ໃນວັນທີ 26-27 ສິງຫາ 2021 ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ ຄັ້ງທີ 6 ສະໄໝທີ IV ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງສະຫາຍສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ທົ່ງມີໄຊ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ, ຫົວໜ້າຫ້ອງການອົງການກົມກອງອອ້ມຂ້າງເມືອງຕະຫຼອດຮອດນາຍບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງເນື້ອໃນເອກະສານສຳຄັນຄື:
1. ມະຕິກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
2. ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI
3. ບົດແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບການຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ.
ຈາກນັ້ນ ສະຫາຍ ສີສະຫວັນ ສຸກສະຫວັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 8 ເດືອນຕົ້ນປີ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2021 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 06 ເດືອນຕົ້ນປີຜ່ານມາ ເຊິ່ງເປັນໄລຍະຕົ້ນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ໂດຍໄດ້ປະຕິບັດໄປຕາມ 6 ເປົ້າໝາຍຂອງການພັດທະນາ ແລະ ໄດ້ຜັນຂະຫຍາຍເປັນແຜນຢ່າງລະອຽດ. ການລົງທຶນຂອງລັດ ປະຈຳປີ 2021 ໄດ້ຮັບແຈ້ງອະນຸມັດຈາກຂັ້ນເທິງ 10 ໂຄງການມູນຄ່າລວມ 60,71 ຕື້ ເປັນໂຄງການສືບຕໍ່ທັງໝົດ; ຊຶ່ງໄດ້ຮັບທຶນອານຸມັດປີ 2021 ມູນຄ່າ 475 ລ້ານກີບ; ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເມືອງພວກເຮົາຍັງບໍ່ມີການລົງທຶນທີ່ເປັນລາຍໃຫຍ່ ຫຼື ເປັນບໍລິສັດ ການລົງທຶນສ່ວນຫຼາຍເປັນທຶນຂອງປະຊາຊົນລາຍບຸກຄົນແບບຄອບຄົວ; ດ້ານສິນເຊື່ອທະນາຄານ ສາມາດລະດົມເງິນຝາກໄດ້ທັງໝົດ 7.900 ລ້ານກີບ ແລະ ປ່ອຍສິນເຊື່ອໃຫ້ສະສົມແກ່ປະຊາຊົນ ແລະ ຜູ້ປະກອບການທຸລະກິດ ຮອດປະຈຸບັນໄດ້ທັງໝົດ 12.749 ລ້ານກີບ. ອົງການປົກຄອງທຸກຂັ້ນກໍ່ໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດດ້ານຕ່າງໆຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຖຶກທິດ, ເສດຖະກິດເຕີບໂຕມີຄຸນນະພາບ ແລະ ຍືນຍົງສາມາດຈັດເກັບລາຍຮັບ: ໄດ້ທັງໝົດ 1.067 ລ້ານກີບ ເທົ່າກັບ 58,95% ຂອງແຜນການປີ, ລາຍຈ່າຍ ສາມາດປະຕິບັດໄດ້ທັງໝົດ 1.026,35 ລ້ານກີບເທົ່າກັບ 56,69% ຂອງແຜນການປີ, ມູນຄ່າການສົ່ງອອກສິນຄ້າໄດ້ທັງໝົດ 1.605 ລ້ານກີບ, ທຽບໃສ່ແຜນການປີປະຕິບັດໄດ້ 8,91%, ການຜະລິດລະດູແລ້ງປະເພດພືດທັນຍາຫານປະຕິບັດໄດ້ 111,88 ເຮັກຕາ, ເທົ່າກັບ55,04% ຂອງແຜນການ, ຜົນຜະລິດໄດ້ 