ວັນທີ​ 12​ ສິງຫາ​ 2021,​ ທ່ານ​ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າ​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າແຂວງ ພ້ອມດ້ວຍຫົວໜ້າ ແລະວິຊາການຂະແໜງການຄ້າພາຍໃນ ໄດ້ສົມທົບກັບຄະນະຮັບຜິດຊອບຄຸ້ມ ຄອງຕະຫຼາດໃໝ່ປາກເຊ ໄດ້ໄປຕິດຕາມກວດກາລາຄາສິນຄ້າ ແລະ​ບັນຍາກາດການຊື້​ ​- ຂາຍ​ ສິນຄ້າ​ ຢູ່ຕະຫຼາດໃໝ່ປາກເຊ (ຕະຫຼາດດາວເຮືອງ) ເຊິ່ງເຫັນວ່າ ສິນຄ້າສ່ວນໃຫຍ່ແມ່ນຢູ່ໃນເກນປົກກະຕິ ແລະ​ ມີສິນຄ້າບາງປະເພດ​ ຄື: ຊີ້ນໝູ,​ ງົວ,​ ຄວາຍ​ ແລະ​ ປາ​ນິນ,​ ປາດຸກພັນ ລາຄາຫຼຸດລົງ.​ ສ່ວນສິນຄ້າປະເພດເຫຼັກເສັ້ນ(ເຄື່ອງກໍ່ສ້າງ),ອຸປະກອນຮັບໃຊ້ການກະເສດ ແລະ ໄຂ່ໄກ່ ແມ່ນມີລາຄາເໜັງຕີງສູງຂຶ້ນ.
ທ່ານ​ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າ​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າແຂວງ ໄດ້ກ່າວວ່າ: ສາເຫດທີ່ພາໃຫ້ລາຄາເໜັງຕີງຍ້ອນຫຼາຍປັດໄຈ ເຊັ່ນ:
1. ຍ້ອນສະພາບລວມ ກໍຄືພາຍໃນປະເທດເຮົາ ລວມທັງແຂວງຈໍາປາສັກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19 .
2. ທະນາຄານບໍ່ສາມາດຕອບສະໜອງເງິນຕາຕ່າງປະເທດໃນການຊໍາລະສະສາງຄ່າສິນຄ້າໃຫ້ແກ່ທຸລະກິດໄດ້, ຈ່າຍຄ່າຊື້ສິນຄ້າເປັນເງິນຕາຕ່າງປະເທດ ແຕ່ຂາຍສິນຄ້າເປັນເງິນກີບ.
3. ອັດຕາແລກປ່ຽນຢູ່ທະນາຄານຕໍ່າກົ່ວຮ້ານແລກປ່ຽນເງິນທົ່ວໄປ, ເມື່ອທະນາ ຄານຕອບສະໜອງບໍ່ໄດ້ ທຸລະກິດຈໍາເປັນຕ້ອງໄດ້ຊອກຊື້ເງິນຕາຕ່າງປະເທດເອງ.
4. ກຳລັງການຜະລິດສິນຄ້າຢູ່ຕ່າງປະ ເທດທີ່ຜະລິດສົ່ງຂາຍໃຫ້ລາວ ປະຈຸບັນມີສະມັດຖະພາບ ຕໍ່າ, ບາງໂຮງງານກໍບໍ່ສາມາດຜະລິດໄດ້, ເນື່ອງມາຈາກຜົນກະທົບທາງດ້ານວັດຖຸດິບທີ່ສະໜອງໃຫ້ບໍ່ພຽງພໍ ເຊີ່ງສະແດງໃຫ້ເຫັນຢູ່ໃນບັນດາປະເທດທີ່ທຳການຜະລິດ ເປັນຕົ້ນແມ່ນປະເທດຈີນ, ປະເທດອິນເດຍ ແລະ ປະເທດອື່ນໆ…ອີກ
5. ສຳລັບເຫຼັກແຕ່ກ່ອນຊື້ວັດຖຸດິບຈາກຕ່າງປະເທດ(ເຫຼັກມ້ວນ) ລາຄາ 450$/ໂຕນ, ປະຈຸບັນລາຄາ 1.000$/ໂຕນ.
6. ສິນຄ້າປະເພດໄຂ່ໄກ່.ຟາມລ້ຽງໄກ່ພັນໄຂ່ ທີ່ສາມາດຕອບສະໜອງໃຫ້ຕະຫຼາດມີ 2 ຟາມຄື: ຟາມຂອງບໍລິສັດສຸກຈະເລີນຟາມ ແລະ ບໍລິສັດ CP; ປະຈຸບັນລາຄາໄຂ່ໄກ່ມີການເພີ້ມຂື້ນ ສະເລ່ຍເທົ່າກັບ 7%.ຄາດວ່າອີກ 1-2 ເດືອນຄັ້ງໜ້າ ( ເດືອນ 9 ຫາ ເດືອນ 10 ) ຈະຜະລິດໄຂ່ໄກ່ໄດ້ຕື່ມອີກຈາກເດີມທີ່ຜະລິດໄດ້ຢູ່ແລ້ວ 6700 ແຕະ/ມື້ ມາເປັນ 11500 ແຕະ/ມື້. ເມື່ອຮອດເວລານັ້ນລາຄາໄຂ່ໄກ່ກໍຈະກັບມາເປັນປົກກະຕິ ຫຼື ຫຼຸດລົງກວ່າເກົ່າ .
ຈາກຮູ້ໄດ້ສາເຫດການເໜັງຕິງຂອງລາຄາສິນຄ້າ ທ່ານ​ ບຸນຍະເດດ ທອງສະຫວັນ ຍັງໄດ້ເວົ້າເຖິງ ມາດຕະການຄຸ້ມຄອງ ແລະແກ້ໄຂລາຄາສິນຄ້າ ອີກດ້ວຍ.
ການລົງມາກວດກາ,ຕິດຕາມລາຄາສິນຄ້າໃນຄັ້ງນີ້ ເພື່ອຊຸກຍູ້ໃຫ້ຫົວໜ່ວຍການຄ້າ ດໍາເນີນການຊື້ -ຂາຍສິນຄ້າຖືກຕ້ອງຕາມລະບຽບການທີ່ກຳນົດ. ທັງແນະນໍາໃຫ້ມີການເພີ່ມທະວີຄວາມເປັນເຈົ້າການໃນການປ້ອງກັນການລະບາດຈາກພະຍາດໂຄວິດ-19 ອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ
Loading...