ນັບແຕ່ ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ການພົວພັນ ແລະ ຮ່ວມມື 2 ຝ່າຍ ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ນັບເລິກເຊິ່ງ ຈາກຄູ່ຮ່ວມມືຍຸດທະສາດຮອບດ້ານໜັ້ນຄົງຍາວນານ ແລະ ການພົວພັນຮ່ວມມືຕາມທິດ 4 ດີ ຈົນກາຍມາເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ເຊິ່ງທັງ 2 ຝ່າຍ ໄດ້ບັນລຸ ແລະ ລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃນເດືອນ ເມສາ 2019, ເຊິ່ງແຜນແມ່ບົດດັ່ງກ່າວ ໄດ້ຖືເອົາດ້ານການເມືອງເປັນພື້ນຖານ, ດ້ານເສດຖະກິດເປັນໃຈກາງ ແລະ ດ້ານວັດທະນະທໍາ-ສັງຄົມ ເປັນການສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ. ການສ້າງແຜນແມ່ບົດວ່າດ້ວຍຄູ່ຮ່ວມຊະຕາກໍາ ລາວ-ຈີນ ຍັງເປັນຂີດໝາຍສໍາຄັນທາງດ້ານປະຫວັດສາດສູງສຸດ ຂອງການພົວພັນ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຈີນ ເພື່ອປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດປິ່ນອ້ອມຕ່າງໆ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ໂດຍສະເພາະການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງເປັນແນວຄວາມຄິດຂອງປະທານ ສີ ຈີ້ນຜິງ ກໍຄື ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນໜຶ່ງໃນໝາກຜົນ ຂອງຂໍ້ລິເລີ່ມດັ່ງກ່າວ.
ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໄດ້ກໍານົດຫຼັກການສໍາລັບການພົວພັນຮ່ວມມື ລາວ-ຈີນ ໃນໄລຍະ 5 ປີ (2021-2025) ໂດຍມີເນື້ອໃນສໍາຄັນປິ່ນອ້ອມ 5 ຂົງເຂດ ຄື: ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ – ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ ເຊິ່ງສາມາດສັງລວມໄດ້ດັ່ງນີ້:
1) ສອງຝ່າຍຢຶດໝັ້ນ ແລະ ເຄົາລົບ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ມີຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນດ້ານຍຸດທະສາດ, ເສີມສ້າງຄູ່ຮ່ວມຊະຕາກໍາບົນພື້ນຖານການພົວພັນຮ່ວມມືທີ່ ແໜ້ນແຟ້ນທາງດ້ານການເມືອງ ໂດຍການເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ແລະ ສອງລັດ ກໍຄື ມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ອົງການຈັດຕັ້ງຂັ້ນສູນກາງລົງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ເພີ່ມທະວີການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ-ບໍລິຫານລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດ ແຜນການຝຶກອົບຮົມກໍ່ສ້າງພະນັກງານຫຼັກແຫຼ່ງຂອງລາວ ຢູ່ຈີນ ໃນໄລຍະໃຫມ່ໃຫ້ມີຄຸນນະພາບ.
2) ສອງຝ່າຍຢຶດໝັ້ນການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮັບຜົນສໍາເລັດຮ່ວມກັນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດດ້ວຍການເຊື່ອມໂຍງ ລະຫວ່າງ ຍຸດທະສາດ “ການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ລວມທັງການຈັດຕັ້ງປະຕິບັດຂອບການຮ່ວມມືແລວທາງເສດຖະກິດ ລາວ-ຈີນ ໃຫ້ມີປະສິດທິຜົນສູງ ໂດຍຖືເອົາໂຄງການເສັ້ນທາງລົດໄຟ ລາວ-ຈີນ ເປັນໂຄງການພື້ນຖານ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍ ເພື່ອຊຸກຍູ້ການພັດທະນາຂອງລາວໃຫ້ສາມາດເຊື່ອມຈອດກັບຕະຫຼາດຂອງພາກພື້ນ ແລະ ຂອງໂລກໃຫ້ຫຼາຍຂຶ້ນກວ່າເກົ່າ.ຊຸກຍູ້ການແລກປ່ຽນບົດຮຽນໃນການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແລະ ສືີບຕໍ່ປະສານສົມທົບກັບກົນໄກການຮ່ວມມືພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.
