ໃນວັນທີ 6 ເມສາ 2021 ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ ຄັ້ງທີ 5 ສະໄໝທີ IV ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ທົ່ງມີໄຊ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພັອ ດາວນ້ອຍ ບຸດບົວທອງ ກຳມະການປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາ, ຄະນະພັກຮາກຖານ ເລຂາໜ່ວຍພັກ, ຫົວໜ້າຫ້ອງການອົງການກົມກອງຕະຫຼອດຮອດນາຍບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ສະຫາຍ ດາວສິດທີແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງທົ່ງມີໄຊ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງ ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານທຸກສະຫາຍ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງໄດ້ສຸມທຸກສະຕິປັນຍາ, ຄວາມຮູ້ -ຄວາມສາມາດ, ສັງລວມເຂົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມ ໃຫ້ເປັນແຜນການ, ໂຄງການອັນລະອຽດເຂົ້າໃນໜ້າທີ່ວຽກງານຢູ່ແຕ່ລະຂະແໜງການຕ່າງໆຂອງເມືອງຢ່າງເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ,

ປະຈຸບັນທົ່ວເມືອງມີ 3 ຄະນະພັກຮາກຖານ, 64 ໜ່ວຍພັກ

ໃນໄລຍະຜ່ານມາຂະຫຍາຍສະມາຊິກພັກໃໝ່ໄດ້ ຈຳນວນ 39 ສະຫາຍ , ຍິງ 16 ສະຫາຍ. ເລື່ອນສະມາຊິກພັກສຳຮອງຂຶ້ນ-ສົມບູນໄດ້ 54 ສະຫາຍ, ຍິງ 25 ສະຫາຍ. ທົ່ວເມືອງມີສະມາຊິກພັກທັງໝົດ 750ສະຫາຍ, ຍິງ 231 ສະຫາຍ, ສຳຮອງ 26 ສະຫາຍ, ຍິງ 10 ສະຫາຍ. ທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 416 ທ່ານ , ຍິງ 186 ທ່ານ. ອາສາສະໝັກ 117 ທ່ານ, ຍິງ 80 ທ່ານ. ໃນໄລຍະຜ່ານມາຄະນະພັກໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງການພັກ-ພະນັກງານ, ຄະນະພັກໄດ້ລົງກວດກາຕິດຕາມສະມາຊິກພັກຜູ້ທີ່ຜິດລະບຽບຕໍ່ລະບຽບພັກ ແລະ ກົດໝາຍຂອງລັດ, ມີສະມາຊິກພັກ-ພະນັກງານຜິດຕໍ່ກົດລະບຽບພັກ ແລະ ປະຕິບັດວິໄນຕໍ່ສະມາຊິກພັກ 4 ສະຫາຍ, ຍິງ 0 ສະຫາຍ ນອກຈາກນີ້ຍັງໄດ້ຕິດຕາມການເຄື່ອນໄຫວຂອງສະມາຊິກພັກ-ພະນັກງານ, ເກັບກຳຄຳສະເໜີຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ, ກວດກາຊີວະປະຫວັດມະຫາຊົນຜູ້ກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄ້ວາແກ້ໄຂ້ຕາມສະພາບຄວາມເປັນຈິງ.

ນັກຂ່າວ: ເມືອງທົ່ງມີໄຊ

Loading...