ໃນລະຫວ່າງວັນທີ 02-05 ພະຈິກ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ແລະ ປະທານຄະນະກຳມາທິການຊາຍແດນຮ່ວມ ລາວ – ໄທ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ທີ່ ບາງກອກ, ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງ ທ່ານ ດອນ ປຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.
ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງກັນ ພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ, ເຊິ່ງສອງຝ່າຍໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ພາຍໃຕ້ຫົວຂໍ້ “ການຟື້ນຟູໄປພ້ອມກັນຢ່າງເຂັ້ມແຂງ ແລະ ຍືນຍົງ” ແລະ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 21 ຢ່າງຮອບດ້ານ, ຊຶ່ງກວມເອົາການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ; ດ້ານເສດຖະກິດ ແລະ ດ້ານວັດທະນະທຳສັງຄົມ ຕະຫຼອດໄລຍະ 03 ປີຜ່ານມາ. ພ້ອມກັນນັ້ນ, ກໍ່ໄດ້ຮ່ວມກັນສະຫຼຸບການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງກັນ ຄົບຮອບ 70 ປີ ໂດຍທັງສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍໃຫ້ເກີດດອກອອກຜົນນັບມື້ນັບຫຼາຍຂຶ້ນ, ເຊິ່ງຈະເປັນເງື່ອນໄຂອັນດີໃຫ້ແກ່ການສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ລາວ-ໄທ ໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດໃຫ້ເປັນຮູບປະທໍາ ເພື່ອຜົນປະໂຫຍດລວມຂອງປະຊາຊົນທັງສອງປະເທດຢ່າງແທ້ຈິງ.
ກອງປະຊຸມໄດ້ຮ່ວມກັນຕີລາຄາຕໍ່ບັນດາກົນໄກການຮ່ວມມືສອງຝ່າຍ ທັງລະດັບສູນກາງ ແລະ ທ້ອງຖິ່ນ ແມ່ນໄດ້ເຮັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເຊິ່ງເປັນປັດໃຈສໍາຄັນໃນການປະກອບສ່ວນເຮັດໃຫ້ສະພາບບໍລິເວນຊາຍແດນ ລາວ-ໄທ ມີຄວາມສະຫງົບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງເຫັນດີທີ່ຈະເພີ່ມທະວີການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນໃນການປ້ອງກັນ ແລະ ປາມປາບເສບຕິດ ລະຫວ່າງສອງປະເທດ ໂດຍສອດຄ່ອງກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ສປປ ລາວ ແລະ ໄທ ໄດ້ຮ່ວມກັນກໍານົດແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮ່ວມກັນຟື້ນຟູສະພາບເສດຖະກິດ ແລະ ສັງຄົມທີ່ໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສຸມໃສ່: (1) ການຮັກສາຄວາມສະ ຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ; (2) ການສົ່ງເສີມການເຊື່ອມໂຍງ ແລະ ກົດລະບຽບຕ່າງໆ; (3) ການສົ່ງເສີມການຄ້າຊາຍແດນ ແລະ ການພັດທະນະເສດຖະກິດດິຈີຕອນ; (4) ການສົ່ງເສີມການພັດທະນາປະເທດດ້ວຍຮູບແບບເສດຖະກິດຊີວະພາບ, ເສດຖະກິດໝູນວຽນ ແລະ ເສດຖະກິດສີຂຽວ (Bio-Circular-Green Economy Model : BCG Model); (5) ການສົ່ງເສີມການຮ່ວມມືດ້ານສາທາລະນະສຸກ ແລະ (6) ການສົ່ງເສີມການຮ່ວມມື ເພື່ອການພັດທະນາຄວາມອາດສາມາດຂອງບຸກຄະລາກອນໃນແຕ່ລະດ້ານ ເພື່ອໃຫ້ທັງສອງປະເທດກ້າວຜ່ານສິ່ງທ້າທາຍຕ່າງໆໄປພ້ອມກັນຢ່າງໝັ້ນຄົງ, ຮັ່ງມີ ແລະ ຍືນຍົງ ໂດຍໃຫ້ສອດຄ່ອງກັບຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ 05 ປີ ຄັ້ງທີ 9 (2021-2025) ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງໄທ ສະບັບທີ 13 (2023-2027). ສ່ວນການເຊື່ອມໂຍງເສັ້ນທາງຄົມມະນາຄົມ ລາວ-ໄທ ກໍ່ໄດ້ຮັບການພັດທະນາໃຫ້ມີຄວາມສະດວກ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 (ບໍລິຄໍາໄຊ-ບຶງການ), ຂົວມິດຕະພາບ ແຫ່ງທີ 6 (ສາລະວັນ-ອຸບົນຣາຊະທານີ) ແລະ ໂຄງການກໍ່ສ້າງຂົວຊຽງແມນ – ຫຼວງພະບາງ. ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 (ຕອນ 2) ຄາດວ່າຈະສໍາເລັດຕາມແຜນໃນປີໜ້ານີ້. ດ້ານການຄ້າ ແລະ ການລົງທຶນ ທັງສອງຝ່າຍເຫັນດີຈະອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງກັນໃຫ້ມີບາດກ້າວອັນໃໝ່. ພ້ອມດຽວກັນນີ້, ສອງຝ່າຍຍັງເຫັນດີໃຫ້ມີການປັບປຸງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຊື່-ຂາຍ ພະລັງງານໄຟຟ້າ ລາວ-ໄທ ແລະ ຝ່າຍໄທຍິນດີໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການສົ່ງໄຟຟ້າຈາກ ສປປ ລາວ ໄປ ສິງກະໂປ ໂດຍຜ່ານສາຍສົ່ງທີ່ມີຢູ່ແລ້ວຂອງໄທ ແລະ ມາເລເຊຍ ເພື່ອສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ ແລະ ການຂະຫຍາຍໂຕທາງເສດຖະກິດຂອງສອງປະເທດ.
ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ຮ່ວມກັບ ທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ, ເຊິ່ງໃນກອງປະຊຸມສອງຝ່າຍ ໄດ້ຕີລາການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຂອງສອງປະເທດ ແມ່ນມີຄວາມຄືບໜ້າເປັນກ້າວໆ, ເຊິ່ງຮອດປະຈຸບັນສອງຝ່າຍໄດ້ສຳເລັດການປັກຊາຍແດນທາງບົກແລ້ວ ຈຳວນ 211 ຫຼັກໝາຍ ເທົ່າກັບ 93% ຂອງລວງຍາວເສັ້ນຊາຍແດນທາງບົກ. ພ້ອມກັນນີ້, ກໍ່ຮ່ວມກັນປຶກສາຫາລືໃນບັນຫາຕ່າງໆທີ່ເປັນຂໍ້ຄົງຄ້າງ ແລະ ເຫັນດີຮ່ວມກັນຈັດກອງປະຊຸມຄະນະກໍາມາທິການຮ່ວມຊາຍແດນ ລາວ-ໄທ ຄັ້ງທີ 12, ເຊິ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2022 ເພື່ອສຸມທຸກຄວາມພະຍາຍາມຮ່ວມກັນ ເຮັດໃຫ້ເສັ້ນຊາຍແດນ ລາວ – ໄທ ກາຍເປັນເສັ້ນສາຍແດນແຫ່ງສັນຕິພາບ ເປັນມູນມໍລະດົກອັນລໍ້າຄ່າໃຫ້ປະຊາຊົນສອງຊາດ ລາວ ແລະ ໄທ ຕໍ່ໄປ. ນອກນີ້, ສອງຝ່າຍຍັງເຫັນດີໃຫ້ຮ່ວມກັນສໍາຫຼວດສະພາບຫຼັກໝາຍຊາຍແດນ ແລະ ສ້ອມແປງຫຼັກໝາຍຊາຍແດນທີ່ເປເພ ເພື່ອເປັນກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 70 ປີ.
ໃນລະຫວ່າງການເຄືອນໄຫວເຂົ້າຮ່ວມບັນດາກອງປະຊຸມສອງຝ່າຍ ລາວ – ໄທ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຮ່ວມໃນພິທີ ມອບ – ຮັບ ໂຄງການກໍ່ສ້າງສູນບໍາບັດ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ອາຄານຮອງຮັບຄົນເຈັບອຸປະຕິເຫດເບື້ອງຕົ້ນ ແລະ ສົ່ງຕໍ່ໃຫ້ແກ່ໂຮງໝໍເມືອງໂພນໂຮງ, ແຂວງວຽຈັນ ສປປ ລາວ ມູນຄ່າ 50 ກວ່າລ້ານບາດ ແລະ ເຄື່ອງຊ່ວຍເຫຼືອອຸປະກອນທາງການແພດ ມູນຄ່າປະມານ 2 ລ້ານບາດ ສໍາລັບການຮອງຮັບຄົນເຈັບເດັກນ້ອຍທີ່ຕິດພະຍາດ ໂຄວິດ-19 ໃຫ້ແກ່ໂຮງໝໍເດັກ, ນະຄອນຫຼວງວຽງຈັນ, ເຊິ່ງແມ່ນການຊ່ວເຫຼືອຫຼ້າຈາກລັດຖະບານໄທ ແລະ ປະຊາຊົນໄທ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອເປັນສ່ວນໜຶ່ງຂອງກິດຈະກໍາສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະຜູ້ແທນລາວຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ເຊິ່ງການພົບປະເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ໃນໂອກາດດຽວກັນຜູ້ນໍາລັດຖະບານໄທ ໄດ້ຢືນຢັນເຖິງເຈດຕະນາລົມ ທີ່ຈະຮ່ວມກັບຝ່າບລາວໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ຍາວນານໃຫ້ຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ໃນການກ້າວໄປສູ້ອະນາຄົດຂ້າງໜ້າຮ່ວມກັນ.