ໃນລະຫວ່າງວັນທີ 21- 24 ມີຖຸນາ 2022 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ “ການຄຸ້ມຄອງຄວາມສ່ຽງໄພພິບັດ” ໃຫ້ແກ່ພະນັກງານກາແດງ ແລະ ພາກສ່ວນກ່ຽວຂອງພາຍໃນແຂວງບໍ່ແກ້ວ ໂດຍການເປັນປະຂອງທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການ ແຂວງບໍ່ແກ້ວ, ທ່ານ ເຂັມເພັດ ສີວໍຣະວົງ ຮອງຫົວໜ້າຫ້ອງການ, ອົງການກາແດງແຫ່ງຊາດລາວ; ທ່ານ ດຣ ບຸນເຖິງ ແກ່ນສີ ຫົວໜ້າອົງການກາແດງແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 37 ຄົນ ຍິງ 13 ຄົນ.
ການອົບຮົມໃນຄັ້ງນີ້ ແນ່ໃສ່ເພີ້ມຄວາມຮັບຮູ້ດ້ານວຽກງານໄພພິບັດ, ການສ້າງຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານກາແດງແຂວງ ແລະພາກສ່ວນກ່ຽວຂ້ອງໄດ້ຮັບຮູ້ ແລະເຂົ້າໃຈກຽ່ວກັບວຽກງານກາແດງ ເຊິ່ງໄດ້ນຳເອົາບົດຮຽນ ກ່ຽວກັບປະຫວັດຄວາມເປັນມາຂອງກາແດງ, ຂະບວນການກາແດງ, 7 ຫຼັກການພື້ນຖານຂອງກາແດງ, ການຄຸ້ມຄອງໄພພິບັດ, ກົນໄກການຄຸ້ມຄອງໄພພິບັດຢູ່ ສປປ ລາວ, ຄວາມຮູ້ພື້ນຖານຂອງການຄຸ້ມຄອງໄພພິບັດ, ສາຍພົວພັນການປ່ຽນແປງດິນພ້າອາກາດ ແລະ ການເກີດໄພພິບັດ, ການປົກປ້ອງໃນການໃຊ້ຄວາມຮຸນແຮງໃນເວລາເກີດເຫດສຸກເສີນ, ການປະເມີນຄວາມສ່ຽງ, ການມອດໄພ, ການປະເມີນຄວາມຕ້ອງການ ໂດຍໄດ້ຈຳລອງເຫດການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານອົງການກາແດງ ແລະ ພາກສ່ວນທີ່ກ່ຽວຂອ້ງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດໃນວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ, ມີຄວາມເຂົ້າໃຈກ່ຽວກັບການເກັບກຳຂໍ້ມູນຫຼັງເກີດໄພພິບັດ, ສາມາດເກັບກຳຂໍ້ມູນ ແລະ ປະເມີນຄວາມຕ້ອງການພາຍຫຼັງເກີດໄພພິບັດ ແນໃສ່ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ສາມາດຕອບສະໜອງຄວາມຕ້ອງການ, ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດໃຫ້ຖືກຕາມຄວາມຕ້ອງການ ແລະ ທັນເວລາ.
ຜ່ານການຝຶກອົບຮົມໃນຄັ້ງນີ້ພະນັກງານກາແດງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮັບຮູ້ພາລະບົດບາດ, ສິດ, ໜ້າທີ່, ວິທີການຮັບມືທີ່ອາດຈະເກີດຂຶ້ນ ແລະ ນຳເອົາໄປນຳໝູນໃຊ້ໃນເວລາເກີດເຫດສຸກເສີນຕົວຈິງ. ຊຸດອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ4ວັນ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).
ໂດຍ: ນັກຂ່າວກາແດງລາວ



0
People reached
2
Engagements
Boost post
2