ໃນວັນທີ 16 ພະຈິກ 2021 ນີ້, ພະແນກເຕັກນິກກອງພັນໃຫຍ່ 201 ກອງພົນທີ 2 ເຊິ່ງນຳພາໂດຍສະຫາຍ ພັນໂທ ຄຳເພັດ ທຸມມີມາ ຄະນະພັກກອງພັນໃຫຍ່ 201 ຫົວໜ້າພະແນກເຕັກນິກ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນພະແນກຈຳນວນ 25 ສະຫາຍ ໄດ້ລົງຊ່ວຍເຫຼືອປະຊາຊົນບ້ານນາຕ້າ ເມືອງປາກລາຍ ແຂວງ ໄຊຍະບູລີ ເກັບກ່ຽວເຂົ້່ານາປີ. ທັງນີ້ກໍ່ເພື່ອຫັດແໜ້ນຄວາມສາມັກຄີລະຫວ່າງກົມກອງກັບພໍ່ແມ່ປະຊາຊົນບ້ານຮາກຖານ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ກອງທັບ ກັບ ປະຊາຊົນໄວ້ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ ດັ່ງຄຳຂວັນທີ່ວ່າ ກອງທັບກັບປະຊາຊົນປຽບເໝືອນປາກັບນ້ຳ.
ຂ່າວ: ເກດ ອານຸສອນ
ພາບ: ນາງ ໄພວັນ ລໍວັນຄຳ
