ຕອນເຊົ້າ ວັນທີ 4 ທັນວາ 2021 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບວັນຕ້ານພະຍາດວໍ້ໂລກ ໂດຍການເຂົ້າຮ່ວມຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງວິໄລພອນ ວໍລະພິີມ ຫົວໜ້າກົມລ້ຽງສັດ ແລະການປະມົງ ກະຊວງກະສິກໍາ ແລະປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າຈາກອົງການອະນາໄມໂລກ, ອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດເຂົ້າຮ່ວມ.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ ກ່າວບາງຕອນວ່າ: ພະຍາດວໍ້ເປັນພະຍາດຕິດຕໍ່ຮ້າຍແຮງຊະນິດໜຶ່ງ ເຊິ່ງຕິດຕໍ່ຈາກສັດສູ່ຄົນ, ສາຍເຫດເກີດຈາກເຊື້ອ Rabies virus, ສາຍພັນ Lyssa virus, ເຊື້ອພະຍາດດັ່ງກ່າວ ຍັງສາມາດຕິດແປດໃສ່ສັດເລືອດອຸ່ນທຸກຊະນິດເຊັ່ນ: ໝາ, ແມວ, ງົວ, ຄວາຍ, ລິງ, ຊະນີ, ກະຮອກ ,ກະແຕ,ເສືອ,ໝີ,ໜູ ເຈຍ ແລະອື່ນໆ ລວມທັງຄົນເຮົາດ້ວຍ. ການຕິດເຊື້ອຜ່ານທາງນ້ຳລາຍຂອງສັດທີ່ເປັນພະຍາດວໍ້ເຂົ້າສູ່ບາດແຜ ດ້ວຍການ ຖືກສັດກັດ ຫຼື ຄຸດ, ເລຍ ໂດຍນ້ຳລາຍກະເດັນເຂົ້າທາງຜິວໜັງທີ່ມີບາດແຜ, ທາງຕາຫຼື ທາງປາກ. ການລະບາດ ຂອງພະຍາດວໍ້ ສ່ວນໃຫຍ່ແມ່ນໃນປະເທດທີ່ດ້ອຍພັດທະນາ ແລະ ປະເທດທີ່ກຳລັງພັດທະນາໃນຂົງເຂດທະວີບອາຟຣິກາ ແລະ ອາຊີ ,ພາຫະນຳເຊື້ອທີ່ສຳຄັນແມ່ນສັດເລືອດອຸ່ນທຸກຊະນິດທີ່ເປັນສັດລ້ຽງລູກດ້ວຍນ້ຳນົມ (ຈຳພວກສັດກັດແຫ້ນ), ໂດຍສະເພາະແມ່ນຫມາ, ພະຍາດດັ່ງກ່າວນີ້ໄດ້ມີລາຍງານມາແຕ່ສະໄຫມດຶກດຳບັນວ່າ “ເປັນນັກຂ້າມະນຸດ.
ອີງຕາມຂໍ້ມູນຈາກອົງການອະນາໄມໂລກ (WHO) ໄດ້ລາຍງານວ່າ: ໃນແຕ່ລະປີມີຄົນເສັຽຊີວິດຍ້ອນພະຍາດວໍ້ປະມານ 50.000 ຄົນຕໍ່ປີ ໃນນີ້ 95% ແມ່ນຢູ່ອາຟຣິກກາ ແລະ ອາຊີ, ຄົນເສັຽຊີວິດສ່ວນຫລາຍແມ່ນຍ້ອນຖືກໝາກັດ, ປະມານ 30% ຫາ 60% ຂອງຜູ້ທີ່ໄດ້ຮັບຜົນກະທົບຖືກໝາກັດ ແມ່ນເດັກນ້ອຍລະຫວ່າງ 5 ຫາ 14ປີ , ອັດຕາການຕາຍຍ້ອນເປັນພະຍາດວໍ້ ແມ່ນ 100%.
ໃນປີ 2010, ລັດຖະບານ ສປປ ລາວ ໄດ້ຮັບຮອງຍຸດທະສາດໃນການລົບລ້າງພະຍາດວໍ້ ໃນບັນດາປະເທດອາຊຽນ, ສຳລັບ ສປປ ລາວ ໄດ້ມີຍຸດທະສາດແຫ່ງຊາດວ່າດ້ວຍການກັນແລະຄວບຄຸມພະຍາດວໍ້
ແຕ່ປີ 2020-2024 ເຊິ່ງກວມເອົາອົງປະກອບທາງດ້ານສຸຂະພາບຄົນ, ສຸຂະພາບສັດ ແລະ ການປະສານ
ງານກັບຫຼາຍຝ່າຍເພື່ອໃຫ້ປະສົບຜົນສຳເລັດໃນການລົບລ້າງພະຍາດວ໌ພາຍໃນປີ 2030 ທີ່ອົງການ
ອະນາໄມໂລກ ວາງອອກ ແລະ ອີງຕາມແຜນຍຸດທະສາດແຫ່ງຊາດ ກ່ຽວກັບພະຍາດຕິດຕໍ່ ແລະ
ພະຍາດຊຶມເຊື້ອທີ່ເກີດຂຶ້ນໃຫມ່ແລະກັບຄືນມາເກີດຂຶ້ນອີກ, ພາຍໃຕ້ການຮ່ວມມື ແລະ ປະສານງານຂອງ
ກະຊວງ ສາທາລະນະສຸກ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກຳນົດເອົາຫ້າພະຍາດບູລິມະສິດ, ຊຶ່ງໃນນີ້ ພະຍາດວໍ້ແມ່ນພະຍາດໜຶ່ງທີ່ນອນຢູ່ໃນພະຍາດບູລິມະສິດດັ່ງກ່າວ, ແລະພະຍາດວໍ້ໄດ້ຖືກເອົາເຂົ້າຢູ່ໃນລະບົບເຝົ້າລະວັງແຫ່ງຊາດໃນທ້າຍປີ 2018 ແລະເລີ້ມຈັດຕັ້ງປະຕິບັດເລີ້ມແຕ່ເດືອນ ມັງກອນ 2019 ເປັນຕົ້ນມາ.
