ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະການພິຈາລະນາພາກວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ດໍາເນີນໃນຕອນບ່າຍວັນທີ 6 ແລະ ຕອນເຊົ້າ ວັນທີ 8 ພະຈິກ 2021.
ທ່ານ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9 ພະຈິກ 2021 ວ່າ: ຜ່ານການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດໄດ້ຮັບຟັງ ແລະ ພິຈາລະນາເນື້ອໃນສຳຄັນຕ່າງໆ ຄື:
 ບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຊຶ່ງສະເໜີໂດຍ ທ່ານ ປອ ນາງ ວຽງທອນ ສີພັນດອນ, ປະທານສານປະຊາຊົນສູງສຸດ;
 ບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຊຶ່ງສະເໜີໂດຍທ່ານ ໄຊຊະ ນະ ໂຄດພູທອນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ;
 ບົດປະກອບຄວາມເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ສອງບົດບົດລາຍງານດັ່ງກ່າວ ຊຶ່ງສະເໜີໂດຍທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ;
 ພາຍຫຼັງການລາຍງານ ແລະ ການປະກອບຄວາມເຫັນດັ່ງກ່າວແລ້ວ, ອີງຕາມການເຈາະຈີ້ມ ແລະ ຊີ້ນຳຂອງປະທານກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດໃນເຂດເລືອກຕັ້ງຕ່າງໆ ຈຳ ນວນ 12 ທ່ານ ໄດ້ພັດປ່ຽນກັນປະກອບຄຳເຫັນຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປະຈຳປີ 2021 ແລະ ແຜນວຽກງານ ປະຈຳປີ 2022 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ດ້ວຍຄວາມຮັບຜິດຊອບສູງ;
 ໃນຕອນເຊົ້າວັນຈັນ, ວັນທີ 8 ພະຈິກ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ແລະ ຕອບຄຳຊັກຖາມກັບທີ່ ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນ ຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປະຕິບັດພາລະບົດ ບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນຄວາມຮັບຜິດຊອບໃນການດຳເນີນຄະດີຕາມຂະບວນຍຸຕິທຳ ປະຈຳປີ 2021 ແລະ ທິດທາງວຽກງານໃນປີ 2022;
 ພາຍຫຼັງກອງປະຊຸມໄດ້ຮັບຟັງການຊີ້ແຈງ ແລະ ຕອບຄຳຊັກຖາມແລ້ວ, ກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງມະຕິຮັບຮອງບົດລາຍງານການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ປະຈຳປີ 2021 ແລະ ປີ 2022 ທີ່ສະເໜີໂດຍທ່ານ ນາງ ປີ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມະຕິ 2 ສະບັບດັ່ງກ່າວ ຈະໄດ້ຮັບການພິຈາລະ ນາ ແລະ ລົງຄະແນນສຽງຮັບຮອງເອົາໃນທ້າຍຂອງກອງປະຊຸມຄັ້ງນີ້;
 ໃນຕອນບ່າຍວັນຈັນ, ວັນທີ 8 ພະຈິກ 2021 ນີ້, ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ຈຳນວນ 11 ທ່ານຊຶ່ງເປັນອົງການນຳສູງສຸດຂອງສານປະຊາຊົນ ແນໃສ່ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສານປະຊາຊົນສູງສຸດ ໃຫ້ເປັນລະບົບຄົບຊຸດ, ມີຄວາມເຂັ້ມແຂງ, ໜັກແໜ້ນ.
ທ່ານ ຈະເລີນ ເຢຍປາວເຮີ ໃຫ້ຮູ້ຕື່ມວ່າ: ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງຍຸຕິທຳ ທີ່ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ເປັນຢ່າງດີ, ພ້ອມກັນນີ້, ໄດ້ຕີລາຄາ, ວິເຄາະ, ວິໄຈດ້ານອ່ອນຄົງຄ້າງ, ສາເຫດທີ່ໃຫ້ມີດ້ານດີ, ດ້ານອ່ອນ ແລະ ວິທີແກ້ໄຂດ້ານອ່ອນ, ໂດຍສະເພາະແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິ ວັດ ຂອງຖັນແຖວບຸກຄະລາກອນ ທີ່ກ່ຽວຂ້ອງກັບການດຳເນີນຄະດີຕາມຂະບວນຍຸຕິທຳ ເຊັ່ນ: ຜູ້ພິພາກສາຂອງສານປະຊາຊົນ, ພະນັກງານໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພະນັກງານປະຕິບັດຄຳຕັດສິນຂອງສານຈຳນວນໜຶ່ງ ຍັງບໍ່ທັນໜັກແໜ້ນ, ໂປ່ງໃສ, ຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະຍັງຖືກຈຳກັດ ແລະ ອື່ນໆ.
ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຊີ້ນຳໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃນປີ 2022 ໃຫ້ດີຂຶ້ນຕື່ມ:
 ຕໍ່ກັບສານປະຊາຊົນສູງສຸດ
1) ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເພີ່ມທະວີການຊີ້ນຳສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນເຈົ້າການປະຕິບັດສິດອຳນາດຂອງຕົນ ໃນການຕັດສິນຄະດີ ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ໃຫ້ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ຕາມກົດໝາຍກໍານົດຢ່າງເຂັ້ມງວດ ແລະ ແທດກັບຕົວຈິງ;
2) ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄຸນນະພາບຂອງຜູ້ພິ ພາກສາ ໃນນີ້ໃຫ້ສຸມໃສ່ ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ຄວາມຮູ້, ຄວາມສາມາດ ແລະ ມືອາຊີບ ຂອງຜູ້ພິພາກສາ ແນໃສ່ເຮັດໃຫ້ການຄົ້ນຄວ້າ, ວິເຄາະ, ວິໄຈ ເນື້ອຄະດີ ແລະ ຕັດສິນຄະດີ ຮັບປະກັນຄວາມສອດຄ່ອງ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ ຕາມລັດຖະທໍາມະນູນ,ກົດໝາຍ ກໍານົດ ແລະ ເຫດການຕົວຈິງ. ພ້ອມກັນນີ້, ໃຫ້ເດັດ ດ່ຽວແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນໝູ່ຜູ້ພິພາກສາ, ລົງວິໄນຕໍ່ຜູ້ມີການປະ ພຶດລະເມີດກົດໝາຍ ແລະ ຮັບສິນບົນ;
3) ສະເໜີໃຫ້ສານປະຊາຊົນສູງສຸດເອົາໃຈໃສ່ປະສານສົມທົບກັບອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການພິຈາລະນາຄະດີຂອງສານ ມີຄວາມຖືກຕ້ອງ, ພາວະວິໄສ, ທ່ຽງທໍາ, ຍຸຕິທໍາ, ໂປ່ງໃສ ແລະ ຮັບປະກັນໃຫ້ການຕັດສິນຄະດີຂອງສານ ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ.
 ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ
1) ກອງປະຊຸມສະເໜີໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການ ຂອງອົງການໄອຍະການປະຊາຊົນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຕັມສ່ວນ,ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນ: ຍົກສູງຄຸນນະພາບໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການລັດ, ອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງ; ຍົກສູງຄຸນນະພາບໃນການສັ່ງຟ້ອງຄະດີຂຶ້ນສານ ແລະ ການຕິດຕາມກວດກາ ການດຳເນີນຄະດີຂອງສານແຕ່ລະຂັ້ນ ແລະ ຄຸນນະພາບໃນການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ ເຮັດໃຫ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານສິ້ນສຸດຕາມຂະບວນຍຸຕິທຳ;
2) ສະເໜີໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ບໍາລຸງສ້າງຖັນແຖວພະນັກງານ ໄອຍະການ ທາງດ້ານປະລິມານ ແລະ ຄຸນນະພາບ ຕາມເງື່ອນໄຂ ແລະ ຄວາມຕ້ອງການ ຂອງໜ້າທີ່ການເມືອງ ໂດຍສະເພາະແມ່ນ ສ້າງໃຫ້ໄດ້ພະນັກງານຜູ້ທີ່ມີຫຼັກໝັ້ນທັດສະນະການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດທີ່ເປັນມືອາຊີບ ເພື່ອຄົ້ນຄວ້າ, ວິເຄາະ, ວິໄຈ ຂໍ້ມູນຫຼັກຖານ ໃຫ້ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຖະແຫຼງຢູ່ທີ່ປະຊຸມສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ;
3) ກອງປະຊຸມສະເໜີໃຫ້ອົງການໄອຍະການປະຊາຊົນເອົາໃຈໃສ່ປະສານສົມທົບຢ່າງກົມກຽວ ແລະ ມີຄວາມເປັນເອກະພາບສູງ ກັບສານປະຊາຊົນ, ອົງການສືບສວນ-ສອບສວນ ແລະ ອົງການປະຕິບັດຄໍາຕັດສິນ ໃນການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຮັບປະກັນ ໃຫ້ແຕ່ລະອົງການ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.
 ຕໍ່ກະຊວງປ້ອງກັນຄວາມສະຫງົບ
ກອງປະຊຸມສະເໜີໃຫ້ຄະນະນຳກະຊວງເອົາໃຈໃສ່ສຶກສາອົບຮົມ ຍົກລະດັບຂອງເຈົ້າໜ້າທີ່ສືບສວນ-ສອບສວນ ເປັນຕົ້ນທາງດ້ານການເມືອງ-ແນວຄິດ ແລະ ວິຊາສະເພາະ ເຮັດໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ພ້ອມທັງເອົາໃຈໃສ່ຕິດຕາມກວດກາຊີ້ນຳການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ສືບ ສວນ-ສອບສວນ ໃຫ້ຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ປະສານສົມທົບ ກັບອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມໂລ່ງລ່ຽນ ຮັບປະກັນຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທຳ;
 ຕໍ່ກະຊວງຍຸຕິທຳ
ກອງປະຊຸມສະເໜີໃຫ້ຄະນະນຳກະຊວງຍຸຕິທຳ ເອົາໃຈໃສ່ຊີ້ນຳການປັບປຸງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ສາມາດຈັດຕັ້ງປະຕິບັດຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານໃຫ້ວ່ອງໄວ ແລະ ສີ້ນສຸດຕາມຂັ້ນຕອນຂອງກົດໝາຍ; ສືບຕໍ່ຄົ້ນຄວ້າສ້າງ,ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ການໃຊ້ແທນຄ່າເສຍຫາຍ, ການປັບໃໝ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ສຳເລັດຕາມກົດໝາຍ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການທະນາຍຄວາມ ແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ຄະດີ.
• ກອງປະຊຸມສະເໜີໃຫ້ອົງການສານປະຊາຊົນ, ອົງການໄອຍະການປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ຈົ່ງຕັ້ງໜ້າຜັນຂະຫຍາຍຜົນກອງປະຊຸມຮ່ວມລະຫວ່າງ 4 ພາກສ່ວນ ໃຫ້ລົງເຖິງຂັ້ນທ້ອງຖິ່ນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ເປັນຮູບປະທຳເປັນຈິງ ແລະ ມີກົນໄກທີ່ສອດຄ່ອງ ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.