470 ໂຕນ, ມາເຖິງປັດຈຸບັນທົ່ວເມືອງມີສັດລ້ຽງປະເພດງົວ, ຄວາຍ ທັງໝົດ 13.450 ໂຕ, ສິນຄ້າກະສິກຳສົ່ງອອກທັງໝົດ 532 ໂຕນ ໃນນີ້: ສິນຄ້າທີ່ພົ້ນເດັ່ນແມ່ນ: ເຂົ້າເປືອກ 396 ໂຕນ, ໝາກເດືອຍ 136 ໂຕນ, ການຜະລິດລະດູຝົນປູກພືດເປັນສິນຄ້າ 1.038 ເຮັກຕາ ເທົ່າກັບ 98,09%, ປູກເຂົ້ານາປີໄດ້ 1.325 ເຮັກຕາ ເທົ່າກັບ 99,85% ຂອງເນື້ອທີ່ນາທັງໝົດ, ປູກພືດທັນຍາຫານໄດ້ 183 ເຮັກຕາ ເທົ່າກັບ 101,78% ຂອງແຜນການທີ່ວາງໄວ້, ການຜະລິດລະດູຝົນປູກພືດເປັນສິນຄ້າ 1.038 ເຮັກຕາ ເທົ່າກັບ 98,09% ຂອງແຜນການ ໃນນີ້: ໝາກເດືອຍ 385 ເຮັກຕາ, ຖົ່ວດິນ 91 ເຮັກຕາ, ສາລີ 159 ເຮັກຕາ, ມັນຕົ້ນ 288 ເຮັກຕາ ແລະ ຖົ່ວແດງ 115 ເຮັກຕາ; ໄດ້ເອົາໃຈໃສ່ຕິດຕາມ, ສ້ອມແປງລະບົບຕາຂ່າຍໄຟຟ້າໃຫ້ມີຄວາມສາມາດບໍລິການກະແສໄຟໃຫ້ແກ່ການຊົມໃຊ້ຢ່າງພຽງພໍ, ອັດຕາການຊົມໃຊ້ໄຟຟ້າໃນທົ່ວເມືອງກວມ 100% ຂອງບ້ານ ແລະ ຄອບຄົວທັງໝົດ, ເອົາໃຈໃສ່ຕິດຕາມການຮຽນການສອນຢ່າງໃກ້ຊິດ ພ້ອມທັງຈັດກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານການສຶກສາຢ່າງເປັນປົກກະຕິ, ສຸມໃສ່ຕ້ານແລະ ສະກັດກັ້ນການແຜ່ລະບາດຂອງພະຍາດເປັນຕົ້ນຕໍ, ຖືເອົາການປິ່ນປົວທີ່ມີຄຸນນະພາບເປັນສຳຄັນ, ຄຸນນະພາບບ້ານສາທາລະນະສຸກແບບຢ່າງໄດ້ຮັບການປັບປຸງດີຂຶ້ນ ອັດຕາການຊົມໃຊ້ນ້ຳສະອາດກວມ 97,7%; ອັດຕາການຊົມໃຊ້ວິດຖ່າຍກວມ 100%; ບ້ານແບບຢ່າງສາທາລະນະສຸກໄດ້ 100% ໃນທົ່ວເມືອງ; ບ້ານວັດທະນະທຳກວມ 100% ພວມດຳເນີນຈັດຕັ້ງປະຕິບັດການສ້າງຫ້ອງການ, ກົມກອງວັດທະນາທຳ, ປັບປຸງພາຫະນະສື່ມວນຊົນຢ່າງເປັນລະບົບ ກາຍເປັນປາກກະບອກສຽງໂຄສະນາແນວທາງຂອງພັກ ເຮັດໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານຫຼາຍຂຶ້ນຕິດຕາມກວດກາອີງໃສ່ດຳລັດ 348 ເມືອງພວກເຮົາມີຄອບຄົວພັດທະນາ 1.419 ຄອບຄົວ ກວມ 69,15% ມີບ້ານບໍ່ພົ້ນທຸກ 2 ບ້ານ ເທົ່າກັບ 15,38%, ມີຄອບຄົວບໍ່ພົ້ນທຸກ 11 ຄອບຄົວ ເທົ່າກັບ 0,54%;
ພ້ອມດຽວກັນນີ້ ບັນດາສະຫາຍ ຜູ້ແທນກອງປະຊຸມ ຍັງຈະໄດ້ພ້ອມກັນປະກອບຄໍາເຫັນ ເພື່ອລົງເລີກວິເຄາະ, ວິໄຈ ບັນຫາຄົງຄ້າງ ທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ. ຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະຂົງເຂດເພື່ອ ຊອກໃຫ້ເຫັນໄດ້ດ້ານດີ, ດ້ານຕັ້ງໜ້າເພື່ອຊຸກຍູ້ສົ່ງເສີມ, ຊອກໃຫ້ເຫັນໄດ້ດ້ານອອ່ນ, ຂໍ້ຄົງຄ້າງເພື່ອພ້ອມກັນຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ. ໃນໂອກາດດຽວກັນນີ້ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການ ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ທົ່ງມີໄຊ ນຳອີກ.

