ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼຽມຄໍາ ຈັດຊຸດອົບຮົມສິລະປະການສະແດງ ແລະ ດົນຕີພື້ນເມືອງລາວ ໃຫ້ສໍາມະນາກອນຜູ້ທີ່ຮັກມັກໃນການສະແດງໃນວັນທີ 17 ຕຸລານິ້ ທີ່ຫໍວັດທະນະທໍາແຂວງ ໂດຍການເປັນປະທານຂອງ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ມີການນໍາແຂວງ ຫົວ ໜ້າ-ຮອງຫົວໜ້າພະແນກການຫ້ອງການເຂດເສດຖະກິດພິເສດສາມຫຼຽມຄໍາ ບໍລິ ສັດດອກງິ້ວຄໍາ ພ້ອມດ້ວຍວິທະຍາ ກອນທີມີປະສົບການມາຈາກສູນກາງ, ແຂວງ, ສໍາມະນາກອນ ແລະພະນັກງານລັດຖະກອນເຂົ້າຮ່ວມ.
ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ກ່າວວ່າ: ຊຸດອົບຮົມຄັ້ງນິ້ເພື່ອເປັນການສົ່ງເສີມສິລະປະວັດທະນະທໍາລາວ ກໍຄືສິລະປະການສະແດງໃຫ້ມີການຂະຫຍາຍຕົວ, ມີເນື້ອໃນອຸດົມສົມບູນ ຮັກສາໄດ້ລັກສະນະຊາດ, ລັກ ສະນະມະຫາຊົນ, ກ້າວໜ້າ ແລະເຜີຍແຜ່ອອກສູ່ສັງຄົມ,ເປັນການອະນຸ ລັກ, ປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດຄຸນຄ່າມໍລະດົກວັດທະນະທຳອັນດີງາມຂອງຊາດ ຂອງເຜົ່າ ໄປຄຽງຄູ່ກັບການສ້າງຜະລິດຕະພັນທາງດ້ານວັດທະນະທໍາ ກາຍເປັນຜະລິດຕະພັນການ ທ່ອງທ່ຽວຢູ່ແຂວງບໍ່ແກ້ວໃຫ້ມີຄວາມຫຼາກຫຼາຍຍິ່ງຂຶ້ນ, ທັງເປັນການຈັດຕັ້ງປະຕິບັດທິດທາງແຜນ ການປະຈໍາປີ 2022 ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ອງແຂວງ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນທົ່ວສັງຄົມ ກໍຄືເຂດເສດຖະກິດພິເສດສາມຫຼຽມຄໍາໃນການສະແດງຮັບໃຊ້ງານດອກງິ້ວບ້ານປະຈໍາປີແລ້ວ ແລະ ງານອື່ນໆທັງເປັນການສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ເຂົ້າມາທ່ຽວຊົມເຂດເສດຖະກິດພິເສດສາມຫຼຽມຄໍາຫຼາຍຂຶ້ນ.
ໂອກາດນີ້ຮອງເຈົ້າແຂວງບໍ່ແກ້ວ ໄດ້ຮຽກຮອງໃຫ້ວິທະຍາກອນຈົ່ງເອົາໃຈໃສ່ໃນການຝຶກອົບຮົມໃຫ້ສໍາເລັດຕາມແຜນ ໃນການຖ່າຍທອດຄວາມຮູ້ ແລະປະສົບການ ສ່ວນສໍາມະນາກອນຈົ່ງເຊີດຊູບົດ ບາດຄວາມເປັນເຈົ້າການ, ມີຄວາມຮັບຜິດ ຊອບສູງ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ຕັ້ງໃຈຮໍ່າຮຽນເອົາບົດຮຽນນໍາວິ ທະຍາກອນຈົນສາມາດສະແດງໄດ້ ກາຍ ເປັນນັກສະແດງອາຊີບ ແລະ ສາ ມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການວຽກງານໃນໄລຍະໄໝ່, ຊຸດອົບຮົມຄັ້ງນິ້ຈະດຳເນີນເປັນເວລາ 12 ວັນ ຈິງສໍາເລັດ ແລະໄດ້ຮັບການສະໜັບສະໜູນດ້າງົບປະມານ ເພື່ອບໍາລຸງສ້າງບຸກຄະລາກອນການ ສະແດງ ຈາກສະພາບໍລິຫານເຂດເສດຖະກິດພິເສດສາມຫຼຽມຄໍາ ກໍຄືກຸ່ມບໍລິສັດດອກງິ້ວຄໍາ ແລະຫ້ອງການສົ່ງເສີມການທ່ອງທ່ຽວ.




