ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ພະນະທ່ານ ປຣາກ ໂຊຄົນ ( Prak SOKHONN ), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ພະນະທ່ານ ດຣ.ສຸບຣາມານຢຳ ໃຈຊັງເກີ (Dr. Subrahmanyam JAISHANKAR), ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງເຫັນວ່າ ການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກເວົ້າລວມ, ເວົ້າສະເພາະກໍຄືຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍ່ຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານປີ 2019-2022 ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ຄົງຄາ ພາຍໃຕ້ 7 ຂົງເຂດຂອງການຮ່ວມມືຄື: ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຢາພື້ນເມືອງ, ກະສິກໍາ ແລະ ຂະແໜງກ່ຽວຂ້ອງ, ການຄົມມະນາຄົມ ແລະ ຂົນສົ່ງ, ການຄຸ້ມຄອງຊັບພະຍາກອນແຫລ່ງນໍ້າ ແລະ ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. ບັນດາຂົງເຂດຂອງການຮ່ວມມືເຫລົ່ານີ້ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານບັນດາໂຄງການເຫັນຜົນໄວ ຢູ່ບັນດາປະເທດສະມາຊິກ ທີ່ ອິນເດຍ ໃຫ້ການສະໜັບສະໜູນທາງດ້ານການເງິນ ເຊິ່ງໃນນັ້ນ, ໄດ້ມີໂຄງການທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ລວມທັງໝົດ 7 ໂຄງການ ໃນຂົງເຂດກະສິກໍາ, ສຶກສາ ແລະ ສາທາລະນະສຸກ (ກໍາລັງຈັດຕັ້ງປະຕິບັດຈໍານວນ 3 ໂຄງການ ແລະ ຍັງລໍຖ້າຈັດຕັ້ງປະຕິບັດອີກ 4 ໂຄງການ) ລວມມູນຄ່າ 350,000 ໂດລາສະຫະລັດ ເຊິ່ງເຫັນວ່າ ບັນດາໂຄງການດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນແມ່ນໍ້າຂອງກໍຄື ສປປ ລາວ ຢ່າງກວ້າງຂວາງ.
ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ຂະແໜງການທ່ອງທ່ຽວເປັນບູລິມະສິດ, ສະໜັບສະໜູນໃຫ້ມີການທ່ອງທ່ຽວແບບຄົບ ວົງຈອນ (Package) ຮ່ວມກັນຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ ແລະ ໃນຕອນທ້າຍກໍໄດ້ມີການມອບ-ຮັບໜ້າທີ່ ປະທານໝູນວຽນຮ່ວມກັບ ອິນເດຍ ຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດ ໜ້າທີ່ໃນປີ 2021-2022 ເຊິ່ງຢູ່ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກອງປະຊຸມລັດຖະມົນຕີຕ່າງປະເທດຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບການຮ່ວມມືດັ່ງກ່າວ ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງແມ່ນໄດ້ຜັດປ່ຽນກັນເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕາມລໍາດັບຕົວອັກສອນພາສາອັງກິດ.
