ກອງປະຊຸມປຶກສາຫາລືລະຫວ່າງຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຮ່ວມກັບພາກເອກະຊົນໄທໃນລາວ ແລະ ສື່ມວນຊົນລາວຈັດຂຶ້ນໃນວັນທີ 4 ຕຸລານີ້ທີ່ສະ ຖານເອກອັກຄະຣາຊະທູດໄທປະຈໍາລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ດຣ ກິດຊະນະພົງ ກີຣະຕິກອນ ປະທານກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ, ມີທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈໍາລາວ, ມີ ຮອງປະທານກໍາມະການມູນນິທິ, ປະທານກໍາມະການຄຸຣຸສະພາ ຄະນະກໍາມະການມູນນິທິຜູ້ຊົງຄຸນວຸດທິດ້ານການສຶກສາ ພ້ອມດ້ວຍພາກທຸລະກິດໄທໃນລາວ ແລະ ສື່ມວນຊົນລາວຈາກສື່ສິ່ງພີມ ແລະ ເອເລັກໂຕນິກເຂົ້າຮ່ວມ.

ດຣ ກິດຊະນະພົງ ກີຣະຕິກອນ ໃຫ້ຮູ້ວ່າ: ໃນໂອກາດທີ່ສົມເດັດພຣະກະນິຖາທິລາດເຈົ້າ ກຣົມສົມເດັດພະເທບລັດຕະນະຣາຊະສຸດາ ສະຍາມ ບໍຣົມຣາຊະກຸມມາລີ ທຼົງມີພະຊົນອຍຸຄົບຮອບ 60 ພັນສາ ໃນປີ 2015 ສໍານັກງານເລຂາທິການຄຸຣຸສະພາ ກະຊວງສຶກສາທິການ ຮ່ວມກັບຜູ້ປະຕິບັດໜ້າທີ່ດ້ານການສຶກສາໄດ້ຂໍພະຣາຊະທານ ພະຣາຊານຸຍາດ ຈັດຕັ້ງລາງວັນລະດັບນານາຊາດ ເພື່ອສະເຫລີມພະກຽດພະປີຊາດ້ານການສຶກສາທີ່ທຣົງອຸທິດພະອົງ ເພື່ອສົ່ງເສີມການສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆ ມາໂດຍຕະຫລອດ ໂດຍສະເພາະເດັກເຍົາວະຊົນຜູ້ດ້ອຍໂອກາດໃນທ້ອງຖິ່ນຫ່າງໄກສອກຫລີກທົ່ວປະເທດ ພະອົງທຣົງປ່ຽມດ້ວຍຄຸນລັກສະນະສໍາຄັນຂອງຄວາມເປັນຄູ 4 ດ້ານຄື: ດ້ານຄວາມຮອບຮູ້, ການສອນດີ, ມີຄຸນນະທໍາຈັນຍາບັນ ແລະ ມຸ່ງໝັ້ນພັດທະນາ, ທຣົງພະກະລຸນາໂປດເກົ້າພຣະຣາຊະທານ ພະລາຊານຸຍາດຕັ້ງຊື່ລາງວັນວ່າ: ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ແລະ ມີພາລາຊານຸຍາດໃຫ້ຈັດຕັ້ງ ມູນນິທິລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ເພື່ອເປັນໜ່ວຍງານຫລັກໃນການວາງແຜນການດໍາເນີນງານ ແລະ ພິຈາລະນາລາງວັນ ໂດຍມີສົມເດັດພະເທບລັດຕະນະຣາຊະສຸດາ ສະຍາມ ບໍລົມຣາຊະກຸມາຣີ ເປັນປະທານກິດຕິມະສັກ. ດຣ ກິດຊະນະພົງ ກີຣະຕິກອນ ປະທານກໍາມະການມູນນິທິ.ຮອງສາດສະດາຈານ ດຣ ຄຸນຍິງ ສຸມົນທາ ພົມບຸນ ຮອງປະທານກໍາມະການມູນນິທິ, ຄະນະກໍາມະການມູນນິທິ, ຜູ້ທົງຄຸນວຸດທິດ້ານການສຶກສາ ແລະ ພາກສັງຄົມຈໍານວນໜຶ່ງ ພ້ອມດ້ວຍພາກສ່ວນອື່ນໆ.

ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນເພື່ອຍົກສູງ, ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ປະ ກອບມີ ບຼູໄນ ອິນໂດເນເຊຍ ກໍາປູເຈຍ ລາວ ມາເລເຊຍ ມຽນມາ ຟີລິປປີນ ສິງກະໂປ ຕີມໍເລດສະເຕ ຫວຽດນາມ ແລະ ໄທ, ປະເທດລະ 1 ຄົນ ເຊຶ່ງໂຄງການນີ້ ຈະໄດ້ດໍາເນີນການຄັດເລືອກຄູໃນທຸກ 2 ປີ ໂດຍຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບຄວາມຄິດ ແລະ ຄຸນລັດສະນະສະ ເພາະຂອງຄູຜູ້ສົມຄວນໄດ້ຮັບພຣະລາຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄປຍັງກະຊວງສຶກສາທິການໃນການກໍານົດເກນຄັດເລືອກ ແລະ ກົນໄກໃຫ້ຂຶ້ນກັບການພິຈາລະນາຂອງແຕ່ລະປະເທດ.

ປະທານກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີມີຄໍາເຫັນຕື່ມວ່າ: ສ່ວນຄູລາວເຮົາທີ່ໄດ້ເຂົ້າຮ່ວມຮັບລາງວັນຈາກມູນນິທີລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ມີຈໍານວນ 5 ຄົນທີ່ມາຈາກບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ຜ່ານການຄັດເລືອກຈາກກະຊວງສຶກສາທິການ ແລະ ກິລາຂອງລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ນະຄອນຫຼວງ ພະບາງ, ອຸດົມໄຊ ແລະ ແຂວງ ເຊກອງ ເຊຶ່ງເປັນຜູ້ຫລ້າສຸດຂອງປີ 2023 ນີ້ ທີ່ໄດ້ຮັບການຄັດເລືອກຈາກມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ແລະ ພິທີພຣະຣາຊະທານ ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີຄັ້ງທີ 5 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 17 ຕຸລານີ້ ທີ່ນະຄອນຫຼວງບາງກອກ ປະເທດໄທ, ນອກນີ້ ຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີຍັງມີກໍານົດແຜນໃຫ້ເພີ່ມປະເທດຜູ້ສະເໜີຊື່ຄູທີ່ດີເດັ່ນເຂົ້າຮ່ວມພຣະຣາຊະທານ ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີພາຍໃນປີ 2025 ອີກ 3 ປະເທດຄື: ມົງໂກລີ ພູຖານ ແລະ ບັງກາລາເດັດ ລວມເປັນ 14 ປະເທດ.