ປະຊາຊົນຫຼາຍກວ່າ 3,000 ຄົນ ໃນຈຳນວນ 9 ບ້ານຢູ່ເທດສະບານເມືອງໄຊຍະບູລີ ແຂວງໄຊຍະບູລີຄື ບ້ານນາຍາວ, ນາຕໍໃຫຍ່, ໜອງແຊງ, ບ້ານບຸງ, ບ້ານຖິ່ນ, ບ້ານປົ່ງ, ບ້ານສີເມືອງ ແລະ ບ້ານສີມຸງຄຸນ ພວມໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນ ຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດ, ກະແສໄຟຟ້າບໍ່ສາມາດໃຊ້ການໄດ້ໃນປະຈຸບັນ.
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໃຫ້ສຳພາດວ່າ ພາຍຫຼັງຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນ້ຳຮຸ່ງຫຍຶ່ງຂຶ້ນແລ້ວໄຫຼເຂົ້າຖ້ວມຫຼາຍບ້ານຢູ່ເທດສະບານແຂວງໄຊຍະບູລີໃນຕອນເຊົ້າມື້ນີ້, ປະຈຸບັນອົງການປົກຄອງແຂວງພວມລະດົມກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກຳລັງຊາວໜຸ່ມ ເພື່ອຍົກຍ້າຍປະຊາຊົນທີ່ຕິດຄ້າງຢູ່ພາຍໃນເຮືອນຕາມຈຸດຕ່າງໆໄປຢູ່ເຂດປອດໄພ ພ້ອມທັງຕັ້ງສູນສະເພາະກິດສຸກເສີນ ເພື່ອຈັດຫາເຄື່ອງໃຊ້ທີ່ຈຳເປັນ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ.
ຮອງເຈົ້າແຂວງໄຊຍະບູລີໃຫ້ຮູ້ຕື່ມວ່າ ປະຈຸບັນການຊ່ວຍເຫຼືອປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຄັ້ງນີ້ພົບຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກເສັ້ນທາງບາງຈຸດບໍ່ສາມາດເຂົ້າເຖິງໄດ້ ຈຳເປັນຕ້ອງໄດ້ໃຊ້ເຮືອເປັນພາຫະນະ ຊຶ່ງບໍ່ພຽງພໍຕໍ່ການນຳໃຊ້ຕົວຈິງ ສະນັ້ນຈຶ່ງໄດ້ປະສານຫາພາກສ່ວນກ່ຽວຂ້ອງຢູ່ແຂວງຫຼວງພະບາງຊ່ວຍຈັດສົ່ງເຮືອເຂົ້າໃນການອົບພະຍົບປະຊາຊົນໄປອາໃສຢູ່ບ່ອນປອດໄພ ພ້ອມທັງຮຽກຮ້ອງໃຫ້ສັງຄົມກໍ່ຄືພາກສ່ວນທີ່ມີເງື່ອນໄຂລະດົມເຄື່ອງອຸປະໂພກ, ບໍລິໂພກທີ່ຈຳເປັນໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງໄຊຍະບູລີໃນຄັ້ງນີ້ຢ່າງທັນການ.



