ໃນຕອນເຊົ້າຂອງວັນທີ 10 ກັນຍາ 2021, ພະນະທ່ານ ພັນຄໍາ ວິພາວັນ ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ໃຫ້ກຽດກ່າວຄໍາປາໄສ (ແບບບັນທຶກວີດີໂອ) ຮ່ວມກັບພະນະທ່ານ ວາງ ກີຊານ (Wang Qishan), ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18, ໃນຖານະ ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ.
ງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້ຄຳຂວັນ “ກາລະໂອກາດຮ່ວມກັນ ຈາກແລວການຮ່ວມມືທາງບົກ-ທາງທະເລ ແບບໃໝ່, ສ້າງຄູ່ຮ່ວມຊະຕາກໍາ ອາຊຽນ-ຈີນ” ແມ່ນໃນຮູບແບບທາງໄກ ແລະ ເຂົ້າຮ່ວມກັບທີ່, ເຊິ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ ອາຊຽນ ແລະ ສປ ຈີນ ສະເຫຼີມສະຫຼອງການພົວພັນຮ່ວມມືຄົບຮອບ 30 ປີ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນບາງຕອນ ໂດຍໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ໃນການປະກອບສ່ວນຊຸກຍູ້ການຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາ. ນອກນັ້ນ, ອາຊຽນ ໄດ້ໃຫ້ຄວາມສຳຄັນຕໍ່ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ການເຊື່ອມຈອດພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບພາກພື້ນອື່ນ, ໂດຍສະເພາະ ທ່າແຮງທີ່ມີຢູ່ພາຍໃນ ແລະ ພາຍນອກ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ IV ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ໃນປະກົດຜົນເປັນຈິງ, ເຊິ່ງໃນຕົວຈິງ ແມ່ນຕ້ອງການການຊ່ວຍເຫລືອຈາກປະເທດຕ່າງໆ, ໂດຍສະເພາະ ສປ ຈີນ ທາງດ້ານວິຊາການ ແລະ ທຶນຮອນຕ່າງໆ. ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດ ມາຍັງ ການນໍາພັກ, ລັດຖະບານ ແລະ ປະຊາຊົນ ຈີນ ໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 100 ປີ, ພ້ອມທັງອວຍພອນ ໃຫ້ແກ່ງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 18 ປີນີ້ ປະສົບຜົນສຳເລັດຢ່າງຈົບງາມ.
ພິເສດ, ສປປ ລາວ ຍັງໄດ້ເປັນເຈົ້າພາບຮ່ວມ ກອງປະຊຸມໂຕະມົນພົບປະລະຫວ່າງການນໍາຂອງ ສປປ ລາວ ແລະ ນັກທຸລະກິດຈີນ, ເຊິ່ງເປັນກອງປະຊຸມປິ່ນອ້ອມ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18. ນອກນັ້ນ, ສປ ລາວ ຍັງໄດ້ເປີດຮ້ານວາງສະແດງແຫ່ງຊາດລາວ ແລະ ຫຸ່ນຈໍາລອງເມືອງແຫ່ງສະເໜ່ ນະຄອນໄກສອນ ພົມວິຫານ ອີກດ້ວຍ.
ປີ 2021 ຍັງເປັນປີແຫ່ງປະຫວັດສາດ ສະເຫລີມສະຫລອງການພົວພັນຮ່ວມມື ລາວ-ຈີນ ຄົບຮອບ 60 ປີ ກໍຄືປີມິດຕະພາບ ລາວ-ຈີນ. ໃນນີ້, ໂຄງການທາງລົດໄຟ ລາວ-ຈີນ ເປັນໂຄງການສັນຍາລັກໜຶ່ງພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງເປັນນິມິດໝາຍໃໝ່ແຫ່ງມູນເຊື້ອການພົວພັນຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃນຍຸກສະໄໝໃໝ່ ທີ່ໝັ້ນຄົງທະນົງແກ່ນ, ເຊິ່ງຄາດວ່າໂຄງການທາງລົດໄຟລາວ-ຈີນ ດັ່ງກ່າວ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນຊາດທີ 2 ທັນວາ 2021 ຂອງ ສປປ ລາວ.