ຕອນບ່າຍວັນທີ 22 ພະຈິກ 2022 ທີ່ສໍານັກນາຍົກລັດຖະມົນຕີ, ທ່ານນາງ ທິບພະກອນຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງກອງປະຊຸມລັດຖະບານປະຈໍາເດືອນ ພະຈິກ 2022 ເຊິ່ງກອງປະຊຸມໄດ້ພິຈາລະນາ, ເຫັນດີ ຕົກລົງ ແລະມີທິດຊີ້ນໍາວຽກງານ 14 ວາລະສໍາຄັນຂອງຊາດ, ທ່ານນາງ ທິບພະກອນຈັນທະວົງສາ ກ່າວວ່າ:
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21ແລະ ອັດລົງໃນຕອນທ່ຽງຂອງວັນທີ 22ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງແລະມີທິດຊີ້ນຳຕໍ່ວາລະທີ່ສໍາຄັນຕ່າງໆ 14 ວາລະດັ່ງນີ້:
ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນພະຈິກ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການສະຫຼຸບຕີລາຄາ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງ-ຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ຄົງຄ້າງ, ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເຂົ້າສູ່ຂົງເຂດວຽກງານຂະແໜງການຕົນ ຢ່າງເປັນຮູບປະທໍາຕົວຈິງ; ສືບຕໍ່ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຮອບດ້ານ ໃນທົ່ວສັງຄົມ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫຼຸບ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ ເພື່ອນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດພາບ, ປະສິດທິຜົນ, ສຳເລັດຕາມຄາດໝາຍ ທີ່ໄດ້ກໍານົດໄວ້.
ວາລະທີ2 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຮ່າງດໍາລັດທັງສອງສະບັບດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະທາງດ້ານຄຳສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມສະດວກ ແລະ ມີປະສິດທິຜົນ, ພາຍຫຼັງສຳເລັດແລ້ວ ນຳສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.
ວາລະທີ3 ກອງປະຊຸມ ໄດ້ພິຈາລະນາ ຮ່າງດໍາລັດວ່າດ້ວຍການແຕ່ງກາຍ ແລະ ໄດ້ຊີ້ນໍາ ໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າ ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳ ກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າ ການແຕ່ງກາຍ, ການນຸ່ງຖື ແມ່ນພົວພັນ ເຖິງວັດທະນະທຳ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ກໍຄືຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ; ລັດຖະບານຍາມໃດ ກໍຊຸກຍູ້ສົ່ງເສີມໃຫ້ພົນລະເມືອງລາວທຸກຄົນ ຮ່ວມກັນປົກປັກຮັກສາເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ ເຮັດໃຫ້ການນຸ່ງຖືແຕ່ງກາຍ ເປັນຄ່ານິຍົມ ແລະ ກາຍເປັນສິ່ງເອກອ້າງທະນົງໃຈ ຂອງຊາດລາວເຮົາ.
ວາລະທີ4 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍເລກປະຈຳຕົວ ຂອງຜູ້ເສຍອາກອນ. ພ້ອມກັນນີ້ ໄດ້ຊີ້ນໍາກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກໍາໄດ້ບັນດາບັນຊີ ຈໍານວນບຸກຄົນ, ນິຕິບຸກຄົນ ທີ່ໄດ້ດໍາເນີນທຸລະກິດ, ທັງສາມາດຕິດຕາມ, ກວດກາການດຳເນີນທຸລະກິດ, ການເສຍພັນທະ-ອາກອນ ເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ, ມີປະສິດທິພາບ ແລະ ປະສິດທິຜົນ. ສິ່ງສໍາຄັນ ແມ່ນໃຫ້ສາມາດເຊື່ອມໂຍງຂໍ້ມູນ ກັບລະບົບຕ່າງໆຂອງຂະແໜງການກ່ຽວຂ້ອງ ແລະ ລະບົບ ID ໃໝ່ ທີ່ຈະພັດທະນາໃນຕໍ່ໜ້າ.
ວາລະທີ5 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນໍາໃຫ້ກະຊວງພາຍໃນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຍຸດທະສາດ, ຈຸດປະສົງ ແລະ ໂຄງສ້າງ, ການກຳນົດຄາດໝາຍສູ້ຊົນ, ການກໍານົດຕໍາແໜ່ງງານ ແລະ ກົງຈັກການຈັດຕັ້ງ, ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ, ການສ້າງເງື່ອນໄຂ ແລະ ສົ່ງເສີມ ຄົນດີ-ຄົນເກັ່ງ ເຂົ້າເປັນລັດຖະກອນ, ການກຳນົດນະໂຍບາຍຕໍ່ລັດຖະກອນ, ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ, ສິ່ງສໍາຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງ ກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ, ການຄຸ້ມຄອງ ແລະ ພັດທະນາລັດຖະກອນ ໃຫ້ມີລັກສະນະບຸກທະລຸ ເນັ້ນດ້ານຄຸນນະພາບ ເປັນສໍາຄັນ, ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.
ວາລະທີ6 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ. ກອງປະຊຸມໄດ້ຊີ້ນໍາ ໃຫ້ຄະນະກຳມາທິິການ ເພື່ອຄວາມກ້າວໜ້າ ແມ່ຍິງ, ແມ່ ແລະ ເດັກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງບົດລາຍງານດັ່ງກ່າວ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ໂດຍສົມທົບກັບຂໍ້ມູນການປະຕິບັດແຜນງານຕ່າງໆ ທີ່ກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນ.
