ວັນທີ 20 ພຶດສະພາ 2022 ນີ້ ທີ່ຫ້ອງການສູນຄຸ້ມຄອງການດໍາເນີນງານ ແລະບໍາລຸງຮັກສາເຂື່ອນໄຟຟ້າພະລັງນໍ້າ ນໍ້າອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 5 ໄດ້ຈັດກອງປະຊຸມຝຶກອົບຮົມຊ້ອມແຜນຮັບມືສຸກເສີນອຸທົກກະໄພຂອງເຂື່ອນໄຟຟ້າພະລັງນ້ຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 5 ປະຈຳປີ 2022 ໂດຍເປັນປະທານຂອງ ທ່ານ ສົ້ງຫຸຍຫົງ (SONG HUIHONG) ຫົວໜ້າຄະນະການຝຶກຊ້ອມແຜນຮັບມືອຸທົກກະໄພສຸກເສີນ, ຫົວໜ້າກຳມະການຄວາມປອດໄພ ເຂື່ອນໄຟຟ້ານ້ຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 5, ມີຄະນະຮັບຜິດຊອບຂອງ ບໍລິສັດ ພາເວີໄຊນ່າ (Power China) ຈາກນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ວິຊາການປະຈຳເຂື່ອນໄຟຟ້ານ້ຳອູ ແຕ່ລະແຫ່ງ ແລະເຂື່ອນໄຟຟ້ານ້ຳງື່ມ 5 ເຂົ້າຮ່ວມ ທັງຮູບແບບວິດີໂອທາງໄກ ແລະຮູບແບບເຊິ່ງໜ້າ. ການຝຶກຊ້ອມຄັ້ງນີ້ ໄດ້ມີການຈຳລອງເຫດການຮັບມືກັບໄພນໍ້າຖ້ວມ ຂອງສະຖານີໄຟຟ້າລະດັບ 7 ໃນຮອບ 20 ປີ ຢູ່ເຂື່ອນໄຟຟ້ານ້ຳອູ 7, ການຍົກຍ້າຍພະນັກງານທັງໝົດ ຫຼົບໜີອອກຈາກສະຖານທີ່ ຈະເກີດໄພພິບັດສຸກເສີນ ໃນບໍລິເວນເຂື່ອນໄຟຟ້ານ້ຳອູ 6, ການຍົກຍ້າຍປະຊາຊົນ ແລະພະນັກງານ ອອກຈາກພື້ນທີ່ສ່ຽງ ກ່ອນການລະບາຍນ້ຳອອກ ປະຕູລະບາຍນ້ຳເຂື່ອນນ້ຳອູ 5 ແລະ ການປິດປະຕູກັນນ້ຳຖ້ວມ ຫຼີກຫຼ່ຽງການເກີດເຫດການນ້ຳຖ້ວມເຮືອນຈັກໄຟຟ້າ ຢູ່ເຂື່ອນນ້ຳອູ 3. ໂອກາດເຂົ້າຮ່ວມຕິດຕາມການຝຶກອົບຮົມ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ທີ່ບໍລິສັດເຂື່ອນໄຟຟ້ານ້ຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 5 ໄດ້ມີການຈັດຝຶກອົບຮົມ ຝຶກຊ້ອມແຜນການຮັບມືສຸກເສີນອຸທົກກະໄພ ຈາກໄພພິບັດທຳມະຊາດ ໃນຂອບເຂດເຂື່ອນໄຟຟ້ານ້ຳອູ ເຊິ່ງຈະເປັນບົດຮຽນອັນດີໃນການກຽມຄວາມພ້ອມຮັບມືໃນຕໍ່ໜ້າ ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ສືບຕໍ່ໃນການວາງແຜນຮັບມືກັບໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ທັງແຈ້ງເຕືອນໃຫ້ປະຊາຊົນມີຄວາມພ້ອມຮັບມືເປັນແຕ່ລະໄລຍະ.
ການຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບໃຫ້ແກ່ ວິຊາການທີ່ຮັບຜິດຊອບພາຍໃນເຂື່ອນໄຟຟ້ານ້ຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 5 ໄດ້ຮັບຮູ້ ແລະສາມາດປະເມີນສະພາບການທີ່ອາດຈະເກີດຂຶ້ນ ເພື່ອແຜນການກຽມຄວາມພ້ອມຮັບມືໃຫ້ທັນກັບສະພາບການ ແນໃສ່ເຮັດໃຫ້ມີຜົນກະທົບຕໍ່ສີ່ງແວດລ້ອມ ແລະສັງຄົມໜ້ອຍທີ່ສຸດ, ທັງຮັບປະກັນໃຫ້ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້ານ້ຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 5 ມີຄວາມຍືນຍົງ ແລະປອດໄພ.
ຂ່າວ: ອາພຸດເດດ ບຸບຜາ
ຮູບ: ບົວວອນ ດວງສະຫວັດ


