ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ- ອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ຂ້າມພູເຂົາ ແລະ ທະເລ ເພື່ອພົບກັນໃນດິນແດນແຫ່ງຄວາມສຸກ” ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 21 ພຶດສະພາ, ພາຍຫລັງດໍາເນີນມາແຕ່ວັນ ທີ 18 ພຶດສະພາ 2023 ນີ້ ທີ່ນະຄອນຟູໂຈ່ວ, ແຂວງຟູຈ້ຽນ, ສປ ຈີນ ໂດຍມີແຂກຮັບເຊີນຫລາຍກວ່າ 60 ຄົນ, ໃນນັ້ນ, ລວມທັງນັກການທູດ ແລະ ຜູ້ມີອິດທິພົນທາງອິນເຕີເນັດ 13 ຄົນ. ນອກຈາກນີ້ ຍັງມີສື່ມວນຊົນຈາກຈີນ ແລະ ປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບຜົນສໍາເລັດໃນການພັດທະນາເສດຖະ ກິດ, ການຄ້າ, ເສດຖະກິດດິຈິຕອລ ແລະ ຫົວຂໍ້ສໍາຄັນອື່ນໆ ໂດຍມີການຖ່າຍທອດສົດທີ່ມີຜູ້ຮັບຊົມຫລາຍກວ່າ 14 ລ້ານຄົນ.
ຕະຫລອດໄລຍະເວລາ 4 ວັນ. ນອກຈາກໄດ້ເຂົ້າຮ່ວມກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຢ້ຽມຊົມຫລາຍສະຖານທີ່ສໍາຄັນພາຍໃນນະຄອນຟູໂຈ່ວ ກໍຄື ແຂວງຟູຈ້ຽນ ເພື່ອຮັບຮູ້ສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄື ວັດທະນະທໍາຂອງ ເປັນຕົ້ນ: ໄດ້ຊົມໂອເປຣ່າ ແລະ ຊິມອາຫານຈາກຫລາຍປະເທດທີ່ເທສະການຂອງດີ ຈີນ-ອາຊຽນ, ໄດ້ເຫັນການສືບທອດ ແລະ ນະວັດຕະກໍາຂອງອາຫານທີ່ພິພິດຕະພັນວັດທະນະທໍາອາຫານຟູຈ້ຽນ, ຢ້ຽມຊົມສູນປະສົບການ VR ຂອງຟູຈ້ຽນ ແລະ ອື່ນໆ.
ການເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ບໍ່ພຽງແຕ່ເຮັດໃຫ້ເຂົ້າ ໃຈກ່ຽວກັບວັດທະນະທໍາຈີນ ເທົ່ານັ້ນ, ແຕ່ຍັງເປັນກາຍແລກປ່ຽນດ້ານວັດທະນະທໍາລະຫວ່າງຜູ້ເຂົ້າຮ່ວມໃນຖາ ນະທູດວັດທະນະທໍາຕື່ມອີກ.
ເນື່ອງຈາກເປັນກອງປະຊຸມລະດັບສາກົນທີ່ໃຫຍ່ຂອງຈີນ ເພື່ອສົ່ງເສີມການສົນທະນາ ແລະ ແລກປ່ຽນລະຫວ່າງຜູ້ມີອິດທິພົນທາງອອນລາຍ. ກອງປະຊຸມດັ່ງກ່າວບໍ່ພຽງແຕ່ລວມຄວາມໃຝ່ຝັນຮ່ວມກັນລະຫວ່າງຈີນ ແລະ ອາ ຊຽນ ແຕ່ຍັງເປັນການເພີ່ມການຮ່ວມມື ແລະ ສົ່ງເສີມການພັດທະນາເສດຖະກິດລະຫວ່າງຈີນ ແລະ ອາຊຽນທີ່ເລິກເຊີ່ງຕໍ່ເນື່ອງ ເພາະເຊື່ອວ່າອະນາຄົດທີ່ດີກວ່າຈະຖືກສ້າງ ຂຶ້ນດ້ວຍການຊ່ວຍເຫລືອຈາກຜູ້ທີ່ມີອິດທິພົນທາງອອນລາຍ.
Loading...