ຄະນະນັກກິລາໂວວີນາມ (ຫວໍຫວຽດນາມ) ທີມຊາດລາວ ສຳເລັດເຂົ້າຮ່ວມແຂ່ງ ຂັນໃນງານມະຫະກໍາຊີເກມ ຄັ້ງທີ 32 ທີ່ ປະເທດກຳປູເຈຍ ເຊີ່ງແຂ່ງຂັນໃນລະຫວ່າງວັນທີ 6-9 ພຶດສະພາ 2023 ໂດຍສາມາດຍາດໄດ້ 1 ຫລຽນຄຳ, 1 ຫລຽນເງິນ ແລະ 5 ຫລຽນທອງ.
ສໍາລັບອັນດັບທີ 1 ຫລື ເຈົ້າຄອງຫລຽນຄຳກິລາປະເພດນີ້ ແມ່ນ ກຳປູເຈຍ ເຈົ້າພາບ ໄດ້ 10 ຫລຽນຄຳ, 8 ຫລຽນເງິນ, 9 ຫລຽນທອງ. ສ່ວນອັນດັບທີ 2 ແມ່ນຫວຽດ ນາມ ໄດ້ 7 ຫລຽນຄຳ 12 ຫລຽນເງິນ 1 ຫລຽນທອງ.
ຮູບ: Viengsouk Hangngeun
Loading...