ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເວລາປະມານ 18:00 ແລງ ວັນທີ 11 ກັນຍາ 2021 ເກີດເຫດມີລົມພະຍຸເຂດຮ້ອນ ໂກນເຊີນ ຜັດຜ່ານ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ບ້ານໂພນໃຜ່ ເມືອງ ແລະແຂວງສາລະວັນ ໄດ້ຮັບຜົນເສຍຫາຍ ມີເຮືອນລົ້ມ, ຫຼັງຄາເລີກ ມີຈຳນວນ 75 ຫຼັງຄາເຮືອນ ໃນນັ້ນເສຍຫາຍໜັກຈຳນວນ 20 ຫຼັງຄາເຮືອນ, ເສຍຫາຍປານກາງ 45 ຫຼັງຄາເຮືອນ ແລະເສຍຫາຍເລັກນ້ອຍ 10 ຫຼັງຄາເຮືອນ, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ ເພດຍິງ ອາຍຸ 50 ກ່ວາປີ, ບາດເຈັບສາຫັດ 02 ຄົນ ແລະບາດເລັກນ້ອຍ 06 ຄົນ ແລະປະຈຸບັນລວມ 139 ຄົນ ຂາດທີ່ຢູ່ອາໃສ.
ທ່ານ ພິດສະໄຫມ່ ເຂັມວິໄລ ຮອງເລຂາພັກເມືອງໆສາລະວັນ ໄດ້ໃຫ້ສຳພາດໃນຕອນເຊົ້າຂອງວັນ 12 ກັນຍາ 2021 ວ່າ: ປະຈຸບັນອຳນາດການປົກຄອງແຂວງ ແລະ ເມືອງ ໄດ້ມີການຄົ້ນຄ້ວາ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ຈັດຫາທີ່ພັກພາອາໃສເປັນການຄົ່ວຄາວ ແລະຈັດວາງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫຼືອສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນຢ່າງຮີບດ່ວນ ແລະໃນໂອກາດດຽວກັນນັ້ນຫ້ອງການສະພາປະຊາຊົນແຂວງສາລະວັນ ກໍ່ໄດ້ນຳເອົາເຂົ້າສານ(ໜຽວ) ຈຳນວນ 01 ໂຕນ ມອບໃຫ້ກັບອຳນາດການປົກຄອງບ້ານໂພນໃຜ່ ເປັນການບັນເທົາໃນເບື້ອງຕົ້ນ.