ລັດຖະບານ ສປປ ລາວ ເຫັນໄດ້ຄວາມສໍາຄັນ ແລະ ຈຳເປັນ ຂອງການສົ່ງເສີມການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ໃນການພັດທະນາພື້ນ ຖານໂຄງລ່າງ ແລະ ການສະໜອງບໍລິການສາທາລະນະ ແກ່ສັງຄົມ ດ້ວຍການນຳໃຊ້ ທຶນຮອນ, ເຕັກໂນໂລຢີ ແລະ ປະສົບປະການທີ່ີດີ ຂອງ ພາກເອກະຊົນ ໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາໂຄງການ.
ໂຄງການປັບປຸງການລົງທຶນທີ່ມີຄຸນນະພາບ ເພື່ອບັນລຸເປົ້າໝາຍການພັດທະນາ ແບບຢືນຍົງ (PEA) ຂອງ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ແລະ ກົມສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ ຈັດການຝຶກອົບຮົມ ກ່ຽວກັບຂັ້ນຕອນການດຳເນີນງານແບບມາດ ຕະຖານ ແລະ ຄູ່ມືການສ້າງບົດສະເໜີເບື້ອງຕົ້ນໂຄງການໂດຍພາກລັດ ຂອງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ໃນລະຫວ່າງ ວັນທີ 29-31 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ມີຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນທັງໝົດ ຈຳນວນ 45 ທ່ານ. ໃນການຝຶກອົບຮົບ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນຕົວຈິງ ກ່ຽວກັບພື້ນຖານ ໃນການຄົ້ນຄວ້າ, ອອກແບບ ແລະ ການສ້າງບົດສະເໜີເບື້ອງຕົ້ນ ແລະ ຂັ້ນຕອນການດໍາເນີນງານ ຂອງໂຄງການລົງທຶນຮ່ວມ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດໂຄງການລົງທຶນຮ່ວມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າກົມສົ່ງເສີມການລົງທຶນ, ຜູ້ຊີ້ນຳວຽກງານ ການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໄດ້ກ່າວໄວ້ວ່າ: “ໄປຄຽງຄູ່ກັບ ການວາງນະໂຍບາຍທີ່ດີ, ການສ້າງນິຕິກໍາທີ່ສອດ ຄ່ອງ ເພື່ອສົ່ງເສີມ ແລະ ຄຸ້ມຄອງການລົງທຶນຮ່ວມ PPP ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ພວກເຮົາຍັງ ມີຄວາມຈໍາເປັນຫລາຍທີ່ຕ້ອງໄດ້ສ້າງຄວາມເຂັ້ມແຂງໃນ ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ດ້ວຍການຍົກ ລະດັບຄວາມຮູ້ຄວາມສາມາດ ດ້ານວິຊາການ ການລົງທຶນຮ່ວມ ໃຫ້ແກ່ບຸກຄະລາກອນຂອງພາກລັດ ໃນຂະແໜງ ການຕ່າງໆເປັນກ້າວໆ. ການຝຶກ ອົບຮົບໃນຄັ້ງນີ້ ຈະເປັນການສ້າງຄວາມເຂົ້າໃຈ ກ່ຽວກັບຂັ້ນຕອນການດໍາເນີນງານ ຂອງວຽກງານການລົງທຶນຮ່ວມ PPP ທີ່ເປັນມາດຕະຖານເອກະພາບ (SOP), ເປັນການຍົກລະດັບຄວາມຮູ້ຄວາມສາມາດໃນການ ຄົ້ນຄວ້າ, ອອກແບບ ແລະ ສ້າງບົດສະເໜີເບື້ອງຕົ້ນ ຂອງໂຄງການລົງທຶນຮ່ວມ ເພື່ອໃຫ້ສາມາດກຳນົດໄດ້ ມາດຕະຖານ, ເງື່ອນໄຂ, ຮູບການລົງທຶນ, ອາຍຸໂຄງການ, ຜົນໄດ້ຮັບທາງການເງິນ, ຜົນໄດ້ຮັບທາງສັງຄົມ, ຄາດຄະເນຄວາມສ່ຽງທີ່ອາດເກີດຂື້ນ, ການແບ່ງຄວາມຮັບຜິດຊອບ, ຄວາມສ່ຽງ ແລະ ຜົນປະໂຫຍດ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນຕະຫລອດໄລຍະໂຄງການ ຢ່າງມີປະສິດທິພາບ ແລະ ສາມາດດຶງດູດການລົງທຶນໄດ້”.
ພ້ອມດຽວກັນນັ້ນ, ທ່ານ ນາງ Ricarda Reiger ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປລາວ ໄດ້ໃຫ້ຄໍາເຫັນວ່າ “ເພື່ອບັນລຸ ເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍື່ນຍົງ (SDGs), ພາກລັດ ແລະ ພາກເອກະຊົນ ຈຳເປັນຕ້ອງຮ່ວມກັນສ້າງ ແລະ ນໍາໃຊ້ຄວາມເຂັ້ມແຂງຂອງແຕ່ລະຝ່າຍ ໃນການຮ່ວມມືກັນຮູບໃນຮູບແບບການລົງທຶນຮ່ວມ. ຈຸດປະສົງຫຼັກຂອງໂຄງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ແມ່ນການສ້າງຜົນໄດ້ຮັບ ທີ່ເປັນປະໂຫຍດຕໍ່ປະຊາຊົນ, ປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ, ສ້າງວຽກເຮັດງານທຳ ແລະ ປັບປຸງຄຸນນະພາບຊີວິດ.”
ຕັ້ງແຕ່ປີ 2018 ເປັນຕົ້ນມາ, ກົມສົ່ງເສີມການລົງທຶນ ແລະ ໂຄງການ PEA ໄດ້ມີການສ້າງເຄື່ອງມື ແລະ ຍົກສູງຄວາມເຂັ້ມແຂງທາງດ້ານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທີ່ມີຄຸນນະພາບ. ນອກຈາກ, ເອກະສານ ຂັ້ນຕອນການດຳເນີນງານແບບມາດຕະຖານ, ຄູ່ມືແນະນໍາການສ້າງ ແລະ ພິຈາລະນາບົດສະເໜີເບື້ອງຕົ້ນຂອງໂຄງການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ໂຄງການ PEA ຍັງໄດ້ສະໜັບສະໜູນການສ້າງໂມເດວວິເຄາະການເງິນໂຄງການ ແລະ ຮ່າງສັນຍາແມ່ບົດໂຄງການລົງທຶນຮ່ວມ. ໂຄງການ PEA ແມ່ນ ໄດ້ຮັບທຶນຊ່ວຍເຫຼືອ ຈາກອົງການສະຫະປະຊາຊາດ UNDP ປະຈໍາ ສປປ ລາວ, ລັດຖະບານ ໂອຕຣິດ, ແບນຊິກ, ນອກແວ, ຊູແອດ ແລະ ສະຫະພາບເອີຣົບ.

