ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 8 ພະຈິກ 2023 ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນ ລາຍງານກ່ຽວ ກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ແຕ່ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງ ແຜນການ ປະຈໍາປີ 2024 ຂອງສານປະ ຊາຊົນສູງສຸດ.
ໃນນີ້ ສະເພາະຜົນສໍາເລັດຂອງການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 2 ປີເຄິ່ງຜ່ານມາ ສານປະຊາຊົນສູງສຸດ ໄດ້ພິຈາ ລະນາຄະດີອາຍາຢາເສບຕິດ ແລະ ອອກຄຳຊີ້ຂາດໂທດປະຫານຊີວິດ ຄື:
– ຄະດີອາຍາຢາເສບຕິດຂັ້ນຕົ້ນ ທັງໝົດ ຈໍານວນ 5.489 ເລື່ອງ, ແກ້ໄຂ ຈໍານວນ 4.663 ເລື່ອງ ເທົ່າກັບ 84,95% ລົງໂທດປະຫານຊີວິດຈໍານວນ 43 ຄົນ), ຍັງຄ້າງ ຈໍານວນ 826 ເລື່ອງ.
– ຄະດີຄໍາຊີ້ຂາດຄ້າງມາ ຈໍານວນ 55 ເລື່ອງ, ໄດ້ຮັບເຂົ້າໃໝ່ ຈໍານວນ 107 ເລື່ອງ ລວມທັງໝົດ ຈໍານວນ 162 ເລຶ່ອງ, ໄດ້ອອກຄຳຊີ້ຂາດແລ້ວ ຈໍານວນ 114 ເລື່ອງ, ອົງການໄອຍະການປະຊາຊົນສູງສຸດ ສະເໜີຮື້ຟື້ນຄະດີ ຈໍານວນ 12 ເລື່ອງ, ສົ່ງຄືນສານປະຊາຊົນຂັ້ນຕົ້ນ 10 ເລື່ອງ, ສົ່ງໃຫ້ອົງການໄອຍະການປະຊາຊົນສູງສຸດ ຕິດຕາມກວດກາຄໍ້ພິ ພາກສາ 13 ເລື່ອງ, ປັດຈຸບັນຍັງຄ້າງ ຈໍານວນ 13 ເລື່ອງ.
ສ່ວນການແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສານປະຊາຊົນສູງສຸດ ໄດ້ເອົາໃຈໃສ່ໃນການຕັດສິນ, ພິພາກສາຄະດີ ເພື່ອແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນ, ເງິນຄໍາ ແລະ ການຄ້າ-ການລົງທຶນ ໃຫ້ວ່ອງໄວ, ຕັດສິນ, ພິພາກສາຮິບຊັບ,ຮີບວັດຖຸສິ່ງຂອງທີ່ໄດ້ຈາກການກະທໍາຜິດເຂົ້າເປັນຂອງລັດ. ຜ່ານການປະສານສົມທົບກັບຄະນະຮັບຜິດຊອບ ເຕົ້າໂຮມຊັບສິນ ທີ່ເຈົ້າໜ້າທີ່ຍຶດ, ອາຍັດ ແລະ ສານຕັດສິນ ຮິບເປັນຂອງລັດ ໄດ້ລົງຕິດຕາມ, ຊຸກຍູ້ໃຫ້ສານປະຊາຊົນທ້ອງຖິ່ນເອົາໃຈໃສ່ສະຫຼຸບສັງລວມບັນຊີຊັບສີນທີ່ສານໄດ້ຕັດສີນຮິບເຂົ້າເປັນຂອງລັດ ຕາມຄຳສັ່ງ 07/ນຍ ລົງວັນທີ 05 ເມສາ 2017 ສາມາດສະຫຼຸບ ໄດ້ເບື້ອງຕົ້ນຈໍານວນໜຶ່ງ ດັ່ງນີ້:
– ປະເພດເງິນສົດ: ເງິນກີບ 2.559.364.000 ກີບ; ເງີນບາດໄທ 829.460 ບາດ, ເງິນໂດລາສະຫະລັດ 4.706 ໂດລາ, ເງິນດົງຫວຽດນາມ 250.000 ດົງ; ເງິນຢວນຂອງຈີນ 10.600 ຢວນ.
– ປະເພດເງິນຄ່າອາກອນ ເງິນກີບ 657.575.501 ກີບ, ເງິນບາດໄທ 153.605 ບາດ, ເງິນໂດລາສະຫະລັດ 3.489 ໂດລາສະຫະລັດ.
– ປະເພດຄ່າປັບໃໝ ເງິນກີບ 30,816.652 168 ກີບ, ເງິນບາດໄທ 3.075,45 ໂດລາສະຫະລັດ.
– ທີ່ດີນພ້ອມເຮືອນ ຈໍານວນ 8 ຕອນ.
– ປະເພດພາຫະນະ ລົດໃຫຍ່ ຈໍານວນ 32 ຄັນ, ປະເພດລົດຈັກ ຈໍານວນ 165 ຄັນ, ລົດໄຖນາເດີນຕາມ 1 ຄັນ, ເຮືອ 2 ລໍາ.
– ວັດຖຸມີຄ່າ ຈໍານວນ 43 ລາຍການ.
– ຮີບໂທລະສັບມືຖື 388 ໜ່ວຍ, ຄອມພິວເຕີ 16 ເຄື່ອງ,
Cr: BT