ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ທີ່ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ຄໍາຂັວນ“ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ” ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 19 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ 3 ວັນ ໂດຍການເປັນປະທານ ຂອງ ທ່ານ ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຕໍາຫຼວດລາວ, ມີບັນດາຫົວໜ້າ ແລະ ຄະນະຜູ້ແທນຈາກປະເທດສະມາຊິກຕໍາຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການເຂົ້າຮ່ວມ.
ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ຄັ້ງນີ້ ມີກອງປະຊຸມປິ່ນອ້ອມສໍາຄັນ ເປັນຕົ້ນກອງປະຊຸມຄະນະບໍລິຫານງານຕໍາຫຼວດອາຊຽນ ຄັ້ງທີ 12, ກອງປະຊຸມປຶກສາຫາລືສະເພາະຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ, ກອງປະຊຸມປຶກສາຫາລືຂອງຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ ແລະ ຄູ່ເຈລະຈາ. ນອກນີ້, ຍັງມີບັນດາກອງປະຊຸມຄະນະອານຸກໍາມະການ, ກອງປະຊຸມວິຊາການຈໍານວນໜຶ່ງ ແລະ ຍັງມີການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຕໍາຫຼວດລາວ ກັບ ບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ປະເທດສະມາຊິກຕໍາຫຼວດອາຊຽນດ້ວຍກັນ, ພົບປະລະຫວ່າງ ປະເທດສະມາຊິກອາຊຽນ ກັບ ປະເທດຄູ່ຮ່ວມເຈລະຈາຕື່ມອີກ, ໃນໂອກາດກ່າວປິດກອງປະຊຸມຢ່າງເປັນທາງການ ທ່ານ ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຕໍາຫຼວດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງຄະນະຮັບຜິດຊອບຈັດກອງປະຊຸມ, ກອງເລຂາຕໍາຫຼວດອາຊຽນ ແລະ ອານຸກໍາມະການທີ່ກ່ຽວຂ້ອງ ທີ່ເຮັດວຽກງານດ້ວຍຄວາມຮັບຜິດຊອບສູງ ໃນການປະກອບສ່ວນໃຫ້ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ມີຜົນສໍາເລັດຢ່າງໜ້າພູມໃຈ; ໃນໄລຍະ 3 ວັນ ບັນດາຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ໄດ້ປຶກສາຫາລືກັນຢ່າງເລິກເຊີ່ງ ແລະ ກົງໄປ-ກົງມາ, ທັງເປັນການແລກປ່ຽນປະສົບການ, ຂໍ້ສະເໜີ ແລະ ຍຸດທະສາດ ໃນການຕ້ານອາຊະຍາກໍາຂ້າມຊາດທຸກຮູບແບບ ເພື່ອຫຼຸດຜ່ອນໄພຂົ່ມຂູ່ທີ່ເປັນຜົນກະທົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນ. ພ້ອມດຽວກັນນີ້, ບັນດາປະເທດສະມາຊິກຕໍາຫຼວດອາຊຽນ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ພ້ອມທັງກໍານົດທິດທາງແຜນການຮ່ວມມື ໃນການຕ້ານອາຊະຍາກໍາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມອື່ນໆ ໃນການສ້າງຄວາມເຂັ້ມແຂງໃຫ້ກໍາລັງຕໍາຫຼວດ; ຫວັງຢ່າງຍິ່ງວ່າ ການຮ່ວມມືຂອງບັນດາຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ຈະມີຄວາມເຕີບໃຫຍ່ ແລະ ມີຜົນສໍາເລັດ ເພື່ອເປັນການປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ມີຄວາມປອດໄພ.
ໃນກອງປະຊຸມຄັ້ງນີ້ຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນລົງນາມຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ແລະ ມອບ-ຮັບສັນຍາລັກຂອງຕໍາຫຼວດອາຊຽນ ເພື່ອເປັນເຄື່ອງໝາຍໃຫ້ແກ່ປະທານກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 42 ທີ່ຕໍາຫຼວດປະເທດມຽນມາ ຈະເປັນເຈົ້າພາບຈັດຂື້ນໃນປີ 2024.
ຂ່າວ: ຈັນທະສອນ ສີຫານາດ