ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 4 ກໍລະກົດ 2022, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ ເມືອງບາກັນ, ສສ ມຽນມາ ພາຍໃຕ້ຫົວຂໍ້: Solidarity of Peace and Prosperity (ສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ) ໂດຍການເປັນປະທານຮ່ວມຂອງ ທ່ານ ວຸນາ ມ່ອງວິນ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ແລະ ທ່ານ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ ແລະ ໄດ້ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມືໃນຕະຫຼອດໄລຍະ 6 ປີຜ່ານມາ ໂດຍເຫັນວ່າເປັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ແລະ ແຜນປະຕິບັດງານ 5 ປີ (2018 -2022) ພາຍໃຕ້ 3 ເສົາຄໍ້າ (ການເມືອງ- ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນການສ້າງຂີດຄວາມອາດສາມາດໃນການຜະລິດ ແລະ ກະສິກຳ ແລະ ລຶບລ້າງຄວາມທຸກຍາກ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍ່ຄືພາກພື້ນແມ່ນ້ຳຂອງ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຊຸມປີຜ່ານມາກໍ່ຕາມ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາສະ ຫະລັດ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ ເຊິ່ງກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ມາຮອດປັດຈຸບັນ ມີຫລາຍກ່ວາ 600 ໂຄງການລວມເປັນມູນຄ່າທັງຫມົດ 80 ກ່ວາໂດລາສະຫະລັດ ທີ່ໄດ້ຮັບການສະຫນັບສະຫນູນຈາກກອງທຶນພິເສດດັ່ງກ່າວ, ໃນນັ້ນ ສປປ ລາວ ເຮົາໄດ້ຮັບ 68 ໂຄງການ ຄິດເປັນມູນຄ່າລວມ 18 ກ່ວາລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ບັນດາປະເທດສະມາຊິກ MLC ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ບັນດາປະເທດສະມາຊິກໃນໄລຍະທີ່ມີ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການສະໜອງວັກຊີນ, ການຊ່ວຍເຫຼືອເຕັກນິກການແພດ, ການຈັດສົ່ງ/ແລກປ່ຽນຊ່ຽວຊານແພດ ແລະ ອື່ນໆ.
ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 5 ສະບັບ ຄື:
1. ຖະແຫຼງຂ່າວຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ7;
2. ຖະແຫຼງການວ່າດ້ວຍ “ການຮ່ວມມືຮັບປະກັນດ້ານສະບຽງອາຫານແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”;
3. ຖະແຫຼງການວ່າດ້ວຍ “ການຄຸ້ມຄອງ ແລະ ບໍລິຫານດ້ານໄພພິບັດ”;
4. ຖະແຫຼງການວ່າດ້ວຍ “ລົງເລິກການແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຄວາມຈະເລີນຮຸ່ງເຮືອງໃນປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”;
5. ຖະແຫຼງການວ່າດ້ວຍ “ລົງເລິກການຮ່ວມມືດ້ານພາສີ ເພື່ອຮັບປະກັນສະຖຽນລະພາບດ້ານການຄ້າ ແລະ ອໍານວຍຄວາມສະດວກໃນການຊໍາລະສະສາງ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນສະຖຽນລະພາບ ແລະ ການພັດທະນາຮອບດ້ານ ແລະ ຍືນຍົງ.
ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມື MLC ເຊິ່ງຕະຫຼອດໄລຍະ 6 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການກໍສ້າງພື້ນຖານໂຄງລ່າງທາງດ່ວນວຽງຈັນ-ບໍ່ເຕັນ ທີ່ໄດ້ສຳເລັດ ໄລຍະທີ 1 ແລະ ກຳລັງດຳເນີນການກໍ່ສ້າງ ໄລຍະທີ 2 ແລະ ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນປີ 2021 ຜ່ານມາ ເຊິ່ງໄດ້ຊ່ວຍຊຸກຍູ້ນະໂຍບາຍການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມຈອດພາກພື້ນ ແລະ ອະນຸພາກພື້ນ ໃຫ້ປະກົດຜົນເປັນຈິ່ງຫຼາຍຂຶ້ນ, ພ້ອມທັງ, ໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະ ການນໍາໃຊ້ເຕັກໂນໂລຊີທີທັນສະໄໝເຂົ້າໃນຂະແໜງການຄ້າລະຫວ່າງຊາຍແດນ, ການຜະລິດສິນຄ້າທີ່ມີຄຸນນະພາບສູງ, ການເພີ່ມທະວີການຜະລິດກະສິກໍາເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽນອາຫານ ແລະ ການຂະຫຍາຍການຊ່ວຍເຫຼືອລົງສູ່ທ້ອງຖິ່ນ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ປະເທດປະທານຮ່ວມ ສສ ມຽນມາ ແລະ ສປ ຈີນ ຕໍ່ຜົນສໍາເລັດຂອງການຈັດກອງປະຊຸມຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ລັດຖະມົນຕີຕ່າງປະເທດ ສສ. ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ, ສປ ຈີນ ແລະ ໄທ. ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃນຂະແໜງການຕ່າງໆ, ການໄປມາຫາສູ່ຂອງປະຊາຊົນ, ການເປີດປະເທດ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ 19, ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ສະພາບການຂອງໂລກ ທີ່ພວມພະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນແມ່ນການແກ້ໄຂວິກິດດ້ານພະລັງງານ ແລະ ອື່ນໆ. ໃນໂອກາດດັ່ງກ່າວນີ້, ລັດຖະມົນຕີຕ່າງປະເທດທັງ 4 ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສະເຫລີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ໃນໂອກາດພົບປະສອງຝ່າຍ ກັບສະຫາຍ ຫວຽດນາມ ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບການກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ແລະ ການຮ່ວມມືແກ້ໄຂດ້ານເສດຖະກິດ ແລະ ພະລັງງານ.
ພິເສດ ໃນໂອກາດພົບປະກັບສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສອງຝ່າຍ ໄດ້ມີການແລກປ່ຽນກ່ຽວກັບຂໍ້ລິເລີ່ມ ຂອງຝ່າຍ ຈີນ ກ່ຽວກັບແລວທາງເສດຖະກິດ ຈີນ-ລາວ-ໄທ ໂດຍ ນຳໃຊ້ເສັ້ນທາງລົດໄຟລາວຈີນ, ແລວເສດຖະກິດລາວ-ຈີນ ເພື່ອເປັນກົນໄກຊຸກຍູ້ການຮ່ວມມືໃນຂໍ້ລິເລີ່ມດັ່ງກ່າວ. ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ. ໃນວາລະສຸດທ້າຍຂອງການພົບປະ ໄດ້ມີການແລກປ່ຽນເອກະສານການຊ່ວຍເຫລືອ ສປປ ລາວ ໃນການສ້າງໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມ 5 ແຫ່ງ. ນອກຈາກນັ້ນ, ຝ່າຍລາວ ຍັງໄດ້ເຊື້ອເຊີນສະຫາຍ ຫວັງ ອີ້ ມາຢ້ຽມຢາມ ສປປ ລາວ ໃນໄວໆນີ້.
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