ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດທີ່ພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ. ເຊິ່ງໃນຕອນ ບ່າຍຂອງວັນທີ 16 ທັນວາ 2021 ທ່ານໄດ້ລົງຢ້ຽມຢາມ ແລະທ່ຽວຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ໂດຍການເຂົ້າຮ່ວມຕ້ອນຮັບຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະດ້ວຍບັນຍາ ກາດທີ່ອົບອຸ່ນ ແລະ ສົມກຽດ.
ການລົງຢ້ຽມຢາມ ແລະທ່ຽວຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ໃນຄັ້ງນີ້: ພະນະທ່ານປະເທດໄດ້ຮັບຟັງການລາຍງານ ກ່ຽວກັບປະ ຫວັດຄວາມເປັນໃນການຄົ້ນພົບ ແລະການພັດທະນາແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ, ໄດ້ເລີ່ມພັດທະນາ ແຕ່ປີ 2017 ເປັນຕົ້ນມາ, ເຊີ່ງເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ ພິ ເສດໃນຈຸດດັ່ງກ່າວມີຖ້ຳທັງໝົດຈຳນວນ 9 ຖໍ້າ ແລະ ມີຄວາມສວຍສົດງົດງາມ, ພາຍໃນຖໍ້າມີຫີນງອກ, ຫີນຍອຍເຫຼື້ອມຄ້າຍຄືເພັດພອຍ, ມີແຫຼ່ງນ້ຳ, ນ້ຳຕົກ ຕາດ, ມີພູຜາປ່າໄມ້ທີ່ສວຍງາມ.
ເຂດທ່ອງທ່ຽວອຸທິຍານພູຜາສຸກ ມີເນື້ອທີ່ສະຫງວນໄວ້ທັງໝົດ 1 ພັນເຮັກຕາ, ຕໍ່ກັບການພັດທະນາແຫຼ່ງທ່ອງທ່ຽວເຂດດັ່ງກ່າວ ອົງ ການປົກຄອງແຂວງສາລະວັນ ໄດ້ໃຊ້ງົບປະມານລັດຈຳນວນໜຶ່ງເຊັ່ນ: ບຸກເບີກເສັ້ນທາງເຂົ້າ, ບຸກເບີກເນື້ອທີ່, ຕິດຕັ້ງດອກໄຟໃນຖ້ຳ, ສ້າງທາງຢ່າງທ່ຽວຊົມ, ປຸກສ້າງສາລາຊົມວິວ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ອ່າງເກັບນໍ້າ ແລະ ອື່ນໆ.
ພາຍຫຼັງທີ່ໄດ້ຮັບພັງການລາຍງານແລ້ວທ່ານປະທານປະເທດ ກໍ່ໄດ້ເຂົ້າທ່ຽວຊົມພາຍໃນຖໍ້າພູຜາສຸກ, ແຕ່ລະຈຸດພາຍໃນຖ້ຳ, ການກໍ່ສ້າງ ແລະ ພັດທະນາ, ພ້ອມທັງໄດ້ທ່ຽວຊົມເບີ່ງ ຫີນງອກ, ຫີນຍ້ອຍ ທີ່ມີຫຼາຍສີສັນ ແລະ ຈຸດຊົມວີວຕ່າງໆພາຍໃນຖ້ຳພູຜາສຸກ, ເບີ່່ງຂອບເຂດການພັດທະນາທາງເຂົ້າແຫຼ່ງທ່ອງທ່ຽວ ແລະ ບໍລິເວນອ້ອມຮອບ.
ໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ໃນການພັດທະນາ, ບັນດາພື້ນຖານໂຄງລ່າງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃນການເຂົ້າເຖີງຜູ້ມາທ່ຽວຊົມໃຫ້ໄດ້ຫຼາຍ, ພ້ອມທັງເອົາໃຈໃສ່ປົກປັກຮັກສາຊັບພະຍາກອນທຳມະຊາດ ເຮັດແຫຼ່ງທ່ອງທ່ຽວແຫ່ງດັ່ງກ່າວ ທີ່ເຕັມໄປດ້ວຍຄວາມອຸດົມສົມບູນໄປ ທາງດ້ານທຳມະຊາດ ທີ່ສວຍສົດງົດງາມ ແລະ ມີຄວາມຍືນຍົງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