ວັນທີ 17 ພຶດສະພາ 2021 ນີ້ ຢູ່ທີ່ໂຮງໝໍສະໜາມ ບ່ອນປິ່ນປົວ ກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ 19 ໂດຍແຂວງສະຫວັນນະເຂດ ກຳນົດເອົາ ວິທະຍາໄລວິທະຍາສາດສຸຂະພາບແຂວງສະຫວັນນະເຂດ, ຄະນະພະແນກສາທາລະນະສຸກແຂວງສະຫວັນນະເຂດ ເຊິ່ງນຳໂດຍ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງ 5ກໍລະນີທີ່ຕິດເຊື້ອ ໂຄວິດ 19 ແລະ ໄດ້ຮັບການປິ່ນປົວຈົນຫາຍດີເປັນປົກກະຕິຄື: 1.ທ້າວ ດາລາເພັດ ບ້ານ ວຽງສະຫວັນ, 2.ນາງ ບຸນທະວີ ບ້ານ ໂພນສະຫວ່າງໃຕ້, 3. ນາງ ທິບພະຈັນ ບ້ານ ນາເລົ່າ,4.ນາງ ພອນວິໄລ ບ້ານ ສຸນັນທາ,5.ນາງ ຈັນດາເພັດ ບ້ານ ສະພານໃຕ້ ທັງໝົດ 5 ຄົນ ແມ່ນຢູ່ນະຄອນໄກສອນ ພົມວິຫານ, ໄດ້ເຂົ້າຮັບການປິ່ນປົວແຕ່ວັນທີ 26 ເມສາ ລວມການປິ່ນປົວ 20 ວັນ. ເຊິ່ງມາຮອດປະຈຸບັນ ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອສະສົມ 65 ຄົນ ,ໃນນີ້ປິ່ນປົວດີແລ້ວ 12 ຄົນ ຍິງ 6 ຄົນ,ຍັງຄ້າງຢູ່ສູນປິ່ນປົວ 53 ຄົນ.

ໃນພິທີຈັດສົ່ງ ດັ່ງກ່າວ ທ່ານ ດຣ ຕຽງຄຳ ປ້ອງວົງສາ ໄດ້ແນະນຳໃຫ້ອຳນາດການປົກຄອງຈົ່ງໄດ້ແນະນຳໃຫ້ປະຊາຊົນບໍ່ໃຫ້ມີຄວາມແຕກຕື່ນ,ເພາະວ່າພວກກ່ຽວແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ,ຈົ່ງພ້ອມກັນຮັກສາ ແລະ ປ້ອງກັນຕົນເອງຕາມມາດຕະການຕ່າງໆຢ່າງເປັນປົກະຕິ,ສ່ວນຜູ້ທີ່ອອກຈາກໂຮງໝໍກໍ່ຕ້ອງສືບຕໍ່ກັກໂຕ ແລະ ຕິດຕາມອາການຂອງຕົນເອງຕື່ມອີກ 14 ວັນ,ຮັກສາມາດຕະການປ້ອງກັນທີ່ວາງອອກ,ເປັນຕົ້ນແມ່ນການລ້າງມືດ້ວຍສະບູຫຼືໃຊ້ເຈວ ,ຮັກສາໄລຍະຫ່າງ,ຫ້າມເຂົ້າໄປບ່ອນຊຸມນຸມຊົນ,ໃຊ້ຜ້າອັດປາກ-ດັງ ແລະ ອື່ນໆ.