ໃນວັນທີ 6 ພະຈິກ 2021, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງກ່ຽວກັບຜົນສຳເລັດການຄົ້ນຄວ້າພິຈາລະນາວຽກງານຂອງລັດຖະບານ ແລະ ບັນຍາກາດການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໄລຍະວັນທີ 1-5 ພະຈິກ 2021ໂດຍຊີ້ໃຫ້ເຫັນວ່າ: ຕະຫລອດ 5 ວັນຜ່ານມາ ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າພິຈາລະນາຫລາຍບັນຫາ ກ່ຽວກັບວຽກງານຂອງລັດຖະບານ ເປັນຕົ້ນ ໄດ້ຮັບຟັງການລາຍງານໂດຍສັງເຂບ ຈາກທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ພ້ອມນັ້ນກອງປະ ຊຸມຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງ ແລະ ອົງການຈໍານວນ 5 ອົງການຄື:
– ບົດລາຍງານ ການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທ້າຍປີ 2021 ແລະ ແຜນການປະຈໍາປີ 2022;
– ບົດລາຍງານ ສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2020, ການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານ ປີ 2022;
– ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 9 ເດືອນປີ 2021, ແຜນວຽກຈຸດສຸມຮອດທ້າຍປີ 2021 ແລະ ທິດທາງແຜນການ ປີ 2022;
– ບົດລາຍງານກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ 5 ປີ (2021-2025).
ບັນດາເນື້ອໃນຂົງເຂດວຽກງານຂອງລັດຖະບານ ທີ່ນໍາມາພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດ ໃນຄັ້ງນີ້ ລ້ວນແລ້ວແຕ່ເປັນບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຕິດພັນກັບສິດ ແລະ ຜົນປະ ໂຫຍດລວມຂອງປະເທດຊາດ ແລະປະຊາຊົນບັນດາເຜົ່າ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະວຽກງານອື່ນໆ ໂດຍສະເພາະມີຄວາມຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ. ສັງເກດໄດ້ວ່າບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ປະກອບ ຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າ, ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານນຳໄປຄົ້ນ ຄວ້າປັບປຸງ ແລະ ສືບຕໍ່ຈັດຕັ້ງປະ ຕິບັດໃຫ້ມີຜົນສໍາເລັດດີຂຶ້ນໃນທ່າມກາງທີ່ປະເທດຊາດຂອງພວກເຮົາ ພວມປະເຊີນກັບການລະບາດ ຂອງພະບາດໂຄວິດ-19 ສາມາດສັງລວມການປະກອບຄໍາເຫັນໄດ້ທັງໝົດ 75 ເທື່ອຄົນ, ຍິງ 15 ເທື່ອຄົນ, ສາມາດສັງລວມເນື້ອໃນບັນຫາພົ້ນເດັ່ນໄດ້ ດັ່ງນີ້:
ການກໍານົດຕົວເລກ ການເຕີບໂຕທາງດ້ານເສດຖະກິດ ໃນປີ 2022 ນີ້, ລັດຖະບານໄດ້ກໍານົດໃນລະດັບ 4,2%, ສສຊ ໄດ້ສະເໜີຍົກຂຶ້ນເປັນ 4,5%. ເນື່ອງຈາກວ່າ ອີງໃສ່ສະພາບເງື່ອນໄຂຕົວຈິງ, ບັນດາທ່າແຮງຂອງຂະແໜງການ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ຄາດວ່າມີຄວາມເປັນໄປໄດ້; ສສຊ ໄດ້ສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ການຜະລິດ ຂອງບັນດາຂະແໜງການ ໂດຍສະເພາະການຜະລິດກະສິກຳ ເພື່ອຄ້ຳປະ ກັນສະບຽງອາຫານ ພາຍໃນປະເທດ, ກະກຽມໃຫ້ແກ່ການທ່ອງທ່ຽວ ແລະ ສົ່ງອອກ ພາຍຫລັງເປີດການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ; ສສຊ ໄດ້ສະເໜີໃຫ້ລັດຖະບານພິຈາລະນາຄືນ ໂຄງປະກອບການຈັດສັນງົບປະມານການລົງທຶນຂອງລັດ ໃຫ້ຂະແໜງການສູນກາງ ແລະ ທ້ອງ ຖິ່ນ ໃຫ້ຈະແຈ້ງ ແລະສອດຄ່ອງກັບສະພາບຕົວຈິງ, ແກ້ໄຂຂອດອຸດຕັນ ເພື່ອແນໃສ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງ ແລະເໝາະສົມກັບທ່າແຮງບົ່ມຊ້ອນຂອງປະເທດເຮົາ.
