມ່ນໍ້າຂອງ 2030 (GMS Strategic Framework 2030), ເຊິ່ງເປັນເອກະສານສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ, ກໍານົດທິດທາງ ແລະ ນະໂຍບາຍໃນການຮ່ວມມື ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໂດຍເລັ່ງໃສ່ການສ້າງອະນຸພາກພື້ນແມ່ນໍ້າຂອງ ຕາມນະໂຍບາຍ 3 ດ້ານ ຄື: ການສ້າງຊຸມຊົນແຫ່ງການຢູ່ຮ່ວມກັນ; ສົ່ງເສີມການເຊື່ອມໂຍງລະຫວ່າງບັນດາປະເທດສະມາຊິກ ແລະ ຍົກລະດັບຄວາມອາດສາມາດໃນການແຂ່ງຂັນ.
ເອກະສານທີ 2: ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດ COVID-19 ໃນອະນຸພາກພື້ນແມ່ນໍ້າຂອງ ສໍາລັບ ປີ 2021-2023 (GMS- Covid-19 Response and Recovery Plan 2021-2023) ເຊິ່ງເປັນແຜນງານເພື່ອຊຸກຍູ້ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງໃນການປ້ອງກັນ, ຕອບໂຕ້ການລະບາດພະຍາດ ແລະ ຟື້ນຟູ ເສດຖະກິດ ແລະ ສັງຄົມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍສຸມໃສ່ 3 ເປົ້າໝາຍຫຼັກຄື:  ສະໜັບສະໜູນ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ;  ອໍານວຍຄວາມສະດວກ ໃຫ້ແກ່ການຟື້ນຟູເສດຖະກິດໃນພາກພື້ນ; ແລະ  ກະກຽມຄວາມພ້ອມ ໃຫ້ແກ່ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງໃນການຮັບມືກັບ ການແຜ່ລະບາດຂອງພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ.
ເອກະສານທີ 3: ຖະແຫຼງການຮ່ວມ ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).
ທ່ານ ນາງ ທິບພະກອນ ຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ ໃນການຂັບເຄື່ອນການພັດທະນາ ແລະ ການເຊື່ອມໂຍງທາງດ້ານເສດຖະ ກິດພາກພື້ນ, ການປະກອບສ່ວນສໍາຄັນ ເຂົ້າໃນການຍົກບົດບາດຂອງອະນຸພາກພື້ນແມ່ນໍ້າຂອງ ກໍຄື ບັນ ດາປະເທດສະມາຊິກ ລວມທັງ ສປປ ລາວ ໃຫ້ກາຍເປັນໃຈກາງການເຊື່ອມຈອດ-ເຊື່ອມໂຍງພາກພື້ນ ແລະ ຕ່ອງໂສ້ການຜະລິດຂອງພາກພື້ນ ແລະ ສາກົນເທື່ອລະກ້າວ. ອັນພົ້ນເດັ່ນ, ສປປ ລາວ ໄດ້ສຸມການລົງທຶນ ໃສ່ການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ໂຄງການທາງດ່ວນວຽງ ຈັນ-ວັງວຽງ ແລະ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມທັງການຈັດຕັ້ງປະຕິບັດບັນດາໂຄງການພັດທະນາແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ບັນດາໂຄງການພັດທະນາອື່ນໆ ລວມ ທັງການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການຜະລິດກະສິກຳ, ອຸດສະຫະກໍາ, ການຄ້າ, ການບໍລິການ ແລະ ກິດຈະການດ້ານເສດຖະກິດອື່ນໆ ເພື່ອແນໃສ່ການພັດທະນາຢ່າງມີຈຸດສຸມ ຕາມແລວທາງເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ. ເຖິງແນວໃດກໍຕາມ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບັນຫາອັນຮີບດ່ວນ ທີ່ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຈະຕ້ອງໄດ້ມີການຮ່ວມມື ຢ່າງສະນິດແໜ້ນ ແລະ ກົມກຽວກັນ ເພື່ອສືບຕໍ່ແກ້ໄຂບັນຫາຕ່າງໆ ເປັນຕົ້ນແມ່ນ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະ ບາດຂອງພະຍາດ COVID-19, ບັນຫາການເຄື່ອນຍ້າຍຂອງແຮງງານໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ, ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ການຟື້ນຟູເສດ ຖະກິດ-ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19.
ຄຽງຄູ່ກັນນີ້, ເພື່ອຮັບມື ແລະ ແກ້ໄຂບັນຫາສິ່ງທ້າຍທາຍດັ່ງກ່າວ, ທ່ານ ນາຍົກລັດຖະມົນ ຕີ ຍັງໄດ້ສະເໜີໃຫ້ບັນດາປະເທດທີ່ເປັນສະມາຊິກອະນຸພາກພື້ນແມ່ນ້ຳຂອງ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມື ແລະ ການປະ ສານສົມທົບກັນ ລະຫວ່າງ ປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ, ທະນາຄານພັດທະນາອາຊີ ແລະ ຄູ່ຮ່ວມພັດທະນາອື່ນໆ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະ ການຮ່ວມມື ໃນວຽກງານການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ວຽກງານຄົ້ນຄວ້າ ແລະ ພັດທະ ນາ (R&D) ທາງດ້ານເສດຖະກິດຈຸນລະພາກ ແລະ ມະຫາພາກ, ສົ່ງເສີມພາກທຸລະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກ COVID-19, ປັບປຸງກົນໄກການມີສ່ວນຮ່ວມຫຼາຍຂຶ້ນຂອງພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ, ລວມທັງ ການກໍານົດໂຄງການຮ່ວມມືບູລິມະສິດ ໃຫ້ສອດຄ່ອງກັບສະພາບການໃນປະຈຸບັນ, ສົ່ງເສີມຂີດຄວາມສາມາດ ແລະ ກຽມຄວາມພ້ອມຮັບມືກັບສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນອະນາຄົດ. ພ້ອມດຽວກັນນີ້, ກໍຕ້ອງໄດ້ຊຸກຍູ້ໃຫ້ຈັດຕັ້ງປະຕິບັດ ບັນດາເອກະສານທີ່ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດຄັ້ງນີ້ ໃຫ້ໄດ້ຮັບໝາກຜົນຕົວຈິງ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງອະນຸພາກພື້ນແມ່ນໍ້າຂອງ ໃຫ້ເປັນປະຊາຄົມທີ່ມີການເຊື່ອມຈອດ ແລະ ມີຄວາມອາດສາມາດ ໃນການແຂ່ງຂັນ ສູງຂຶ້ນກ່ວາເກົ່າ.
ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມບົນຈິດໃຈມິດຕະພາບ ແລະ ການຮ່ວມມືທີ່ດີຕໍ່ກັນໃນຖານະບ້ານໃກ້ເຮືອນຄຽງເພື່ອພ້ອມກັນ ຂ້າມຜ່ານສິ່ງທ້າທາຍໃນອະນາ ຄົດ ແລະ ຮ່ວມກ້າວໄປສູ່ການພັດທະນາແບບຍືນຍົງ.
ສຳລັບກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນ້ຳຂອງຄັ້ງຕໍ່ໄປ ຈະໄດ້ຈັດຂຶ້ນອີກໃນປີ 2024 ໂດຍການເປັນປະທານຂອງ ສປ ຈີນ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອາພິນຍາ ສີສຸວົງ