ທ່ານ ໄຊສົມບູນ ສຸວັນດາລາ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນທັງເປັນຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ , ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ກ່າວວ່າ : ນັບແຕ່ທ້າຍປີ 2019 ເປັນຕົ້ນມາທາງພະແນກຖະແຫຼ່ງຂ່າວ , ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຄໍາມ່ວນ ( ຖວທ )ກໍ່ໄດ້ເຄື່ອນໄຫວຮ່ວມກັບຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງໂດຍສະເພາະແມ່ນວຽກງານທີ່ນອນຢູ່ໃນຂົງເຂດຕົນເອງຮັບຜິດຊອບເຊິ່ງລວມມີ 03 ວຽກໃຫຍ່ຄື : ວຽກງານຖະແຫຼງຂ່າວ , ວຽກງານວັດທະນະທໍາ ແລະ ວຽກງານທ່ອງທ່ຽວເຊິ່ງໃນສາມວຽກນີ້ແມ່ນໄດ້ມີການເຄື່ອນໄຫວຢ່າງປົກກະຕິ ແລະ ຕໍ່ເນື່ອງເປັນຕົ້ນແມ່ນວຽກງານຖະແຫຼງຂ່າວແມ່ນເປັນວຽກ ງານທີ່ມີຄວາມສໍາຄັນ ແລະ ເປັນວຽກ ງານປະຈໍາບານແມ່ນໄດ້ເອົາໃຈໃສ່ເປັນພິເສດເພາະວ່າວຽກນີ້ແມ່ນໄດ້ໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ . ຈາກນັ້ນແມ່ນວຽກງານວັດທະນະທໍາເຊິ່ງເປັນວຽກທີ່ຕິດພັນກັບການຈັດຕັ້ງປະຕິ ບັດໃນປະຈຸບັນໂດຍສະເພາະແມ່ນໄດ້ມີການຕິດຕາມ,ກວດກາການເຄື່ອນໄຫວທາງດ້ານຮີດຄອງປະເພນີການຈັດງານບຸນ,ງານດອງຕ່າງໆທີ່ເກີດຂຶ້ນໃນປະ ຈຸບັນ . ດ້ານວຽກງານທ່ອງທ່ຽວພວກເຮົາກໍ່ໄດ້ມີການຈັດຕັ້ງພະນັກງານວິຊາການຂອງຂະແໜງການດັ່ງກ່າວໄດ້ລົງເຄື່ອນ ໄຫວຊຸກຍູ້ຜູ້ປະກອບການຢ່າງຕໍ່ເນື່ອງເປັນຕົ້ນຜູ້ປະກອບດ້ານໂຮງແຮມ , ເຮືອນ ພັກ ,ຮ້ານອາຫານ ,ສະຖານບັນເທີງ ແລະ ອື່ນໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ . ໂດຍປະຕິບັດຕາມຄໍາສັ່ງເລກທີ 15 / ນຍ , ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ , ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ແລະ ຄໍາສັ່ງເລກທີ 02 / ຈຂ.ຄມ , ລົງວັນທີ 25 ເມສາ 2021 ວ່າດ້ວຍສືບຕໍ່ເພີ້ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງ ກັນ,ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຈ້ງການຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວສະບັບເລກທີ 337 ແລະ ແຈ້ງການຂອງພະແນກຖະ ແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວສະບັບເລກທີ 438 /ຖວທ , ລົງວັນທີ 13 ເມສາ 2021 ວ່າດ້ວຍການຢຸດຕິຊົ່ວຄາວກ່ຽວກັບການບໍລິການຂອງຮ້ານບັນເທີງ , ຄາຣາໂອເກະ ,ຮ້ານກິນດື່ມ ແລະ ຮ້ານປີ້ງແກ້ມພ້ອມກັນນັ້ນແມ່ນຫ້າມບໍ່ໃຫ້ມີການຈັດງານລ້ຽງ,ງານດອງ , ງານພົບປະສ້າງ ສັນ ແລະ ງານບຸນປະເພນີຕ່າງໆ ເຊິ່ງມາຮອດປະຈຸບັນນີ້ທາງພະແນກ ຖວທ ແຂວງແມ່ນໄດ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ , ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງຕໍ່ເນື່ອງຕາມແຈ້ງການແຕ່ລະສະບັບ ແລະ ແຕ່ລະໄລຍະບໍ່ວ່າຈະເປັນແຈ້ງການຂອງລັດຖະບານ,ແຈ້ງການຂອງແຂວງ, ແຈ້ງການຂອງຄະນະສະເພາະກິດຂອງແຂວງ , ແຈ້ງການຂອງພະແນກ ຖວທ ແຂວງເຊິ່ງພະແນກ ຖວທ ແຂວງໄດ້ນໍາເອົາແຈ້ງການດັ່ງກ່າວໄປຈັດຕັ້ງຜັນຂະ ຫຍາຍລົງສູ່ຮາກຖານຢ່າງຕໍ່ເນື່ອງ . ພ້ອມນີ້ກໍ່ໄດ້ອໍານວຍຄວາມສະດວກໃຫ້ສື່ມວນຊົນໄດ້ເຄື່ອນໄຫວຕິດຕາມການນໍາຂອງແຂວງນັບແຕ່ໄດ້ມີການລະບາດຂອງພະຍາດໂຄວິດ-19 ຮອບທີ 02 ເປັນຕົ້ນມາໂດຍທາງການນໍາຂອງແຂວງກໍ່ບໍ່ໄດ້ລົດ ລະເມີນເສີຍເຊິ່ງໄດ້ແບ່ງຄວາມຮັບຜິດ ຊອບເຊິ່ງກັນ ແລະ ກັນໃນຄະນະປະຈໍາພັກແຂວງໃນການລົງຕິດຕາມ, ຊຸກຍູ້, ກວດກາເບິ່ງສະພາບການແຕ່ລະເມືອງໂດຍມີສື່ມວນຊົນທັງສາມສື່ຕິດຕາມເກາະຕິດສະຖານະການຢ່າງຕໍ່ເນື່ອງທັງເອົາຈິງເອົາຈັງ ແລະ ມີຄວາມເອົາໃຈໃສ່ສູງຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ ພ້ອມກັນນີ້ຍັງໄດ້ມອບໃຫ້ຂະແໜງຖະ ແຫຼງຂ່າວໃຫ້ນໍາເອົາແຈ້ງການແຕ່ລະສະ ບັບໄປຈັດຕັ້ງຜັນຂະຫຍາຍລົງສູ່ເມືອງເພື່ອໃຫ້ເມືອງກະຈາຍສຽງອອກໂດຍຜ່ານສະຖານີວິທະຍຸ ແລະ ໂທລະໂຄ່ງຂອງບ້ານຢ່າງຕໍ່ເນື່ອງພ້ອມທັງມີການຕິດຕາມໃຫ້ບັນດາເມືອງ ແລະ ບ້ານໄດ້ເຮັດໜ້າທີ່ເປັນກະບອກສຽງໃນການໂຄສະນາຢ່າງແຂງແຮງເພື່ອເຮັດໃຫ້ການໂຄສະນາຜົນຮ້າຍຂອງການລະບາດພະຍາດໂຄວິດ-19 ທາງວິທະຍຸຂອງເມືອງ ແລະ ໂທລະໂຄ່ງຂອງບ້ານໄດ້ເຂົ້າເຖິງພໍ່ແມ່ປະຊາຊົນຢ່າງກວ້ງຂວາງ ແລະ ທົ່ວເຖິງ .
ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນໄດ້ກ່າວຕື່ມວ່າ : ໃນໄລຍະຜ່ານມາພະແນກ ຖວທ ແຂວງແມ່ນໄດ້ເຫັນຄວາມສໍາຄັນໃນການໂຄສະນາເຊິ່ງພາຍໃນເທສະບານເມືອງທ່າແຂກເຫັນວ່າການໂຄສະນາຍັງບໍ່ທັນກວ້າງຂວາງເຊິ່ງທາງສື່ມວນຊົນຂອງພວກເຮົາແມ່ນຜ່ານທາງວິທະຍຸ , ໜັງສືພິມ , ເວັບໄຊຂອງໜັງສືພິມ ແລະ ໂທລະພາບຂອງແຂວງແຕ່ເຫັນວ່າຍັງບໍ່ທັນທົ່ວເຖິງເມື່ອເປັນດັ່ງນັ້ນທາງພະແນກຖວທ ແຂວງຈິ່ງໄດ້ມີການປັບປຸງຮູບແບບໃໝ່ໃນການໂຄສະນາໂດຍລະດົມເອົາໂທລະໂຄ່ງຈາກຫ້ອງວ່າການແຂວງ ແລະ ຈາກຜູ້ປະກອບການຈໍານວນໜຶ່ງມາຕິດຕັ້ງຂຶ້ນຢູ່ເສົາອັງແຕນຂອງສະຖານີວິທະຍຸໂດຍປິ່ນເຄື່ອງຂະຫຍາຍສຽງໄປ 04 ທິດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ໂດຍເປີດຄວບຄູ່ກັບການການກະຈາຍສຽງອອກອາກາດຂອງສະຖານີວິທະຍຸພາຍຫຼັງທີ່ມີການຈັດຕັ້ງປະຕິບັດວຽກງານນີ້ແລ້ວເຫັນວ່າພໍ່ແມ່ປະຊາຊົນໄດ້ມີຄວາມຕື່ນຕົວ ແລະ ມີຄວາມຮັບຮູ້ຢ່າງກວ້າງຂວາງກ່ຽວກັບການປ້ອງກັນ , ຄວບຄຸມ , ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການໃສ່ຜ້າອັດປາກ-ດັງ , ການຮັກສາໄລຍະຫ່າງ , ການລ້າງມືດ້ວຍສະບູ ແລະ ເຈວລ້າງມືເຫັນວ່າປະຊາຊົນໄດ້ປະຕິບັດ ແລະ ເຮັດໄດ້ດີ . ນອກຈາກວຽກງານສື່ມວນຊົນແລ້ວດ້ານວຽກງານທ່ອງທ່ຽວພວກເຮົາແມ່ນໄດ້ປະຕິບັດຕາມແຈ້ງການ ແລະ ຕາມລະບຽບໃນນັ້ນແຈ້ງການຂອງພະແນກ ຖວທ ແຂວງສະບັບເລກທີ 438 /ຖວທ , ລົງວັນທີ 13 ເມສາ 2021 ເຊິ່ງໄດ້ເຖິງຜູ້ປະກອບການໃຫ້ມີການຢຸດຕິແຕ່ຫົວທີ ( ນັບແຕ່ເລີ້ມທໍາອິດ ຫຼື ກ່ອນປີໃໝ່ລາວ ) ໂດຍໃຫ້ມີການຢຸດຕິຊົ່ວຄາວກ່ຽວກັບການບໍລິການຂອງຮ້ານບັນເທີງ , ຄາຣາໂອເກະ ,ຮ້ານກິນດື່ມ ແລະ ຮ້ານປີ້ງແກ້ມພ້ອມກັນນັ້ນແມ່ນຫ້າມບໍ່ໃຫ້ມີການຈັດງານລ້ຽງ,ງານດອງ , ງານພົບປະສ້າງສັນ ແລະ ງານບຸນປະເພນີຕ່າງໆຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາກໍ່ເຫັນວ່າຍັງມີຜູ້ປະກອບການຈໍານວນໜຶ່ງແມ່ນປະຕິບັດຕາມມາດຕະການທີ່ທາງການວາງອອກຍັງບໍ່ທັນເຂັ່ງຄັດ ແຕ່ພາຍຫຼັງມີຄໍາສັ່ງເລກທີ 15 / ນຍ ແລະ ຄໍາສັ່ງເລກທີ 02 /ຈຂຄມຈິ່ງໄດ້ມີການຢຸດຕິຢ່າງສິ້ນເຊີງ . ສໍາລັບວຽກງານວັດທະນະທໍາພວກເຮົາກໍ່ໄດ້ເຮັດແຈ້ງການເຖິງຜູ້ປະກອບການເຊັ່ນດຽວກັນເຖິງຜູ້ປະກອບການຈັດງານ ແລະ ຜູ້ປະກອບການດ້ານວົງດົນຕຣີໃຫ້ມີການຢຸດຕິການເສບໃນງານດອງ, ງານພົບປະສ້າງສັນ ແລະ ງານບຸນປະເພນີຕ່າງໆ . ໃນປະຈຸບັນນີ້ງານບຸນປະເພນີຂອງລາວເຮົາໃນເດືອນຫົກຄືບຸນບັ້ງໄຟເຊິ່ງງານປະເພນີບຸນບັ້ງໄຟປີນີ້ທາງການແມ່ນໄດ້ອອກຄໍາສັ່ງໃຫ້ຢຸດຕິບໍ່ໃຫ້ມີການຈັດງານທັງນີ້ກໍ່ເພື່ອຫຼີກລຽງຈາກການລະບາດຂອງພະຍາດໂຄວິດ-19 .
ທ່ານ ໄຊສົມບູນ ສຸວັນດາລາກໍ່ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງໂດຍສະເພາະພະ ນັກງານ , ທະຫານ ,ຕໍາຫຼວດ , ຜູ້ປະກອບການດ້ານການທ່ອງທ່ຽວຈົ່ງໄດ້ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຈ້ງການແຕ່ລະສະບັບທີ່ທາງສູນກາງກໍ່ຄືທາງແຂວງພວກເຮົາໄດ້ວາງອອກໃນແຕ່ລະໄລຍະເພື່ອຄວາມປອດໄພຂອງໝົດທຸກຄົນ ແລະ ຫວັງວ່າປະຊາຊົນຊາວແຂວງຄໍາມ່ວນຈະໃຫ້ການຮ່ວມມືກັບພະແນກ ຖວທ ແຂວງເພື່ອປ້ອງ ກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ເກີດຂຶ້ນອີກ . ສ່ວນວ່າຜູ້ປະກອບການດ້ານທຸລະກິດໂຮງແຮມ,ເຮືອນພັກ,ຮ້ານອາຫານ ແລະ ການທ່ອງທ່ຽວແມ່ນໃຫ້ມີຄວາມອົດທົນໄປນໍາກັນຖ້າຫາກວ່າສະຖານະການການລະບາດຂອງພະຍາດດັ່ງກ່າວມີການຜ່ອນຄາຍເບົາບາງລົງທາງລັດຖະບານເວົ້າລວມ,ເວົ້າສະເພາະການນໍາຂອງແຂວງກໍ່ຄືພະແນກ ຖວທ ແຂວງຈະໄດ້ມີການຜ່ອນຜັນໂຍະຍານໃຫ້ຜູ້ປະກອບການໄດ້ມີການສືບຕໍ່ດໍາເນີນການເຄື່ອນໄຫວທຸລະກິດຕໍ່ໄປ.
ຂ່າວ,ພາບ:ຖວທ,ແຂວງຄຳມ່ວນ

