ໃນວັນທີ 03 ທັນວາ 2021, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຢ່າງເປັນທາງການ ໃນຮູບແບບທາງໄກ, ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ.
ການປະຊຸມແບບທາງໄກໃນຄັ້ງນີ້ ໄດ້ດຳເນີນໄປ ດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ອີກຄັ້ງຫນຶ່ງແລະ ມີຄວາມພາກພູມໃຈທີ່ຈະໄດ້ຮ່ວມກັນ ເປັນສັກຂີພິຍານໃນການເປີດນຳໃຊ້ໂຄງການລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງຈະກາຍເປັນເຫດການປະຫວັດສາດ ແລະ ໝາກຜົນທີ່ສໍາຄັນໜຶ່ງຂອງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງ ກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງ ຄະນະກຳມະການສູນກາງພັກກອມມູນິດຈີນ ສະໄຫມທີ XIX ທີ່ຫາກໍ່ປິດລົງໃນວັນທີ 11 ພະຈິກ ຜ່ານມາ, ສະແດງຄວາມຊົມເຊີຍຕໍ່ການຮັບຮອງເອົາມະຕິສູນກາງພັກກອມມູນິດຈີນ ກ່ຽວກັບ ຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນໄລຍະ 100 ປີຜ່ານມາ ອັນໄດ້ກາຍເປັນຂີດໝາຍປະຫວັດສາດຂອງ ສປ ຈີນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດກອງປະຊຸມສຸດຍອດສະໄຫມພິເສດ ຈີນ-ອາຊຽນ ຄົບຮອບ 30 ປີ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ. ໃນທ່າມກາງທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ການນໍາຂອງສອງປະເທດ ໃນຫຼາຍລະດັບທັງສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ພົບປະແລກປ່ຽນປຶກສາຫາລືກັນ ໃນຮູບແບບທາງໄກ ຢ່າງເປັນປົກກະຕິ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ, ອັນໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການຈັດຕັ້ງປະຕິບັດປີສາມັກຄີ ລາວ-ຈີນ ກໍ່ຄື ການຮ່ວມກັນສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ, ສືບຕໍ່ໄດ້ຮັບຜົນສຳເລັດໃນການປະຕິບັດບັນດາໂຄງການຮ່ວມມືຕ່າງໆຢ່າງມີປະສິດທິຜົນ ເປັນຕົ້ນ ການເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ໂຄງການລົດໄຟ ລາວ-ຈີນ ທີ່ຈະເປີດນຳໃຊ້ໃນວັນດຽວກັນນີ້; ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດ ກ່ຽວກັບ ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ມີຄວາມຄືບໜ້າເປັນກ້າວໆມາ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໃນເວທີ ສະຫະປະຊາຊາດ, ອາຊຽນ, ຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກໍ່ຄື ໃນຂອບອານຸພາກພື້ນອື່ນໆ ເຊິ່ງໄດ້ນຳຜົນປະໂຫຍດຕົວຈິງມາສູ່ສອງປະເທດ ລາວ-ຈີນ, ຈີນ-ລາວ.
ສອງຝ່າຍ ເຫັນດີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນ ແລະ ພົບປະຂອງການນຳທຸກລະດັບ ຢ່າງເປັນປະຈຳ ດ້ວຍຫລາຍຮູບແບບ, ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ກໍ່ຄືແຜນພັດທະນາແລວທາງເສດຖະກິດ ລາວ-ຈີນ, ແລວເສດຖະກິດຕາມແລວທາງລົດໄຟ ລາວ-ຈີນ, ເຂດເສດຖະກິດພິເສດຕ່າງໆ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍການນຳໃຊ້ກົນໄກ ແລະ ທ່າແຮງຂອງສອງປະເທດທີ່ມີໃນປະຈຸບັນ, ສືບຕໍ່ຊີ້ນຳຂະແໜງການກ່ຽວຂ້ອງໃນການປຶກສາຫາລືກັນ ກ່ຽວກັບ ການອຳນວຍຄວາມສະດວກ ໃຫ້ແກ່ກັນ ແລະ ກັນ ໃນການຂົນສົ່ງສິນຄ້າ, ການໄປມາຫາສູ່ກັນ ໂດຍນຳໃຊ້ທ່າແຮງຂອງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ສືບຕໍ່ປະສານສົມທົບກັນ ໃນການຮ່ວມມື ລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດທຸກດ້ານຂອງສອງປະເທດ ແລະ ຮ່ວມກັນແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງຮຸນແຮງໃນປະຈຸບັນ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ພ້ອມທັງ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ຕາງຫນ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ມາຍັງ ພັກ, ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃນໄລຍະຜ່ານມາ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ລວມທັງການແກ້ໄຂບັນຫາເສດຖະກິດ ແລະ ພ້ອມທັງຊ່ວຍເຫຼືອໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເປັນຕົ້ນແມ່ນ ການສົ່ງຊ່ຽວຊານ, ອຸປະກອນການແພດ ກໍ່ຄື ຢາວັກແຊັງ, ຊຶ່ງທັງຫມົດນີ້ ໄດ້ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດໄດ້ໂດຍພື້ນຖານ. ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຍັງໄດ້ຢືນຢັນຈະສຶບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ສອງຝ່າຍ, ກໍ່ສະແດງຄວາມຍິນດີ ຈະພ້ອມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງຂອງການຮ່ວມມືມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພາຍຫລັງການພົບປະສອງຝ່າຍສຳເລັດລົງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ກໍ່ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟ ລາວ-ຈີນ, ຈີນ-ລາວ ຢ່າງເປັນທາງການ.
ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ
ພະແນກໂຄສະນາ ແລະ ປະຊາສຳພັນ