ພ້ອມກັນນີ້, ສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ຄົ້ນຄວ້າປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ, ເນື່ອງຈາກລາຄານໍ້າມັນເຊື້ອໄຟ ມີທ່າອ່ຽງເພີ່ມສູງຂຶ້ນເລື້ອຍໆ ແລະ ມີການປັບລາຄາ ຫລາຍຄັ້ງຕໍ່ປີ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການດຳລົງຊີວິດຂອງປະຊາຊົນໃນປັດຈຸບັນ; ເອົາໃຈໃສ່ຈັດເກັບລາຍຮັບຈາກຖານລາຍຮັບທີ່ມີຄວາມແນ່ນອນ ເປັນ ຕົ້ນ: ອາກອນ ທີ່ດິນ, ແຮ່ທາດຕ່າງໆ, ຄ່າທຳນຽມທາງ, ພາສີສິນຄ້ານຳເຂົ້າ, ຄ່າເຊົ່າ-ຄ່າສຳປະທານທີ່ດິນ ແລະ ຊັບສິນຂອງລັດໃຫ້ຄົບຖ້ວນ; ຮີບຮ້ອນຈັດສັນງົບປະມານ ສຳລັບປີ 2022 ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ທັນຕາມກຳນົດເວລາ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ, ສອດຄ່ອງກັບວາ ລະແຫ່ງຊາດ ແລະ ພິຈາລະນາການຈັດສັນງົບປະມານສຳລັບການຊຳລະໜີ້ສິນການລົງທຶນຂອງລັດໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ. ນອກຈາກນີ້, ສສຊ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ອັດຕາເງິນເຟີ້ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ໄດ້ສະເໜີໃຫ້ເອົາໃຈໃສ່ຄວບຄຸມອັດຕາເງິນເຟີ້ ໃຫ້ຕ່ຳກວ່າອັດຕາການເຕີບໂຕເສດຖະກິດໃນປີ 2022; ເອົາໃຈໃສ່ຄຸ້ມຄອງ ອັດຕາແລກປ່ຽນ ເພື່ອຮັບປະກັນບໍ່ໃຫ້ມີຄວາມແຕກໂຕນກັນຫລາຍ ລະຫວ່າງອັດຕາຂອງທະນາຄານ ແລະ ຮ້ານແລກປ່ຽນຕ່າງໆ; ຄົ້ນຄວ້າສ້າງນິຕິກຳຄຸ້ມຄອງການດຳເນີນທຸລະກິດບິດຄອຍ (Bitcoin) ໃຫ້ມີຄວາມຮັດກຸມ, ຈະແຈ້ງ, ຊັດເຈນ ແລະ ມີການຄົ້ນຄວ້າຜົນໄດ້, ຜົນເສຍ ຂອງທຸລະກິດດັ່ງກ່າວໃຫ້ເລິກເຊິ່ງ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນ ດ້ວຍລະບົບທາງໄກ ແລະ ວິທີອື່ນໆ ໃຫ້ມີຄຸນນະພາບ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ19; ສຸມທຶນຮອນໃສ່ການຈັດຫາວັກຊິນທີ່ມີຄຸນນະ ພາບ ແລະ ແຈກຢາຍໃຫ້ທົ່ວເຖິງປະຊາຊົນທີ່ຢູ່ບັນດາແຂວງ ໂດຍສະເພາະ ນັກຮຽນ-ນັກສຶກສາ ໃຫ້ກວມອັດຕາສ່ວນ 70% ຂຶ້ນໄປ ເພື່ອກະກຽມເປີດປະເທດ; ແກ້ໄຂໄພຫວ່າງງານໃຫ້ຫລຸດລົງເທື່ອລະກ້າວ, ສ້າງວຽກເຮັດງານທຳໃຫ້ແຮງງານທີ່ຫວ່າງງານ ຢູ່ພາຍໃນ, ແຮງງານທີ່ກັບມາຈາກຕ່າງປະເທດ ແລະ ນັກສຶກສາທີ່ຮຽນຈົບໃໝ່ໃຫ້ຫລາຍຂຶ້ນ.
