ລາວສາມາດຍາດໄດ້ຜົນສໍາເລັດຫລາຍດ້ານໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ ສ້າງເງື່ອນໄຂໃຫ້ເດັກໄດ້ຮັບການພັດທະນາຢ່າງຮອບດ້ານ ໃຫ້ເດັກໃນມື້ນີ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ.

ພາບປະກອບ : ວັນເດັກໂລກ ປີ2022
ໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 34 ປີຂອງສົນທິສັນຍາວ່າດ້ວຍ ສິດທິເດັກ ຫຼືວັນເດັກໂລກ ແລະ ການສະເຫຼີມສະຫຼອງ 50 ປີ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການຢູນິເຊັບ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ຊີ້ໃຫ້ເຫັນວ່າ:
ພາຍໃຕ້ພັນທະສະມາຊິກຂອງສົນທິສັນຍາວ່າດ້ວຍສິດທິເດັກ ລາວສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນສຳເລັດການປັບປຸງກົດໝາຍ ແລະ ນິຕິກຳໃນການຈັດຕັ້ງການເຄື່ອນໄຫວ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ. ບົດລາຍງານແຫ່ງຊາດການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາສັນຍາເພີ່ມເຕີມ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກຳລັງປະກອບອາວຸດ ເພື່ອສົ່ງໃຫ້ອົງການ ສປຊ ໃນທ້າຍປີນີ້;
ສ້າງບົດສຶກສາວິໄຈປະເມີນສະຖານະພາບຂອງເດັກ ແລະປັບປຸງຖານຂໍ້ມູນລະດັບຊາດທີ່ກ່ຽວຂ້ອງກັບເດັກ ໂດຍອີງໃສ່ການກະກຽມສຳຫຼວດພົນລະເມືອງ ແລະ ການສໍາຫຼວດແຮງງານເດັກ ແລະການສ້າງແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ, ປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໃຫ້ມີຄວາມເຂັ້ມແຂງ ແລະກົມກຽວກັນ,
ຈັດຕັ້ງການສະເຫຼີມສະຫຼອງວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກຫຼືວັນເດັກໂລກໃນທຸກປີ ທັງສະແດງສັນ ຍາລັກການຍ້ອມໄຟສີຟ້າໃສ່ສໍານັກງານອົງການ ແລະ ສະຖານທີ່ສໍາຄັນ ເພື່ອຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກ ແລະ ເປັນການໂຄສະນາປູກຈິດສຳນຶກໃຫ້ທົ່ວປວງຊົນລາວບັນດາເຜົ່າ ໄດ້ພ້ອມກັນລະນຶກເຖິງຄວາມສຳຄັນ, ຊຸກຍູ້ສົ່ງເສີມ, ປົກປ້ອງສິດທິເດັກ ແລະພ້ອມກັນສະເຫຼີມສະຫຼອງຮ່ວມກັບປະຊາຄົມໂລກ ແລະ ກິດຈະກຳອື່ນໆ.
ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ລາວຍັງມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການ ຈັດຕັ້ງປະຕິບັດວຽກງານວ່າດ້ວຍສິດທິເດັກເປັນຕົ້ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາການຫົດຖອຍຂອງເສດຖະກິດ, ສະພາບການຊີວິດການເປັນຢູ່ຝຶດເຄືອງ ທີ່ຕິດພັນກັບບັນຫາຄວາມ ທຸກຍາກຂາດເຂີນຂອງເດັກ, ສະພາບການໃຊ້ຄວາມຮຸນແຮງ, ການເຄື່ອນຍ້າຍແຮງງານເດັກ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ອັດຕາການອອກໂຮງ ຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການເກັບກຳ-ສ້າງຖານສະຖິຕິສໍາລັບເດັກບໍ່ທັນລະອຽດ, ບັນຫາຢາເສບຕິດ ແລະອື່ນໆ ທັງໝົດເຫຼົ່ານັ້ນກາຍເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ.
ສະນັ້ນ ໃນຕໍ່ໜ້າລັດຖະບານລາວ ຈະເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກ່ຽວກັບສິດທິເດັກ ໂດຍການຮ່ວມມືພາຍໃນ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະຮ່ວມມືກັບອົງການຢູນີເຊັບ ພາຍໃຕ້ພັນທະຂອງລັດຖະບານຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ້ມເຕີມໃນການປົກປ້ອງ ແລະພັດທະນາເດັກລາວບັນດາເຜົ່າ, ສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກທຸກຂັ້ນ ໂດຍສະເພາະວຽກເສນາທິການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ອະນຸສັນຍາ ວ່າດ້ວຍການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາ ວ່າດ້ວຍການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສີ່ງລາມົກອານາຈານກ່ຽວກັບເດັກ ໂດຍການຝຶກອົບຮົມ, ແລກປ່ຽນຢູ່ທັງພາຍໃນ ແລະ ຕ່າງປະເທດ ຄຽງຄູ່ກັບການສືບຕໍ່ຈັດຕັ້ງປະ ຕິບັດວຽກງານອື່ນກ່ຽວກັບສິດທິເດັກຢ່າງຕໍ່ເນື່ອງ ແລະມີປະສິດທິພາບກວ່າເກົ່າ.
ໂອກາດນີ້ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າການນໍາພັກ-ລັດ, ຕາງໜ້າ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະເດັກ ສະແດງຮູ້ບຸນຄຸນ ແລະ ເຊື່ອໝັ້ນວ່າອົງການຢູນິເຊັບປະຈໍາລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະສະໜັບສະໜູນຊ່ວຍເຫຼືອແກ່ວຽກສິດທີເດັກ ພາຍໃຕ້ພັນທະຂອງລັດຖະບານ ຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມເຕີມການປົກປ້ອງ ແລະ ພັດທະນາເດັກລາວບັນດາເຜົ່າ, ລວມທັງການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອທີ່ມີປະສິດ ທິຜົນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ນໍາພາປະເທດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະຂອບວຽກອື່ນໆ ພາຍໃຕ້ແຜນບູລິມະສິດ, ຂອບການຮ່ວມມື ແລະ ແຜນງານຕ່າງໆ ລະຫວ່າງລັດຖະບານລາວກັບອົງການຢູນິເຊັບ.