ໃນວັນທີ 1 ເມສາ 2021 ນີ້, ຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະ ກະຖາຫວນຄືນມູນເຊື້ອວັນສຳຄັນຂອງຂອງພັກ-ຂອງຊາດຄື: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ແລະ ວັນຄຽດແຄ້ນຂອງປະ ຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ(21 ມີນາ 1946-21 ມີນາ 2021) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ (5 ເມສາ 1961-5ເມສາ 2021) ໂດຍການປາຖະກະຖາຂອງ ສະຫາຍ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ພົນຕີ ບຸນມີ ແສງຄໍາຢອງ ອະດີດຄະນະປະຈໍາພັກກະຊວງ, ອະດີດຫົວໜ້າກົມໃຫຍ່ສັນຕີບານ, ອະດີດຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກຮາກຖານ-ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງ ພັກປະຊາຊົນ ປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ເຊິ່ງເປັນພັກທີ່ມີການນໍາພາອັນສະຫລາດສ່ອງໃສ, ນໍາພາ-ຊີ້ນໍາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ນໍາພາປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕາມແນວທາງທີ່ພັກ ໄດ້ກໍານົດໄວ້. ກ່ອນໜ້ານີ້ 66 ປີ ຄື: 22 ມີນາ 1955 ພັກປະຊາຊົນລາວ ເຊິ່ງເປັນ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຫົວໜ້າ ເພື່ອສືບທອດພາລະກິດອັນສະຫງ່າ ງາມຂອງພັກກອມມູນິດອິນດູຈີນ ໃນການນໍາພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງ ເຊິ່ງການກໍາເນີດເກີດຂຶ້ນຂອງ ພັກປະຊາຊົນ ປະຕິວັດລາວ ແມ່ນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດອັນສໍາຄັນຍິ່ງໃນວິວັດທະນາການຂອງຊາດລາວເຮົາ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດ, ປົດປ່ອຍປະຊາຊົນທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວ ແຫ່ງການນໍາພາຊາດລາວເຮົາກ້າວໄປສູ່ຄວາມເປັນເອກະລາດ ແລະ ສ້າງສາບ້ານເມືອງໄປສູ່ຄວາມວັດທະນາຖາວອນ.
ສະຫາຍ ວັນສີ ກົວມົວ ຍັງໄດ້ກ່າວອີກວ່າ: ເມື່ອທົບທວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວ ແລະ ມີໄຊສະຫງ່າງາມຂອງຊາດເຮົາ, ປະຊາຊົນບັນດາເຜົ່າມີຄວາມເອກອ້າງທະນົງໃຈຢ່າງຫາອັນໃດປຽບທຽບບໍ່ໄດ້ທີ່ເຫັນວ່າຕະຫລອດໄລຍະ 66 ປີຜ່ານມາພັກປະຊາຊົນປະຕິວັດລາວໄດ້ນຳພາທົ່ວປວງຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ແລະ ຍາດເອົາຜົນສໍາເລັດໃນການຮໍາບາດແຜ່ສົງຄາມ, ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນ ແປງໃໝ່ ອັນໄດ້ເຮັດໃຫ້ປະເທດຊາດ ແລະ ປະຊາຊົນມີຊີວິດການເປັນຢູ່ນັບດີຂຶ້ນ.
ພ້ອມກັນນີ້, ສະຫາຍ ຍັງໄດ້ປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດຄົບຮອບ 75 ປີ, ທັງນີ້ ກໍເພື່ອທົບທວນຄືນມູນເຊື້ອ ແລະໄຊ ຊະນະປະຫວັດສາດຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດພາຍໃຕ້ການນໍາພາຂອງພັກເຮົາ, ທັງເປັນການເພີ່ມທະວີສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງອາດກ້າ ຫານຂອງກອງທັບ ແລະ ປະຊາຊົນເຮົາ.
ໃນວັນດຽວກັນ, ທ່ານ ພົນຕີ ບຸນມີ ແສງຄໍາຢອງ ກໍໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກໍາເນີດແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫລມຄົມ ໂດຍແມ່ນພັກປະຊາຊົນປະຕິວັດ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບ ດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເວລາໃດກໍມີມູນເຊື້ອການຕໍ່ສູ້ຢ່າງອົງອາດກ້າຫານ, ມີນໍ້າໃຈເສຍສະຫລະເດັດດ່ຽວບໍ່ຍອມຈໍານົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ.
ຂ່າວ-ພາບ: ຂັນໄຊ
Loading...