ໃນ ສປປ ລາວ ແມ່ນໄດ້ຮັບຜົນກະທົບຈາກພະຍາດວໍ້ຕະຫລອດມາໃນແຕ່ລະປີ ແລະ ມີຂໍ້ມູນ
ລາຍງານຈາກຄົນຖືກໝາກັດ ແລະ ພົບເຊື້ອໄວຣັດວໍ້ ໃນຕົວຢ່າງຂອງແຕ່ລະປີ, ເຊີ່ງໄດ້ຮັບການລາຍງານ
ຈາກບາງແຂວງຫາສູນວິເຄາະ ແລະລະບາດວິທະຍາ ທີ່ມີຕົວເລກສະສົມແຕ່ປີ 2012 ຮອດວັນທີ 31 ຕຸລາ 2021 ໃຫ້ເຫັນວ່າ: ກໍລະນີທີ່ຖືກສັດກັດມີທັງໝົດ: 298 ຄົນ ແລະ ເສຍຊີວິດ: 55 ຄົນ.ໃນກໍລະນີທີ່ຖືກສັດກັດ ( ໝາ, ແມວ.. ) ຕ້ອງໄປພົບແພດດ່ວນ ເພື່ອໃຫ້ການປິ່ນປົວແລະສັກຢາວັກຊີນກັນພະຍາດວໍ້. ວັນຕ້ານພະຍາດວໍ້ໂລກແມ່ນໄດ້ມີການຕັ້ງຂຶ້ນໂດຍສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ
ສະມາຄົມໂລກເພື່ອການຄວບຄຸມພະຍາດວໍ້ ທີ່ມີຈຸດມຸ່ງຫມາຍໃຫ້ພາກສ່ວນຕ່າງທີ່ກ່ຽວຂ້ອງໄດ້ມີສ່ວນ
ຮ່ວມໃນການກັນ ແລະ ຄວບຄຸມ ພະຍາດລໍ້, ຈຶ່ງໄດ້ຕົກລົງ ເອົາ ວັນທີ 28 ເດືອນ ກັນຍາ ຂອງທຸກໆປີ
ມາເປັນວັນສົ່ງເສີມກິດຈະກຳດັ່ງກ່າວ.
ເລີ່ມ ແຕ່ ປີ 2008 ເປັນຕົ້ນມາ ກະຊວງ ສາທາລະນະສຸກ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັດປ່ຽນກັນ ເປັນເຈົ້າພາບຈັດພິທີສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກຢູ່ ສປປ ລາວ ເພື່ອໃຫ້
ຄວາມຮູ້ກ່ຽວກັບພະຍາດວໍ້ແກ່ປະຊາຊົນ,ຜົນກະທົບຂອງພະຍາດວໍ້, ວິທີປະຕິບັດ ແລະການກັນພະຍາດວໍ້
ສຳລັບປີນີ້ ກະຊວງສາທາລະນະສຸກ ໄດ້ເປັນເຈົ້າພາບໃນການຈັດພິທີຖະແຫຼງຂ່າວໃນການສະເຫຼີມສະ
ຫຼອງວັນຕ້ານພະຍາດວໍ້ໂລກຂື້ນໃນມື້ນີ້ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຫັນໄດ້ເຖິງຄວາມໝາຍຄວາມ
ສຳຄັນຂອງວັນດັ່ງກ່າວ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ພວກເຮົາຈຶ່ງບໍ່ສາມາດຈັດງານໂຮມຊຸມນຸມໃນການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກຂຶ້ນໄດ້ຄືກັບທຸກໆປີທີ່ຜ່ານມາ ເຊິ່ງຄຳຂວັນຂອງວັນຕ້ານພະຍາດວໍ້ໂລກປີນີ້ ແມ່ນ : ພະຍາດວໍ້ແມ່ນເປັນພະຍາດທີ່ບໍ່ໜ້າຢ້ານກົວຢ່າງທີ່ທ່ານຄິດ ຖ້າທ່ານໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ.
Loading...