3) ສອງຝ່າຍຢຶດໝັ້ນການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແຫນ້ນຍິ່ງຂຶ້ນ, ໂດຍການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງພາກສ່ວນກ່ຽວຂ້ອງຂອງສອງຝ່າຍ, ສືບຕໍ່ຮັກສາການພົວພັນແລກປ່ຽນທັດສະນະ ແລະ ພ້ອມກັນຍົກສູງຄວາມສາມາດໃນການຮັກສາສະຖຽນລະພາບພາຍໃນ, ການຮ່ວມມືໃນການປະຕິບັດກົດໝາຍ, ການສະກັດກັ້ນ ແລະ ປາບປາມການກໍ່ອາດຊະຍາກໍາຂ້າມຊາດ ເວົ້າລວມ, ເວົ້າສະເພາະ ກໍເພື່ອຮັບມືກັບກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກຈາກພາຍນອກ, ທັງສອງຝ່າຍຈະຮ່ວມມືກັນຕ້ານ ແລະ ສະກັດກັ້ນການຄ້າມະນຸດທຸກຮູບແບບ, ການເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ການຮ້າຍ, ຮ່ວມມືກັນໃນການຮັບປະກັນດ້ານຄວາມປອດໄພທັງຊີວິດ ແລະ ຊັບສິນຂອງປະຊາຊົນຂອງສອງປະເທດ ກໍຄື ຮັກສາຄວາມປອດໄພຂອງບັນດາໂຄງການຮ່ວມມືຂະໜາດໃຫຍ່ລະຫວ່າງສອງຝ່າຍ, ລວມທັງຈະສືບຕໍ່ປະສານສົມທົບກັນໃນເວທີພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານຄວາມໝັ້ນຄົງ.
4) ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງຊາດ ໂດຍການແລກປ່ຽນວັດທະນະທໍາ, ຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ວຽກງານຖະແຫຼງຂ່າວ-ສືີ່ມວນຊົນ, ການທ່ອງ ທ່ຽວ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ສະມາຄົມໃນຂະແຫນງການຕ່າງໆນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ລວມທັງການສົ່ງເສີມການສ້າງບ້ານ, ເມືອງ, ແຂວງມິດຕະພາບນໍາກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດໃນການເປັນຄູ່ຮ່ວມຊະຕາກໍາໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນ ລາວ-ຈີນ ຢ່າງແທ້ຈິງ.
5) ສອງຝ່າຍຢຶດໝັ້ນການພັດທະນາຕາມທິດສີຂຽວ ກໍຄື ການພັດທະນາແບບຍືນຍົງ ໂດຍສືບຕໍ່ຮ່ວມມືກັນດ້ານສິ່ງແວດລ້ອມ ແລະ ລະບົບນິເວດ, ເຊິ່ງທັງສອງຝ່າຍຈະຮ່ວມມືກັນກໍານົດມາດຕະຖານ ກ່ຽວກັບ ລະບຽບກົດໝາຍສິ່ງແວດລ້ອມ, ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ລະບົບນິເວດ, ສ້າງເປັນໂຄງການຕົວແບບການຮ່ວມມືໃນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ປະເມີນຜົນສິ່ງແວດລ້ອມ, ການແກ້ໄຂບັນຫາມົນລະພິດ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ລວມທັງການສ້າງຂີດຄວາມສາມາດໃນການປະເມີນຜົນ, ຕິດຕາມກວດກາ, ຄຸ້ມຄອງ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ເພື່ອຮັບປະກັນເຮັດໃຫ້ທັງສອງປະເທດພັດທະນາໄປຕາມທິດສີຂຽວ ກໍຄື ບັນລຸເປົ້າໝາຍການພັດທະນາແບບຍືນຍົງ .
ພາຍຫລັງທີ່ແຜນແມ່ບົດດັ່ງກ່າວ ໄດ້ຮັບການລົງນາມ ໃນເດືອນ ເມສາ 2019 ເປັນຕົ້ນມາ, ເຖິງແມ່ນວ່າທັງສອງປະເທດ ຈະໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ການນຳທັງສອງຝ່າຍ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ບໍ່ໄດ້ມີໂອກາດໄດ້ເດີນທາງຢ້ຽມຢາມ ແລະ ພົບປະກັນເຊິ່ງໜ້າ ລວມໄປເຖິງການໄປມາຫາສູ່ຂອງປະຊາຊົນສອງຊາດກໍຖືກຢຸດສະຫງັກ ອັນເນື່ອງມາຈາກມາດຕະການໃນການປິດເມືອງ, ປິດປະເທດ. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນຄວາມພະຍາຍາມຂອງທັງສອງພັກ, ສອງລັດ ເຮັດໃຫ້ການພົວພັນຮ່ວມມື ລາວ-ຈີນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ໂດຍສະເພາະແມ່ນ ການນຳສອງຝ່າຍ ໄດ້ຈັດກອງປະຊຸມພົບປະຜ່ານລະບົບວີດີໂອ ແລະ ໂທລະສັບທາງໄກ ຢ່າງເປັນປົກກະຕິ ອັນໄດ້ເຮັດໃຫ້ທັງສອງຝ່າຍສາມາດ ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນໃນໄລຍະປີ 2021 ເຊິ່ງເປັນປີທີ່ມີຫລາຍເຫດການສຳຄັນຂອງສອງຊາດລາວ-ຈີນ, ໂດຍສະເພາະແມ່ນເປັນປີຄົບຮອບ 60 ປີ ການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ, ເຊິ່ງໃນໂອກາດດັ່ງກ່າວ ປະທານປະເທດ ທອງລຸນ ສີສຸລິດ ແລະ ປະທານປະເທດ ສີ ຈິ້ນຜິງ ໄດ້ໂທລະສັບອວຍພອນເຊິ່ງກັນ ແລະ ກັນ, ນອກຈາກນັ້ນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສົ່ງສານຊົມເຊີຍເຖິງປະທານ ສີ ຈິ້ນຜິງ ເນື່ອງໃນໂອກາດຄົບຮອບ 100 ປີ (1/7/1921-1/7/2021) ວັນສ້າງຕັ້ງພັກຄອມມູນິດຈີນ ແລະ ໃນວັນທີ 3 ທັນວາ 2021, ປະທານປະເທດຂອງ ສປປ ລາວ ແລະ ສປ ຈີນ ກໍໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງການໂດຍຜ່ານວີດີໂອທາງໄກ.
ທາງດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຊາດລາວ-ຈີນ ແມ່ນຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ເຖິງແມ່ນວ່າ ຈະຍັງຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ສປ ຈີນ ຍັງເປັນຄູ່ຄ້າສຳຄັນອັນດັບ 2 ຂອງລາວ ຖັດຈາກ ໄທ, ສະເພາະປີ 2021 ມູນຄ່າການຄ້າຂອງສອງຝ່າຍມີທ່າອ່ຽງເພີ່ມຂຶ້ນ ເຊິ່ງມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 4,35 ຕື້ໂດລາ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 21,4%. ພິເສດ, ພາຍຫລັງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ອັນໄດ້ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງສອງປະເທດ ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ, ເຊິ່ງອີງຕາມຂໍ້ມູນມາຮອດເດືອນພຶດສະພາ 2022, ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດບັນລຸໄດ້ 481 ຖ້ຽວ ແລະ ມີປະລິມານຂົນສົ່ງສະສົມ 617.639 ໂຕນ, ຂົນສົ່ງຜູ້ໂດຍສານມີທັງໝົດ 411 ຖ້ຽວ, 403.276 ເທື່ອຄົນ. ໂຄງການທາງລົດໄຟລາວ-ຈີນ ຖືເປັນໜຶ່ງໃນຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ແລະ ເປັນໜຶ່ງໃນຜົນສໍາເລັດຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ທາງດ້ານການລົງທຶນ, ສປ ຈີນ ຍັງສືບຕໍ່ເປັນປະເທດທີ່ລົງທຶນຢູ່ ສປປ ລາວ ອັນດັບໜຶ່ງ ໃນຈຳນວນ 53 ປະເທດ ທີ່ມາລົງທຶນຢູ່ ສປປ ລາວ, ເຊິ່ງມາເຖິງປັດຈຸບັນການລົງທຶນຂອງ ສປ ຈີນ ມີທັງໝົດ 821 ໂຄງການ, ລວມມູນຄ່າ 16,07 ຕື້ໂດລາສະຫະລັດ, ສະເພາະປີ 2021 ມີ 20 ໂຄງການ, ມູນຄ່າ 1 ຕື້ກວ່າໂດລາສະຫະລັດ.
ນອກຈາກນັ້ນ, ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ນັບແຕ່ປີ 2020 ມາເຖິງປັດຈຸບັນ ລັດຖະບານທັງສອງຊາດລາວ-ຈີນ ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫລອດ, ໂດຍສະເພາະ ຝ່າຍ ຈີນ ໄດ້ສົ່ງຊ່ຽວຊານແພດໝໍ, ອຸປະກອນການແພດ ແລະ ສະໜອງວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ແຕ່ປີ 2021 ມາເຖິງປັດຈຸບັນ (ກຸມພາ 2022) ລວມທັງໝົດ 6 ລ້ານ 6 ແສນກວ່າໂດສ.
ທັງໝົດນັ້ນ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງການນຳສອງພັກ, ສອງລັດ ທີ່ໄດ້ເອົາໃຈໃສ່ຊີ້ນຳຂະແໜງການຕ່າງໆ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ເກີດປະໂຫຍດສູງສຸດແກ່ ປະຊາຊົນສອງຊາດລາວ-ຈີນ, ໂດຍສະພາະແມ່ນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ.
ບົດຈາກ: ກົມການຂ່າວ ແລະ ສະຖາບັນການຕ່າງປະເທດ
ກະຊວງການຕ່າງປະເທດ


