ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ທີ່ນະຄອນຊົງຊິງ ສປ ຈີນ, ໃນລະຫວ່າງວັນທີ 6-9 ມິຖຸນາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມເຮັດວຽກ (Working Visit) ຢູ່ສປ ຈີນ, ຊຶ່ງຈຸດປະສົງແມ່ນເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ແລະ ປີມິດຕະພາບລາວ-ຈີນ 2021.

ໃນໂອກາດຢ້ຽມຢາມເຮັດວຽກໃນຄັ້ງນີ້, ໃນວັນທີ 8 ມິຖຸນາ 2021,ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອທົບທວນຄືນຜົນການຮ່ວມມືຮອບດ້ານ ລາວ-ຈີນ ໃນໄລຍະຜ່ານມາ ແລະ ວາງທິດທາງກ່ຽວກັບການຮ່ວມມືໃນຕໍ່ໜ້າ. ໃນການພົບປະ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກດ້ານຕ່າງໃຫ້ແກ່ຄະນະຜູ້ແທນຝ່າຍລາວ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນໃນຄັ້ງນີ້, ຊົມເຊີຍການເປັນເຈົ້າພາບຈັດກອງປະຊຸມສະໄໝພິເສດອາຊຽນ-ຈີນ ແລະ ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນີ້, ຍັງສະແດງຄວາມຂອບໃຈ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນທີ່ເວລາໃດກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ, ໂດຍສະເພາະ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ, ເຊິ່ງສະຫາຍຈີນໄດ້ໃຫ້ການຊ່ວຍເຫຼືອທີ່ລໍ້າຄ່າ ແລະທັນການ, ໂດຍໄດ້ມອບອຸປະກອນທາງການແພດ, ຢາປິ່ນປົວພະຍາດ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 ລວມທັງການຈັດສົ່ງທີມຊ່ຽວຊານແພດໝໍເພື່ອມາຊ່ວຍ ສປປ ລາວ, ເຮັດໃຫ້ລັດຖະບານລາວ ມີຜົນສໍາເລັດສູງໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໃນປະຈຸບັນ.

ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຈີນ, ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ  ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູມຄູນສ້າງໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງປົກກະຕິ, ເຖິງແມ່ນວ່າສະພາບການຈະບໍ່ເອື້ອອໍານວຍຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ການນໍາຂັ້ນສູງຂອງທັງສອງປະເທດກໍ່ໄດ້ມີການພົບປະແລກປ່ຽນກັນເປັນປະຈໍາຜ່ານລະບົບທາງໄກ. ບັນດາໂຄງການຮ່ວມມື ລະຫວ່າງສອງລັດຖະບານ ໂດຍສະເພາະໂຄງການເສັ້ນທາງລົດໄຟລາວ-ຈີນ, ທາງດ່ວນວຽງຈັນຫາຊາຍແດນລາວ-ຈີນ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າແລະ ມີຜົນສໍາເລັດສູງໃນໄລຍະຜ່ານມາ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ, ຈີນ-ລາວ, ແລວເສດຖະກິດລາວ-ຈີນ, ການລະບາດຂອງພະຍາດໂຄວິດ-19 ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ກໍຄືການຮ່ວມມືຕ່າງໆໃນຂອບສອງຝ່າຍອື່ນໆ. ພິເສດ, ສອງຝ່າຍ ຍັງເຫັນດີເປັນເອກະພາບກັນ ໃນການສືບຕໍໍ່ຈັດຕັ້ງປະຕິບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ  ແລະ ປີມິດຕະພາບລາວ-ຈີນ 2021 ທີ່ການນໍາສູງສຸດຂອງສອງພັກ-ສອງລັດຕົກລົງເຫັນດີນໍາກັນແລ້ວໃຫ້ມີບັນຍາກາດຟົດຟື້ນເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບອາຊຽນ, ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອື່ນໆ. ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ;ຈີນ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ນອກຈາກການພົບປະສອງຝ່າຍແລ້ວ, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມທ່ານເຮືອກົວຢວນ (Guoyuan Port) ຢູ່ແມ່ນໍ້າຢັງຊີຈຽງ, ເຊິ່ງເປັນທ່າເຮືອທີ່ທັນສະໄໝແລະ ເປັນທ່າແຮງໜຶ່ງທີ່ມີຄວາມສໍາຄັນໃນການຜັກດັນເຮັດໃຫ້ແຜນຍຸດທະສາດແລວເສດຖະກິດແມ່ນໍ້າຢັງຊີຈຽງ ເພື່ອສ້າງຊົງຊິງໃຫ້ກາຍເປັນມະຫານະຄອນ ທີ່ມີສູນກາງທາງດ້ານເສດຖະກິດ, ການຄ້າ, ການຂົນສົ່ງ ແລະ ອື່ນໆ ຂອງພາກພື້ນຕາເວັນຕົກ ຂອງ ສປ ຈີນ, ໂດຍສະເພາະແມ່ນການເປັນສູນກາງການຂົນສົ່ງລະດັບພາກພື້ນ ເພື່ອເຊື່ອມໂຍງກັບບັນດາປະເທດເອີຣົບ ໂດຍຜ່ານບັນດາປະເທດອາຊີກາງ ແລະ ທາງພາກໃຕ້ແມ່ນເຊື່ອມຕໍ່ກັບແລວການຄ້າສາກົນໃໝ່ຜ່ານທາງບົກ ແລະ ທ່ານທະເລ ໂດຍຜ່ານເສັ້ນທາງ ແລະ ທ່າເຮືອລົງສູ່ພາກອາຊີຕາເວັນອອກສຽງໃຕ້ (ASEAN).

Loading...