ສຳລັບ ແຕ່ນີ້ຮອດໝົດເດືອນທັນວາ 2022, ເນື່ອງຈາກ ສະພາບການຂອງສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປຢ່າງສັບສົນ ຄາດເດົາໄດ້ຍາກ ເຊິ່ງຍັງຈະສືບຕໍ່ກະທົບຕໍ່ປະເທດເຮົາ ຢ່າງຫຼີກລ່ຽງບໍ່ໄດ້, ສະນັ້ນ ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ແລະ ຈະສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນ ດັ່ງນີ້:
1. ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIໃຫ້ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການລະອຽດ ໃນການຈັດຕັ້ງປະຕິບັດແຕ່ລະດ້ານ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍສະເພາະການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິວ່າດ້ວຍວຽກງານທີ່ດິນໃນໄລຍະໃໝ່.
2. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ 5 ໃຫ້ເລີກເຊິ່ງ ແລະ ກວ້າງຂວາງ, ລວມທັງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນດີ.
3) ສຸມໃສ່ກະກຽມບົດລາຍງານ 7 ຫົວຂໍ້ ແລະ ການປັບປຸງກົດໝາຍ 10 ສະບັບ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນ ຊັດເຈນ, ຖືກຕ້ອງ, ຄົບຖ້ວນ ແລະ ສຳເລັດຕາມກຳນົດເວລາ.
4. ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກບືນສູ້ຊົນ, ແຂງແຮງ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກດັ່ງກ່າວ ໃນປີ 2022 ແລະ ສະເໜີແຜນ ປີ 2023 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.
5. ສືບຕໍ່ເອົາໃຈໃສ່ນຳພາ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ໂດຍສະເພາະຮັບປະກັນຄວາມສະຫງົບ ແລະ ປອດໄພໃຫ້ແກ່ງານສຳຄັນຕ່າງໆ ເຊັ່ນ: ງານສະເຫຼີມສະຫຼອງທົ່ງໄຫຫີນເປັນມໍຣະດົກໂລກ, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ງານມະຫາກຳກິລາແຫ່ງຊາດທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ອື່ນໆ. ພ້ອມນີ້, ກໍເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະຂີ້ລັກງັດແງະ ລວມທັງບັນຫາສື່ສັງຄົມອອນລາຍ ທີ່ສະເໜີຂ່າວບິດເບືອນ, ຂ່າວປອມ ແລະ ຂ່າວລື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
6. ກະກຽມຈັດກອງປະຊຸມແຜນການ-ການເງິນ ທົ່ວປະເທດ ໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ ແລະ ມີການຫັນປ່ຽນໃໝ່ທາງດ້ານການເກັບລາຍຮັບ, ການປະຕິບັດໂຄງການລົງທຶນຂອງລັດ.
7. ສືບຕໍ່ສ້າງສະພາບແວດລ້ອມທີ່ດີ ໃນການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ກວ່າເກົ່າ.
8. ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດຳລັດ ວ່າດ້ວຍລັດຂອງລັດ ແລະ ນິຕິກຳກ່ຽວຂ້ອງອື່ນໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ.
9. ສືບຕໍ່ປະຕິຮູບບັນດາລັດວິສາຫະກິດ ຢ່າງແຂງແຮງ ຕາມມະຕິຂອງລັດຖະບານ ເລກທີ 10 ປີ 2021 ໃຫ້ສໍາເລັດຕາມແຜນ.
10. ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ; ຍົກສູງຄຸນນະພາບຂອງສີມືແຮງງານລາວ ເພື່ອຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດລາວເພີ່ມຂຶ້ນ.
11. ສຸມໃສ່ກະກຽມຄວາມພ້ອມໃຫ້ແກ່ພິທີເຫຼີມສະຫຼອງ ແລະ ງານສຳຄັນຕ່າງໆ ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາເດືອນທັນວາ ບົນຈິດໃຈກະທັດຮັດ ແລະ ປະຢັດມັດທະຍັດ.
12. ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກ ໃຫ້ມີປະສິດທິຜົນ, ໃນນີ້: ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ປະຕິບັດຜົນການຕົກລົງ ຂອງການພົບປະຂອງການນຳຂັ້ນສູງ ກັບບັນດາປະເທດເພື່ອນມິດໃຫ້ຖືກຕ້ອງ, ທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້ ກໍ່ກະກຽມຮອບດ້ານໃຫ້ແກ່ການໄປເຄື່ອນໄຫວຕ່າງປະເທດ ແລະ ການຕ້ອນຮັບແຂກຕ່າງປະເທດ ທີ່ຈະມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ.
13. ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຄັ້ງທີ 45.
14. ສືບຕໍ່ສຸມໃສ່ກະກຽມສ້າງແຜນດຳເນີນງານ ຂອງລັດຖະບານ ປີ 2023 ໃຫ້ສຳເລັດ ເພື່ອພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນທັນວາ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາມະຕິກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍ ໃນແຕ່ລະໄລຍະໃຫ້ຊັດເຈນ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
Loading...