ວັນທີ່ 7ເມສາ 2022 ນິີ້ທ່ານ ສົມຫວັງ ນາບຸນແພງ ຫົວໜ້າພະ ແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແຂວງຫຼວງນ້າທາພ້ອມດວ້ຍຄະນະໄດ້ມາພົບປະແລກປຽ່ນບົດຮຽນວຽກງານຄຸ້ມຄອງສິງແວດລ້ອມຢູ່ເມືອງປາກລາຍແຂວງໄຊຍະບູລີ ໂດຍໃຫ້ການຕ້ອນຮັບຂອງທ່ານ ກອງສີ ວົງສີເຈົ້າເມືອງໆປາກລາຍ,ມີທ່ານ ແວວເພັດ ສີບຸນມາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແຂວງໄຊຍະບູລີ ມີຮອງເຈົ້າເມືອງປາກລາຍ ຫົວໜ້າຮອງຫົວໜ້າຫ້ອງການ ມີຕາງໜ້າບໍລິສັດພ້ອມດວ້ຍຂະແໜງການທີ່ກຽ່ວຂ້ອງໃຫ້ການຕ້ອນຮັບ ເຊິ່ງຈັດຂື້ນທີ່ຫໍປະຊຸມໃຫຍ່ຂອງເມືອງ.
ໃນໂອກາດດັ່ງກ່າວທ່ານປອ ແວວເພັດ ສີບຸນມາ ຮອງຫົວໜ້າພະ ແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແຂວງໄຊຍະບູລີກໍໄດ້ກ້າວຕ້ອນຮັບພ້ອມທັງລາຍງານສະພາບຈຸດພິເສດຂອງແຂວງໄຊຍະບູລີ ແລະ ການເຄື່ອນໄຫວວຽກງານຂອງພະ ແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແຂວງ ທົ່ວແຂວງໄຊຍະບູລີມີສໍາມະໂນທີ່ດິນທັງໝົດ305.365ຕອນມີເນື້ອທີ່ 216.478 ແຮັກຕາ,ໃນນີ້ດິນກະສິກໍາ 217.900 ກົ່ວຕອນເນື້ອທີ່ 210.700 ກົ່ວແຮັກຕາ,ດິນປຸກສ້າງ87ພັນກົ່ວຕອນ ທົ່ວແຂວງມີໂຄງການລົງທຶນຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ມີເງືອນໄຂອອກໃບອະນຸຍາດດ້ານສິງແວດລ້ອມທັງໝົດ2.385ຫົວໜວ່ຍມາຮອດປະຈຸບັນອອກໃບຢັ້ງຢືນແລ້ວ 1.657ຫົວໜວ່ຍເທົ່າກັບ 69,4% ຂອງຈໍານວນຫົວໜວ່ຍໃນທົ່ວແຂວງ ແລະ ໄດ້ຮັບຟັງການລາຍງານສະພາບຈຸດພິເສດຂອງເມືອງປາກລາຍໂດຍຫຍໍ້ ຈາກນັ້ນຄະ ນະນໍາ ແລະ ຂະແໜງທີ່ກຽ່ວຂອງທັງສອງແຂວງກໍ່ໄດ້ຜັນປຽ່ນກັນຂື້ນແລກປຽ່ນບົດຮຽນຮວ່ມກັນ ໃນວຽງານຄຸ້ມຄອງສິງແວດລ້ອມດວ້ຍມິດຕະພາບຄວາມສາມັກຄີ ບົດຮຽນທີ່ດີ,ຜົນສໍາເລັດ ແລະ ດ້ານອອ່ນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຜ່ານມາເພຶ່ອແລກປຽ່ນບົດຮຽເຊິ່ງກັນ ແລະ ກັນລີກລຽ້ງບັນຫາຜົນກະທົບດ້ານສິ່ງແວດ ລ້ອມຕໍ່ສັງຄົມໃຫ້ໜ່ອຍທີ່ສຸດເພື່ອພັດທະນາວຽກງານດັ່ງກ່າວໄປຕາມທິດສີຂຽວແບບຍືນຍົງ ແລະ ເປັນມິດກັບສິງແວດລ້ອມ ຈາກນັ້ນທາງທິມງານທັງສອງແຂວງຍັງໄດ້ໄປຢຽ້ມຍາມໂຮງງານແປ້ງມັນຕົ້ນຂອງບໍລິສັດກ້າວໜ້າລາວຢູ່ບ້ານນໍ້າຊົ້ງເມືອງປາກລາຍພ້ອມທັງໄດ້ຮັບຟັງການລາຍງານການປົກປັກຮັກສາ ແລະ ການຄຸ້ມຄອງດ້ານສິງແວດລ້ອມຂອງໂຮງານ ໄປຢຽ້ມເບິ່ງການປູກ ການເກັບກູ ແລະ ການຕາກແຫ້ງມັນຕົ້ນຂອງຜູ້ປະກອບການ ແລະ ປະຊາຊົນຢູ່ບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ ພ້ອມທັງຢ້ຽມຢາມ ທຽ່ວຊົມດ້ານສາກົນພູດູ່ລາວ-ໄທຕຶ່ມອີກ.
ພາບ-ຂ່າວ: ກ່າ ຄຸດທະວົງສັກ


