ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ ຄັ້ງທີີ V ຂອງອົງຄະນະພັກ ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ແລະ ດໍາເນີນໄປເປັນເວລາ 1 ວັນ ຢູ່ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ, ຮັບປະກັນການປະຕິບັດບົດບາດຂອງ ຫສນຍ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ”, ໂດຍການເປັນປະ ທານ ຂອງສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫສນຍ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ; ມີຜູ້ຕາງໜ້າ ຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍແຂກຖືກເຊີນ ພາຍໃນ ຫສນຍ ແລະ ມີຜູ້ແທນສົມບູນ ຈຳນວນ 149 ສະຫາຍ, ຍິງ 48 ສະຫາຍ ທີ່ເປັນຕົວແທນ ໃຫ້ແກ່ສະມາຊິກພັກ ຫສນຍ ຈຳນວນ 287 ສະຫາຍ, ຍິງ 102 ສະຫາຍ.
ບັນດາສະຫາຍຜູ້ແທນກອງປະ ຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອ ກະພາບ ແລະ ສຳເລັດຕາມຈຸດ ປະສົງທີ່ວາງໄວ້, ຊຶ່ງກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາ ຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ທັງວຽກງານກໍ່ ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກງານອົງການຈັດຕັ້ງມະ ຫາຊົນ, ວຽກງານວິຊາສະເພາະ, ວຽກງງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່າງບົດສຳ ຫຼວດການນຳພາລວມຂອງຄະ ນະພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ, ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນພັດທະນາວຽກ ງານວິຊາສະເພາະຂອງ ຫສນຍ ໄລຍະ 2021-2025 ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນແຜນງານ, ແຜນວຽກລະອຽດ, ໃນນັ້ນ ໄດ້ຮັບຮອງເອົາ 4 ຄາດໝາຍ ແລະ 3 ໜ້າທີ່ຕົ້ນຕໍ ຂອງ ຫສນຍ ໃນຕໍ່ໜ້າ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນ ຖານຫຼັກການລວມສູນປະຊາ ທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະ ໜັກເລືອກຕັ້ງ 14 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໄດ້ເປັນເອກະສັນກັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈຳນວນ 3 ສະຫາຍ ຄື: ສະຫາຍ ຄຳເຈນ ວົງໂພສີ, ສະຫາຍ ຄຳລາວັນ ຈັນທະລາວັນ ແລະ ສະຫາຍ ນາງ ທິບພະກອນ ຈັນທະວົງສາ; ເລືອກເອົາສະຫາຍ ຄຳເຈນ ວົງໂພສີ ເປັນເລຂາຄະນະພັກ, ສະຫາຍ ຄຳລາວັນ ຈັນທະລາວັນ ເປັນຮອງເລຂາຄະນະພັກ; ເລືອກເອົາ ສະຫາຍ ນາງ ທິບພະກອນ ຈັນທະວົງສາ ເປັນປະທານກວດກາພັກ, ສະຫາຍ ວິແກ້ວ ບຸບຜາວັນ ແລະ ສະຫາຍ ນາງ ດາລາພອນ ຄຳມູນເຮືອງ ເປັນຮອງປະທານກວດກາພັກ.
ໃນໂອກາດ ທີ່ເຕັມໄປດ້ວຍຄວາມ ໝາຍສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍາດມາໄດ້ ເຊິ່ງແມ່ນໝາກຜົນລວມຂອງການ ຈັດຕັ້ງນຳພາ ຂອງອົງຄະນະພັກ ຫສນຍ ແລະ ຄວາມບຸກໜ້າບືນຕົວ ຂອງບັນດາສະຫາຍ ສະ ມາຊິກພັກ-ພະນັກງານ ເຮັດໃຫ້ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງລັດຖະບານ ແລະ ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການກ້າວຂຶ້ນຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍ ໄດ້ໃຫ້ທິດຊີ້ນໍາຕໍ່ວຽກ ງານແຕ່ລະດ້ານ ແລະ ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ ຄັ້ງທີ V ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ, ໃນນີ້ ຍັງໄດ້ເນັ້ນໜັກຊີ້ນຳໃຫ້ ອົງຄະນະພັກ ຫສນຍ ໃຫ້ເອົາໃຈໃສ່ ບັນຫາສຳ ຄັນ ຈຳນວນໜຶ່ງ ດັ່ງນີ້:
1. ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ກໍ່ຄືຄຳຂວັນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ປັບປຸງແບບແຜນນຳພາ ຂອງອົງຄະນະພັກ, ເອົາໃຈໃສ່ວຽກພະນັກງານ ເປັນຕົ້ນ ການສ້າງ, ແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການ.