ຕໍ່ກັບແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ບັນດາ ສສຊ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ຊຶ່ງສາມາດສັງລວມໄດ້ ດັ່ງນີ້: ການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃຫ້ເປັນລະບົບຄົບຊຸດ, ມີເນື້ອໃນຄົບຖ້ວນ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງວຽກງານພັດ ທະນາພະລັງງານໄຟຟ້າ. ການຊົດເຊີຍຜົນກະທົບຂອງໂຄງການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ກໍເປັນບັນຫາໜຶ່ງທີ່ຍັງມີຄວາມຄິດເຫັນຫລາຍຂອງປະຊາຊົນ, ການຍົກຍ້າຍຈັດສັນພື້ນທີ່ທໍາມາຫາກິນ ໃຫ້ປະຊາຊົນ, ການສ້າງວຽກເຮັດງານທໍາ ກໍຍັງເປັນບັນຫາທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ພ້ອມກັນນີ້ການປະສານສົມທົບ ລະຫວ່າງຂະແໜງການຕ່າງໆ ແລະ ທ້ອງຖິ່ນໃນການຄຸ້ມຄອງວຽກງານການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ບາງດ້ານຍັງບໍ່ທັນລະ ອຽດ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຕິດຕາມກວດກາ, ສູ້ຊົນຊອກວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງໃນຂົງເຂດພະລັງງານ-ບໍ່ແຮ່ ເພື່ອສ້າງຖານລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະເທດຊາດ.
ຕໍ່ກັບແຜນພັດທະນາເສດຖະກິດດີຈີຕອນ ບັນດາ ສສຊ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ຊຶ່ງສາມາດສັງລວມໄດ້ ດັ່ງນີ້: ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີດີຈີຕອນ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການນໍາໃຊ້ເຕັກໂນໂລຊີດີຈີຕອນ ບາງດ້ານມີຂໍ້ຈໍາກັດ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ ແລະ ເຂດ ຊົນນະບົດ; ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ມີຄວາມຮຽກຮ້ອງຕ້ອງການ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກໂນໂລຊີ ຈຶ່ງຈະຕ້ອງຈັດເປັນວຽກງານບຸລິມະສິດ ມີຄວາມຈໍາເປັນໃນ ການປະສານສົມທົບ ລະຫວ່າງ ອົງການຈັດຕັ້ງລັດ, ພາກເອກະຊົນ, ປະຊາຊົນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ. ໃນນັ້ນ ຖືເອົາການສ້າງຊັບພະຍາກອນມະນຸດ ເປັນບັນຫາສຳຄັນ; ການກໍານົດນະໂຍບາຍສົ່ງເສີມ, ການຕອບສະໜອງງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ກໍເປັນວຽກງານທີີ່ລັດຖະບານ ຈະຕ້ອງໄດ້ເອົາໃຈໃສ່; ການໂຄສະນາ ໃຫ້ສັງຄົມເຂົ້າໃຈ ກ່ຽວກັບແຜນພັດທະນາໂຄງລ່າງດ້ານນີ້ ໃຫ້ກວ້າງຂວາງ. ນອກຈາກນີ້, ກອງປະຊຸມ ຍັງໄດ້ມີການຊັກຖາມ ເພື່ອໃຫ້ທ່ານນາຍົກລັດຖະ ມົນຕີ ພ້ອມດ້ວຍລັດ ຖະມົນຕີຂອງກະຊວງກ່ຽວຂ້ອງຂຶ້ນຊີ້ແຈງ, ອະທິບາຍ ໃຫ້ຄວາມກະຈ່າງແຈ້ງ ຕໍ່ໍບັນຫາສໍາຄັນ ແລະ ພົ້ນເດັ່ນທີ່ບັນດາ ສສຊ ແລະ ສັງຄົມ ໃຫ້ຄວາມສົນໃຈ ເຮັດໃຫ້ການຄົ້ນຄວ້າພິຈາ ລະນາວຽກງານຂອງລັດຖະບານໃນກອງປະຊຸມຄັ້ງນີ້ມີບັນຍາກາດທີ່ຟົດຟື້ນສົມຄວນ. ໃນວັນທີ 16-17 ພະຈິກ 2021 ທີ່ຈະມາເຖິງນີ້ ກອງປະຊຸມສະພາແຫ່ງຊາດຈະໄດ້ລົງຄະແນນສຽງຮັບຮອງເອົາ ຮ່າງມະ ຕິຕໍ່ບົດລາຍງານດັ່ງກ່າວ ເພື່ອມອບໃຫ້ລັດຖະບານນໍາໄປຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນບັນດາ ສສ ຊ ເອງກໍມີໜ້າທີ່ຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິຂອງລັດຖະບານ ແລະ ຈະໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນໃນເທື່ອຖັດໄປ.
ຂ່າວ : ຈັນທະສອນ ສີຫານາດ
ພາບ : ອະພິນຍາ ສຸລິຍະວົງ
May be an image of one or more people, people sitting, people standing and indoor
May be an image of one or more people
May be an image of 6 people and people standing
May be an image of one or more people and people standing
Loading...