ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍມື້ວານນີ້ ພາຍຫລັງດໍາເນີນມາເປັນເວລາ 5 ວັນ. ພາຍຫລັງພິທີອັດກອງປະຊຸມ ທ່ານ ນາງ ປິ່ງຄຳ ລາຊະສິມມາ, ກໍາມະການສູນກາງພັກ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ເລ ຂາທິການສະພາແຫ່ງຊາດ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາ ລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ດັ່ງນີ້:
1. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX.
2. ມະຕິ ກອງປະຊູມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງຮອງປະທານສະພາແຫ່ງຊາດ.
3. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງກຳມະການຄະນະປະ ຈຳສະພາແຫ່ງຊາດ ຊຸດທີ IX.
4. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງໂຄງປະກອບກົງຈັກຂອງສະພາແຫ່ງຊາດ, ຮັບຮອງການເລືອກຕັ້ງປະທານກຳມາທິການ, ເລຂາທິການສະພາແຫ່ງຊາດ ແລະ ຮອງປະທານກຳມາທິການສະພາແຫ່ງ ຊາດ.
5. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງປະທານປະເທດ.
6. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງຮອງປະທານປະ ເທດ.
7. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງນາຍົກລັດຖະມົນຕີ.
8. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງ ຕັ້ງຮອງນາຍົກລັດຖະ ມົນຕີ.
9. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະ ບານ.
10. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
11. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງປະທານສານປະຊາ ຊົນສູງສຸດ.
12. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງປະທານອົງການກວດສອບແຫ່ງລັດ.
13. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເລືອກຕັ້ງປະທານອົງການກວດກາແຫ່ງລັດ.
14. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025).
15. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານ ຂອງສານປະຊາ ຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025).
16. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025).
17. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານ ຂອງອົງການກວດ ກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025).
18. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.
19. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX.
20. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນ ການ 5 ປີ ຄັ້ງທີ IX (2021-2025).
21. ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາການຈັດ ຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025).
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໃຫ້ຮູ້ຕື່ມວ່າ: ຢູ່ໃນການດຳເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງ ຊາດ ຊຸດທີ IX ນີ້ ສະພາແຫ່ງຊາດໄດ້ສະເໜີໃຫ້ 07 ພາກ ສ່ວນ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນ ຂອງສັງຄົມ ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີ ນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ, ໃນໄລຍະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫຼາຍກວ່າ 191 ສາຍ ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດ ທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມ. ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາ ທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ ໄຂໃຫ້ຖືກຕ້ອງສອດຄ່ອງ ຕາມກົດ ໝາຍ ແລະ ລະບຽບການ.
Cr: ບຸນຕຽງ ຈັນທະວົງ




