ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນຢ່າງເປັນທາງການໃນລະຫວ່າງວັນທີ 05-09 ມິຖຸນາ 2023 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ເລຂາຄະນະພັກແຂວງຈຳນວນໜຶ່ງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ 6 ເດືອນຕົ້ນປີ ແລະ ໃຫ້ທິດຊີ້ນໍາຕໍ່ທິດທາງ, ແຜນວຽກຈຸດສຸມ ສໍາລັບ 6 ເດືອນທ້າຍປີ 2023, ຕິດພັນກັບການປະຕິ ບັດສອງວາລະແຫ່ງຊາດ; ໄດ້ຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ສໍາຄັນ 2 ສະບັບ ຄື: ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ແລະ ມະຕິ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍວຽກງານພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ນອກນັ້ນ ຍັງໄດ້ປຶກສາຫາລື ແລະ ເປັນເອກະພາບໃຫ້ທິດຊີ້ນໍາຕໍ່ບັນດາເອກະສານສໍາຄັນ ຂອງພັກເຮົາ, ບົນພື້ນຖານຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ຂອງການປະຕິບັດແນວທາງການປ່ຽນແປງໃໝ່ ຂອງພັກ ກໍ່ຄືບົດຮຽນອັນດີຈາກປະເທດເພື່ອນມິດ, ກອງປະຊຸມໄດ້ມີຄວາມເປັນເອກະພາບສູງ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ກະກຽມສ້າງ ໂຄງການການເມືອງ ຂອງພັກ ເພື່ອກຳນົດວິໄສທັດ, ຍຸດທະສາດ, ແນວທາງ ແລະ ເສັ້ນທາງເດີນຂອງປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ກອງປະຊຸມໄດ້ເຫັນດີເປັນເອກະພາບ ຕໍ່ວຽກງານຈໍານວນໜຶ່ງ ຂອງຄະນະບໍລິຫານງານສູນກາງພັກ ທີ່ຕ້ອງສຸມໃສ່ນໍາພາຊີ້ນໍາ ເປັນຕົ້ນ:
1. ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ພາຍໃນຄະນະພັກ, ສະມາຊິກພັກ, ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນ ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ, ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີຄວາມມີສະຕິລະວັງຕົວ, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແທດຕົວຈິງ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບແວດລ້ອມທີ່ອໍານວຍ ໃຫ້ແກ່ການການສ້າງສາພັດທະນາເສດຖະກິດ-ສັງຄົມ;
2. ຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ສ້າງໃຫ້ໄດ້ຫຼາຍຕົວແບບ ຂອງການພັດທະນາ, ການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ, ສ້າງລາຍຮັບໃຫ້ປະຊາຊົນເພີ່ມຫຼາຍຂຶ້ນ.
3. ວາງມາດຕະການລະອຽດ, ຮັດກຸມຕື່ມອີກ ໃນການຄຸ້ມຄອງເສດຖະກິດມະຫາພາກ ເພື່ອແກ້ໄຂບັນຫາໃຫ້ຖືກຕ້ອງ ແລະ ໄປຖືກທິດ, ຮັບປະກັນຄວາມມີສະຖຽນລະພາບ ຢ່າງໜັກແໜ້ນ; ຕັ້ງຫນ້າຂຸດຄົ້ນ ແລະ ສ້າງຖານລາຍຮັບໃຫມ່, ສະກັດກັ້ນຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ, ພ້ອມນັ້ນ ກໍ່ເຂັ້ມງວດໃນການຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ
ບົນຈິດໃຈປະຢັດ; ຊຸກຍູ້ສົ່ງເສີມການຜະລິດດ້ວຍນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງຕະຫຼາດ; ດຶງດູດການທ່ອງທ່ຽວ, ກະຕຸ້ນເສດຖະກິດ ກໍຄື ການຜະລິດ ແລະ ການບໍລິການ ຂອງປະຊາຊົນ ໃຫ້ແຂງແຮງຂຶ້ນກວ່າເກົ່າ.
4. ຊີ້ນໍາການດໍາເນີນກອງປະຊຸມສະຫຼຸບຕີລາຄາກາງສະໄໝ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຕາມແຜນ ແລະ ມີຜົນສໍາເລັດ, ເຊິ່ງຖືເປັນບັ້ນດໍາເນີນຊີວິດການເມືອງທີ່ສໍາຄັນ, ຊອກໃຫ້ເຫັນບັນຫາ ແລະ ສາເຫດທີ່ແທ້ຈິງ, ພ້ອມທັງວາງມາດຕະການ ແລະ ວິທີປັບປຸງແກ້ໄຂໃຫ້ຖືກຕ້ອງ.
5. ປັບປຸງລະບອບ, ກົນໄກ, ວິທີເຮັດວຽກ ແລະ ການແບ່ງງານ, ແບ່ງຄວາມຮັບຜິດຊອບຊີ້ນໍາ ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ກໍ່ຄື ຂອງຄະນະປະຈໍາພັກ, ຄະນະພັກ ຢູ່ແຕ່ລະບ່ອນ ເພື່ອແນໃສ່ຍົກສູງປະສິດທິຜົນ ໃນການນໍາພາຊີ້ນໍາ, ຕີຈັງຫວະ ແລະ ແກ້ໄຂບັນຫາ ໃຫ້ແທດເຖິງຕົວຈິງ.
6. ສືບຕໍ່ປະຕິບັດແນວທາງການຕ່າງປະເທດຢ່າງຕັ້ງໜ້າ; ຍາດແຍ່ງການຮ່ວມມື, ການຊ່ວຍເຫຼືອ ຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນ ເຂົ້າໃນການພັດທະນາ, ການຟື້ນຟູ ແລະ ຂະຫຍາຍເສດຖະກິດ, ການຜະລິດ-ທຸລະກິດ ຂອງປະເທດເຮົາ ໃຫ້ແຂງແຮງ. ສືບຕໍ່ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ເພື່ອເພີ່ມທະວີປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫຼາຍຂຶ້ນ.
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ຍັງໄດ້ເນັ້ນໜັກໃຫ້ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ແຂງແຮງ ແລະ ໃຫ້ເປັນຂະບວນການຟົດຟື້ນ; ຮຽກຮ້ອງໃຫ້ ບັນດາສະຫາຍສູນກາງ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດ, ເພີ່ມທະວີຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນຳການຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.



