ອາທິດຜ່ານມານີ້ ທີ່ໂຮງແຮມ ພູແມນ ນະຄອນ-ຫຼວງພະບາງ, ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົງ ຮ່ວມກັບ ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສາທາລະນະລັດ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມ ການຄຸ້ມຄອງຄວາມປອດໄພການບິນ ແລະແຜນແມ່ບົດສະໜາມ ບິນ ໃຫ້ພະນັກງານສະໜາມບິນສາກົນຫຼວງພະບາງ ໂດຍໄດ້ຮັບການສະໜັບ ສະໜູນຈາກ ບໍລິສັດ ໂດວ້າ ເອັນຈິເນຍລິ້ງ ຈຳກັດ ແລະບໍລິສັດການບິນ ສາທາ ລະນະລັດເກົາຫຼີ ມີ ທ່ານ ທອງວັນ ສີສຸພາກອນ ຮອງຫົວໜ້າ ສະໜາມບິນສາກົນ ຫຼວງພະບາງ, ພ້ອມດ້ວຍ ຜູ້ຕາງໜ້າພະ ແນກ ໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ແລະພະນັກງານ ສະໜາມ ບິນສາກົນຫຼວງພະບາງ ເຂົ້າຮ່ວມ. ພິທີ ຮອງຫົວໜ້າ ສະໜາມບິນສາກົນ ຫຼວງພະບາງ ໄດ້ສະແດງຄວາມຂອບໃຈຕໍ່ ຜູ້ໃຫ້ທືນທີ່ໄດ້ໃຫ້ການຊ່ວຍເຫຼືອໂຄງການຝຶກອົບຮົມທີ່ມີມາດຕະຖານລະດັບສູງ ໃຫ້ແກ່ເຈົ້າໜ້າທີ່ ແລະພະນັກງານການບິນ ສາກົນຫຼວງພະບາງ ເພື່ອສົ່ງເສີມ ແລະເພີ່ມທະວີການພົວພັນດ້ານຍຸດທະສາດ ກັບຄູ່ຮ່ວມພັດທະນາທ້ອງຖິ່ນທີ່ມີທ່າແຮງ.
ການຝຶກອົບຮົມຄັ້ງນີ້, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ດ້ານການຄຸ້ມຄອງຄວາມປອດໄພການບິນ ແລະແຜນແມ່ບົດສະໜາມ ບິນ. ໂດຍໄດ້ຮັບການບັນຍາຍຈາກຄູຝຶກ ສາທາລະນະລັດເກົາຫຼີ ເປັນໜຶ່ງໃນຈຳນວນຊ່ຽວຊານ ດ້ານການຄຸ້ມຄອງຄວາມປອດໄພການບິນ ແລະແຜນແມ່ບົດສະໜາມບິນ, ຮັບຮູ້ກ່ຽວກັບການວິເຄາະໄພຄຸກຄາມ ແລະຄວາມສ່ຽງທີ່ອາດຈະເກີດຂຶ້ນ, ທັງມີການແລກປ່ຽນຄວາມຮູ້ ດ້ານພຶດຕິກຳຕົວຈິງກ່ຽວກັບ ຄວາມປອດໄພເຂດສະໜາມບິນ ໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງສະໜາມບິນສາກົນຫຼວງພະບາງ ໂດຍນຳໃຊ້ປະສົບການຕົວຈິງ ທີ່ໄດ້ຮຽນຮູ້ຈາກຫຼາຍສະໜາມບິນ ແລະໂຄງການທີ່ປຶກສາລະດັບສາກົນ.




