ພາຍຫລັງທີ່ດໍາເນີນມາເປັນເວລາ ໜຶ່ງວັນ ກອງປະຊຸມແຫ່ງຊາດດ້ານໂພສະນາການຄັ້ງທີ VI ແລະກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພສະນາການປະຈຳປີ 2020 ພາຍໃຕ້ຄໍາຂວັນ ໂພສະນາການທີ່ດີເພື່ອທຸກຄົນ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນແລງວັນທີ 12 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການແຫ່ງຊາດດ້ານໂພສະນາການ. ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງປະທານຄະນະ ກໍາມະການແຫ່ງຊາດດ້ານໂພຊະນາການ, ທ່ານ ອີນາ ມາຊິນູຣິເຕ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຂອງ ສະຫະພາບ ເອີລົບ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ້ອນ ເອກອັກຄະລັດຖະທູດ ສະຫະລັດອະເມລິກາ ປະຈຳ ສປປ ລາວ ມີບັນດາ ຮອງລັດຖະມົນຕີ, ຄະນະກໍາມະການແຫ່ງຊາດດ້ານໂພຊະນາການຂັ້ນສູນກາງ, ຮອງເຈົ້າແຂວງ, ຄະນະກໍາມະການແຫ່ງຊາດດ້ານໂພຊະນາການຂັ້ນແຂວງ, ກອງເລຂາຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ສູນກາງ ແລະ ແຂວງ, ຜູ້ຕາງໜ້າ ອົງການ ອຸຍນີເຊັບ, ທະນາຄານໂລກ, ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສັງຄົມ ພາກທຸລະກິດ ເອກະຊົນ ເຂົ້າຮ່ວມ.
່ ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ໂດຍຜູ້ແທນກອງປະຊຸມໄດ້ສຸມຈິດໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄຳເຫັນ ຢ່າງມີຄຸນນະພາບ, ໄດ້ຕົກລົງບັນຫາຢ່າງຖືກຕ້ອງ ແລະ ກົງໄປກົງມາ ບົນພື້ນຖານຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມ ບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍ ຢ່າງດີ.
ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການແຫ່ງຊາດດ້ານໂພສະນາການ. ມີຄຳເຫັນຕໍ່ກອງປະຊຸມວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໃຫ້ປະກົດເປັນຈິງ. ໃນນາມປະທານກອງ ປະຊຸມ ແລະປະທານຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ, ຂໍຮຽກຮ້ອງເຖິງບັນດາທ່ານ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ບັນດາກະຊວງ-ອົງການ ແລະ ກອງເລຂາຄະນະກຳມະການໂພຊະນາການ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ ໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດ ບາງວຽກງານທີ່ສຳຄັນ ເປັນຕົ້ນ: ໃຫ້ກອງເລຂາຂັ້ນສູນກາງຜັນຂະຫຍາຍຜົນຂອງກອງປະຊຸມໃນຄັ້ງນີ້ເຂົ້າໃນການສ້າງແຜນປະຕິບັດງານໂພຊະນາການ 2021-2025 ໃຫ້ສຳເລັດ ແລະ ໃຫ້ບັນດາຂະແໜງການ, ແຂວງ ເຊື່ອມສານເຂົ້າໃນແຜນພັດທະນາ 5 ປີ ຄັ້ງທີ IX ແລະ ແຜນປະຈຳປີ ພ້ອມທັງກຳນົດບຸລິມະສິດສຳຄັນຂອງໂຄງການ ກິດຈະກຳໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຄະນະກຳມະການໂພຊະນາການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ທຸກຂະແໜງການ ເອົາໃຈໃສ່ຢ່າງຕັ້ງໜ້າໃນການສືບຕໍ່ຊີ້ນຳ-ນຳພາ ວຽກງານຂອງຕົນ ໃຫ້ມີການປະສານງານກັນຢ່າງກົມກຽວ ພາຍໃນຂະແໜງການ ລະຫວ່າງຂະແໜງການນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ພ້ອມທັງ ປະສານງານກັບຄູ່ຮ່ວມພັດທະນາ ຢ່າງມີປະສິດທິພາບ., ໃຫ້ແຕ່ລະຂະແໜງການ ແລະ ແຕ່ລະແຂວງ ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂບັນຫາໂພຊະນາການໂດຍກຳນົດຄອບຄົວ, ບ້ານ, ເມືອງ ທີ່ເປັນບູລິມະສິດໃນການແກ້ໄຂ ຢ່າງມີຈຸດສຸມຮ່ວມກັນກັບຫຼາຍພາກສ່ວນ, ແຕ່ລະພາກສ່ວນຈັດສັນງົບປະມານທຶນໄປຕາມບູລິມະສິດ ລວມທັງງົບປະມານຂອງລັດຖະບານ ແລະ ຄຸ້ມຄອງການນຳໃຊ້ງົບປະມານ ຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມຈາກສາກົນ ໃຫ້ມີປະສິດທິພາບ ໃຫ້ເກີດປະໂຫຍດສູງສຸດ ບັນລຸຄາດໝາຍໂພຊະນາການໃນປີ 2021 ແລະ ປີຕໍ່ໄປ, ແຕ່ລະຂະແໜງການທັງສູນກາງ ແລະ ທ້ອງຖິ່ນຜັນຂະຫຍາຍການຈັດຕັ້ງປະຕິບັດດຳລັດຄວບຄຸມຜະລິດຕະພັນອາຫານເດັກອ່ອນ ແລະເດັກນ້ອຍໃຫ້ທົ່ວເຖິງພ້ອມທັງມີລະບົບຕິດຕາມປະເມີນຜົນລາຍງານເປັນແຕ່ລະໄລຍະ, ໃຫ້ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດມາດຕະການທີ່ຮັບປະກັນໃຫ້ຄົວເຮືອນມີການຜະລິດສະບຽງອາຫານທີ່ໝັ້ນຄົງ ຄ້ຳປະກັນໃຫ້ຄອບຄົວແມ່ຍິງແລະເດັກນ້ອຍໃນກຸ່ມເປົ້າໝາຍໄດ້ມີອາຫານບໍລິໂພກທີ່ຫຼາກຫຼາຍ ແລະ ພຽງພໍ ດີຂຶ້ນກວ່າເກົ່າ, ມອບໃຫ້ຄະນະກຳມະການໂພຊະນາການບັນດາຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງໄດ້ສືບຕໍ່ນຳພາ, ຊຸກຍູ້, ສົ່ງເສີມ, ໂຄສະນາ ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນໃຫ້ທົ່ວເຖິງໃນການບໍລິໂພກອາຫານ ຖືກຫຼັກໂພຊະນາການທີ່ຫຼາກຫຼາຍ, ສົມສ່ວນ, ເໝາະສົມ ແລະ ພຽງພໍ ພ້ອມທັງປຸກລະດົມຂົນຂວາຍ ຊຸມຊົນ ເປັນເຈົ້າການໃນການແກ້ໄຂບັນຫາໂພຊະນາການ ແລະ ຄ້ຳປະກັນສະບຽງອາຫານ ເພື່ອໃຫ້ເກີດຄວາມຍືນຍົງ, ມອບໃຫ້ກອງເລຂາແຕ່ລະຂັ້ນ ຕິດຕາມ, ປະເມີນຜົນ, ເກັບກຳຂໍ້ມູນ ສັງລວມລາຍງານ ການຈັດຕັ້ງປະຕິບັດ ໃຫ້ຄະນະກຳມະການໂພຊະນາການ ແຕ່ລະຂັ້ນຢ່າງເປັນລະບົບຕໍ່ເນື່ອງ
ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງນີ້ ແມ່ນໂອກາດອັນດີເພື່ອທົບທວນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ໃນການກຳນົດບູລິມະສິດເພື່ອປຸກລະດົມໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງລົງມືດຳເນີນວຽກງານ ໃຫ້ມີປະສິດທີ່ພາບຫຼາຍຂຶ້ນກວ່າເກົ່າ ແນ່ໃສ່ຫຼຸດຜ່ອນອັດຕາການຂາດສານອາຫານຊ້ຳເຮຶ້ອໃນເດັກນ້ອຍ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ປະຕິບັດໜ້າທີ່ວຽກງານດ້ານໂພຊະນາການໃນທຸກຂະແໜງການນຳໃຊ້ແນວທາງທີ່ເປັນນະວັດຕະກຳໃໝ່ເພື່ອປັບປຸງການສ້າງແຜນງານໂພຊະນາການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ມີຄວາມສອດຄ່ອງ ຖືກຕ້ອງ ແລະ ຊັດເຈນຂຶ້ນກວ່າເກົ່າ.
  
Loading...