ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສຸດຍອດ ອາຊີ-ປາ ຊີຟິກ ວ່າດ້ວຍນຳ້ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ ” ນຳ້ເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” ( Water for Sustainable Development-Best Practices and the Next Generation ).
ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ແລະຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະ ແດງທັດສະນະຂອງບັນດາປະ ເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະ ບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນຳ້ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນຳ້ ເພື່ອການພັດທະນາແບບຍືນຍົງ.
ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022 ໂດຍຢໍ້າຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນຍິ່ງ ສຳລັບຊີວິດຂອງມວນມະນຸດ ກໍ່ຄືການຄົງຕົວຂອງໂລກ ແລະ ມີຄວາມສຳຄັນ ຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິ່ງແວດລ້ອມອຸດົມສົມບູນ. ການເພີ້ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ແລະ ການປ່ຽນແປງດິນຟ້າອາກາດ ເປັນສາຍເຫດຕົ້ນຕໍ ເຮັດໃຫ້ ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົງຜົນ ຕໍ່ ຄວາມຍືນຍົງ ຂອງ ນໍ້າ ແລະ ຊັບພະຍາ ກອນນໍ້າ ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ ຊຶ່ງວົງຄະນາຍາດສາກົນ ກໍ່ຄືອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າ ແບບຍືນຍົງໃຫ້ເປັນໜຶ່ງ ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນຳ້ ແລະ ຊັບພະຍາກອນນໍ້າ ຊຶ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳ ລັບການພັດທະນາເສດ ຖະກິດ- ສັງຄົມ. ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳເຫຼົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານ ໄດ້ວາງຍຸດທະ ສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ. ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນຳ້ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກ ງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນຳ້ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.
ກອງປະຊຸມສຸດຍອດ ອາຊີ-ປາ ຊີຟິກ ວ່າດ້ວຍນຳ້ ຄັ້ງທີ 4 ໄດ້ຮັບ ຮອງເອົາຖະແຫຼງການຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນຳ້ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນຳ້ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