2. ເພີ່ມທະວີການຊີ້ນໍາ-ນຳພາ ສະ ມາຊິກພັກ, ພະນັກງານ ເປັນເຈົ້າ ການໃຫ້ຫຼາຍຂຶ້ນ ໂດຍໃຫ້ມີ ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງຮອບດ້ານ ໃນການຈັດ ຕັ້ງປະ ຕິບັດໜ້າທີ່ ເປັນເສນາ ທິ ການທີ່ດີ, ເກັ່ງ, ຮັບປະ ກັນຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ເປັນມືອາຊີບ ເພື່ອ ໃຫ້ລັດຖະບານ ກໍຄືທ່ານ ນາຍົກ ລັດຖະມົນຕີ, ບັນດາທ່ານຮອງນາຍົກລັດ ຖະມົນຕີ ສາມາດພິຈາລະນາ ຕົກລົງ ແລະ ຕັດສິນບັນຫາໃຫ້ຖືກຕ້ອງ, ແທດຕົວຈິງ.
3. ຕ້ອງປັບປຸງ ແລະ ເພີ່ມທະວີການເຮັດໜ້າທີ່ ປະສານງານ ກັບແໜງການກ່ຽວຂ້ອງ ແລະ ອົງ ການປົກຄອງທ້ອງຖິ່ນ ລວມທັງປະສານງານກັບຫ້ອງວ່າການສູນກາງພັກ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການປະທານປະເທດ ຕາມທິດເຮັດໃຫ້ທຸກອົງການ ທັງສູນກາງ ແລະ ທ້ອງຖິ່ນ ມີການເຄື່ອນ ໄຫວຢ່າງກົມກຽວ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ ຮັບປະກັນພາລະບົດບາດ, ໜ້າທີ່, ເສີມຂະຫຍາຍສິດເປັນເຈົ້າ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງຮອບດ້ານ ເພື່ອຫັນໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນທັນສະໄໝ ແລະ ການຫັນບໍລິຫານລັດເປັນທັນສະໄໝ.
4. ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນ ໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດ ຖະມົນຕີ ແລະ ບັນດາຮອງນາຍົກລັດ ຖະມົນຕີ, ຄວາມລັບທາງດ້ານເອກະ ສານໃຫ້ໄດ້ດີກວ່າເກົ່າ.
5. ຍົກສູງບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເຂົ້າໃນວຽກ ງານໂຄສົກລັດຖະບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ຕ້ອງວ່ອງໄວ ແລະ ຮັບປະກັນ ຄຸນນະພາບ ໂດຍສະເພາະການແກ້ຂ່າວທີ່ໂຈມຕີລັດຖະບານ ຕ້ອງທັນການ, ຂໍ້ມູນຈາກລັດຖະບານ ຫາ ປະ ຊາຊົນ ແລະ ຈາກປະຊາຊົນ ເຖິງລັດຖະບານ ຕ້ອງຊັດເຈນ, ແທດເຖິງຕົວຈິງ ແລະ ທັນການ.
6. ສືບຕໍ່ຄົ້ນຄວ້າປັບປຸງການຈັດ ຕັ້ງ ແລະ ການ ເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບເງື່ອນໄຂໃໝ່ ແລະ ຮັບປະກັນການປະ ຕິບັດໜ້າທີ່ວຽກງານຂອງຕົນໄດ້ ຕາມທິດກະທັດຮັດ, ມີປະສິດທິຜົນ, ການບໍລິຫານ-ການຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ເດັດຂາດ ໂປ່ງໃສ ແລະ ມືອາຊີບ.
7. ບັນດາສະຫາຍໃນຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິ ວັດ, ຕັ້ງໜ້າຄົ້ນຄວ້າຮ່ໍາຮຽນ, ຍົກສູງຄວາມຮັບຜິດຊອບດ້ານເມືອງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບການປັບປຸງແຜນການນໍາພາ ແລະ ວິທີເຮັດວຽກຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ.
ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນຕະຫລອດໄລຍະ 5 ປີທີ່ຜ່ານ, ອັນໄດ້ສ້າງພື້ນຖານສໍາຄັນ ໃຫ້ແກ່ການສືບຕໍ່ກໍ່ສ້າງບາດລ້ຽວໃໝ່ ໃນການຈັດ ຕັ້ງປະຕິບັດບັນດາຄາດໝາຍ ແລະ ໜ້າທີ່ຕົ້ນຕໍທີ່ກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກ ວາງໄວ້. ກອງປະຊຸມ ໄດ້ຮຽກ ຮ້ອງໃຫ້ພະນັກງານ, ສະມາຊິກພັກທຸກສະຫາຍ ພາຍໃນອົງຄະ ນະພັກ ຫສນຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວ: ຫສນຍ
May be an image of 3 people and people standing
May be an image of 12 people and people standing