ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າຂອງວັນທີ 2 ພະຈິກ 2021ນີ້ ຢູ່ທີຫ້ອງການແຮງງານ ແລະ ສະຫວັດດີການ- ສັງຄົມເມືອງລ້ອງແຈ້ງ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 2,5ໂຕນ ມີມູນຄ່າ 20 ລ້ານກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພ ແລະ ປະຊາຊົນບັນດາເຜົ່າຜູ້ທຸກຍາກ ໂດຍເປັນກຽດມອບຂອງທ່ານ ວັນຄຳເກັ່ງ ຢ່າຊົວກົວ ກຳມະການພັກແຂວງຫົວໜ້າພະແນກແຮງງານແລະສະຫວັດດີການ-ສັງຄົມແຂວງໄຊສົມບູນ ແລະ ຮັບໂດຍ ທ່ານ ສູນດາວັນ ສີທົງໄຊ ຄະນະປະຈຳພັກເມືອງ ຄະນະໂຄສະນາອົບຮົມເມືອງ ຜູ້ຊີ້ນຂົງເຂດວຽກງານວັດທະນາທຳ ໂອກາດດຽວກັນ ທ່ານ ວັນຄຳເກັ່ງ ຢ່າຊົວກົວ ຍັງໄດ້ມອບເງິນອີກຈຳນວນ 1,500,000 ກີບ ໃຫ້ຫ້ອງການດັ່ງກ່າວ ເພື່ອໄປໝູນໃຊ້ ເຄື່ອນໄຫວວຽກງານທີຈຳເປັນໃຫ້ເກີດດອກອອກຜົນ ແລະ ນຳເອົາເຂົ້າສານດັ່ງກ່າວໄປຊ່ວຍເຫລືອ ຜູ້ປະສົບໄພ ແລະ ປະຊາຊົນບັນດາເຜົ່າຜູ້ທຸກຍາກ ຢ່າງທົ່ວເຖີງ ເຮັດໃຫ້ຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນມີຊິວິດທີ່ດີຂື້ນເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງພັກ-ລັດ ໄດ້ວາງອອກ.
ຂ່າວເມືອງລ່ອງແຈ້ງ: ອານຸສອນ ຈັນທະວີໄຊ