ໃນວັນທີ 06 ຕຸລາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງອົດສະຕຣາລີ ທີ່ກະຊວງການຕ່າງປະເທດເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ.
ໃນການໂອ້ລົມໂທລະສັບທາງໄກໃນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງ ແລະ ຢໍ້າຄືນ ເຖິງສາຍພົວພັນມິດຕະພາບອັນຍາວນານແລະການຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ຂອງສອງປະເທດນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952, ຊຶ່ງທັງສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022 ທີ່ຈະມາເຖິງນີ້ຢ່າງຟົດຟື້ນ ແລະ ມີຄວາມໝາຍ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເພື່ອການພັດທະນາ (ODA)ແກ່ ສປປລາວໃນຂົງເຂດຕ່າງໆໃນຊຸມປີທີ່ຜ່ານມາໂດຍສະເພາະ ນັບແຕ່ປີ 2022 ເປັນຕົ້ນໄປ ລັດຖະບານອົດສະຕຣາລີ ຈະເພີ່ມທຶນການສຶກສາ ຈາກ 30 ທຶນ ເປັນ 60 ທຶນ ຕໍ່ປີ ແລະ ລວມເຖິງການຊ່ວຍເຫລືອເພີ່ມຕື່ມ ຂອງ ອົດສະຕຣາລີ ທາງດ້ານເຕັກນິກການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ແຜນການຊ່ວຍເຫຼືອໃນອະນາຄົດຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຢໍ້າຄືນທີ່ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບປະເທດສະມາຊິກອາຊຽນແລະອົດສະຕຣາລີເພື່ອເຮັດໃຫ້ການການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ກ້າວຂຶ້ນສູ່ລະດັບໃໝ່ໃນໂອກາດທີ່ ສປປລາວ ເປັນປະເທດຜູ້ສານງານອາຊຽນ-ອົດສະຕຣາລີ ປີ 2021-2024 ລວມທັງຂໍ້ສະເໜີຂອງອົດສະຕຣາລີໃນການຍົກລະດັບການພົວພັນຮ່ວມມືອາຊຽນ-ອົດສະຕຣາລີຈາກຄູ່ຮ່ວມມືຍຸດທະສາດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພ້ອມກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຝ່າຍອົດສະຕຣາລີທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປລາວ ໃນການກະກຽມເປັນປະທານອາຊຽນປີ 2024 ໂດຍສະເພາະແມ່ນການສົ່ງພະນັກງານສປປລາວໄປຝຶກງານທີ່ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈຳ ອາຊຽນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປືກສາຫາລືເພື່ອຮັດແໜ້ນການຮ່ວມມື ໃນຂົງເຂດພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.