ຝຶກອົບຮົມ ຄວາມຮູ້ພື້ນຖານກ່ຽວກັບການຫຼຸດຜ່ອນຄວາມສຽ່ງໄພພິບັດ ການປະຖົມພະຍາບານໃຫ້ປະຊາຊົນ 2 ແຂວງ
=================

ໃນລະຫວ່າງວັນທີ 11-20 ກໍລະກົດ 2023 ອົງການກາແດງແຫ່ງຊາດລາວ, ຮ່ວມກັບອົງການກາແດງແຂວງສະຫວັນນະເຂດ ແລະ ອົງການກາແດງແຂວງສາລະວັນ ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບການຫຼຸດຜ່ອນຄວາມສຽ່ງໃນເວລາເກີດໄພພິບັດ ແລະການປະຖົມພະຍາບານໃຫ້ແກ່ອາສາສະໝັກ ບ້ານແກ້ງທຳແມະ, ແກ້ງກີ, ແກ້ງຫົວປາ, ລະອໍເກົ່່າ, ລະອໍໃໝ່ ແລະ ບ້ານ ນາຫົວນ້ຳ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ບ້ານ ວາປີ, ນ້ອຍເຊ, ໂພນຕານ, ນາວ້າ, ເກາະຊ່ອງ ແລະ ຫ້ວຍໂຄນ, ເມືອງວາປີ ແຂວງສາລະວັນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ດຣ.ສິງ ໂຕ ຮອງປະທານອົງການກາແດງແຫ່ງຊາດລາວ, ຜູ້ຕາງໜ້າຈາກອົງການ ຢູນິເຊັບ, ພ້ອມຄູຝຶກຈາກອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ ແລະ ອາສາສະໝັກບ້ານເຂົ້າຮ່ວມທັງໝົດ 75ຄົນ.


ບົດຮຽນທີ່ນຳສະເໜີຄັ້ງນີ້ປະກອບມີ : ປະຫວັດຄວາມເປັນມາຂອງຂະບວນການກາແດງ, ຄວາມຮູ້ພື້ນຖານກຽ່ວກັບວຽກງານຄຸ້ມຄອງໄພພິບັດ, ຄວາມເຂົ້າໃຈກຽ່ວກັບຄວາມໝາຍ ແລະວົງຈອນການຄຸ້ມຄອງໄພພິບັດ, ການເສື່ອມສານວຽກງານການຫຼຸດຜ່ອນຄວາມສຽ່ງໄພພິບັດ ແລະ ການປຽ່ນແປງດິນຟ້າອາກາດ, ການພັດທະນາ ແລະການຂະຫຍາຍໂຕເສດຖະກິດ-ສັງຄົມ ການເຕືອນໄພລ່ວງໜ້າ, ແຜນຫຼຸດຜ່ອນຄວາມສຽ່ງໄພພິບັດ, ການປະເມີນຄວາມຄວາມສ່ຽງ, ຄວາມສາມາດຂອງຊຸມຊົນ, ການປະຖົມພະຍາບານ, ການແຜ່ລະບາດຂອງຍາດ, ການຝຶກອົບຮົມຄັ້ງນີ້ແນໃສ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ອາສາສະໝັກຂອງ 06 ບ້ານເປົ້າໝາຍ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ 06ບ້ານເປົ້າໝາຍຂອງເມືອງວາປີແຂວງສາລະວັນ ເພື່ອໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຕົນເອງໄດ້ໃນຊຸມຊົນ ທີ່ມີຄວາມສຽ່ງທີ່ອາດຈະເກີດໄພພິບັດໃນຕໍ່ໜ້າ, ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການຢູນີເຊັບ(Unicef).
