ພາຍຫລັງຈັດການແຂ່ງຂັນກິລາການທະຫານສາກົນ ປະເພດກິລາ ( ເສັ້ນທາງທິປອດໄພ ) ສຳເລັດລົງໃນດ້ວບບັນຍາກາດຟົດຟື້ນນັ້ນ. ມາໃນວັນທີ 31 ສິງຫາ 2021 ນີ້, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ເຫຼົ່າຮົບຊ່າງແສງ ຍັງໄດ້ຈັດພິທີ ແຂ່ງຂັນກິລາການມວນຊົນຂື້ນ ຢູ່ທີ່ສູນຝຶກອານເດຣເຢຍສະກີ ເມືອງຈູເມັນ ສະຫະພັນຣັດເຊຍ.ໂດຍມີຄະນະຊີ້ນຳ ແລະ ນັກກິລາແຕ່ລະປະເທດເຂົ້າຮ່ວມ.
ການຈັດແຂ່ງຂັນກິລາມວນຊົນໃນຄັ້ງນີ້ປະກອບມີ 04 ປະເພດກິລາ ແລະ ມີ 08 ປະເທດເຂົ້າຮ່ວມສຳລັບກິລາທີ່ນຳເອົາມາເຂົ້າໃນການແຂ່ງມີ ຄື: ບານສົ່ງ, ບານເຕະ, ດຶງເຊືອກ ແລະ ຍົກນ້ຳໜັກ ການແຂ່ງຂັນ ດຳເນີນເປັນເວລາ 03 ວັນ ແຕ່ວັນທີ 31 ສີງຫາ -2 ກັນຍາ 2021 ຜົນການແຂ່ງຂັນ ປະເພດກິລາ ບານສົ່ງ ອັນດັບທີ 01 ຫວຽດນາມ, ທີ02 ອຸສະເບັກກິສະຖານ, ທີ03 ສປປ ລາວ. ປະເພດກິລາບານເຕະ ທີ01 ເອຢິບ,ທີ02 ຣັດເຊຍ, ທີ 03 ເບລາລຸດ, ປະເພດຍົກນ້ຳໜັກທີ 01 ອຸສະເບັກກິສະຖານ, ທີ 02 ຣັດເຊຍ, ທີ03 ເບລາລຸດ ສຳລັບກິລາ ດຶງເຊືອກ ທີ01 ອຸສະເບັກກິສະຖານ, ທີ02ຣັດເຊຍ ແລະ ທີ 03 ເບລາລຸດ. ການແຂ່ງຂັນກິລາມວນໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ບັນຍາກາດ ໃນງານແຂ່ງຂັນ ກິລາ ການທະຫານສາກົນ (ARMY GAMEs 2021 ) ມີຄວາມຝົດຟື້ນມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກຄີບັນດາປະເທດ ທີ່ເຂົ້າຮ່ວມແຂ່ງຂັນ ທັງເປັນການຝຶກຝົນກຳລັງແຮງກາຍຂອງພະນັກງານ-ນັກຮົບ ແຕ່ລະຫາຍໃຫ້ມີຄວາມແຂງແຮງໃນການຈັດຕັ້ງປະຕິບັດໜ້າທີ່ວຽກຂອງຕົນໃຫ້ມີຜົນສຳເລັດຕາມການຈັດຕັ້ງ ກໍ່ຄືກົມກອງມອບໝາຍໃຫ້ຮັບຜົນດີ.
ໂດຍ: ເກນ ວິໄລສານ.