ວັນທີ 11 ມີນາ 2022 ນີ້ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2021 ພ້ອມວາງທິດທາງແຜນການປີ 2022 ຂື້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ກົງຈັກ ສີສະຫວາດ ຫົວໜ້າພະ ແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ,ໃຫ້ກຽດເຂົ້າຮ່ວມມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື,ມີແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມທ່ານນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນ 1 ປີຜ່ານມາ,ວຽກງານຖະ ແຫຼງຂ່າວ ໄດ້ສືບຕໍ່ຍົກສູງບົດບາດຂອງຕົນ ແລະ ຮັກສາທິດກ້າວຂຶ້ນເປັນລໍ່າດັບ,ພ້ອມນັ້ນ ກໍໄດ້ປັບປຸງ ແລະ ພັດທະນາ ໃຫ້ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ເຊິ່ງຍາມໃດວຽກງານຖະແຫຼງຂ່າວ-ສື່ມວນຊົນ ກໍຍັງເປັນກະບອກສຽງອັນແຫຼມຄົມຂອງພັກ, ໄດ້ໂຄສະນາການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ດ້ວຍຫຼາຍຮູບແບບ ເຊັ່ນ: ລາຍການສົດ,ຜະລິດສະປອດໂຄສະນາ ແລະໂຄສະນາຜ່ານສື່ອອນລາຍ ແລະ ຜ່ານໂທລະໂຄ່ງ ຂັ້ນເມືອງ-ບ້ານ. ພ້ອມນີ້ ຍັງໄດ້ຕັ້ງໜ້າໂຄສະນາວາລະແຫ່ງຊາດ,ວັນສຳຄັນຕ່າງໆ ຂອງຊາດ ຂອງພັກ,ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ,ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກແຕ່ລະຂັ້ນ, ແຜນພັດທະນາເສດຖະກິດ 5 ປີແຫ່ງລັດຄັ້ງທີ 9 ຢ່າງກວ້າງ ຂວາງ,ວຽກງານວັດທະນະທໍາ ໄດ້ຕັ້ງໜ້າຟື້ນຟູ ສົ່ງເສີມ ແລະ ພັດທະ ນາວຽກງານວັດທະນະທໍາ ຕາມນະໂຍບາຍ ສ້າງຊີວິດວັດທະນະທໍາແຕ່ຮາກຖານ ເຊິ່ງສ້າງຄອບຄົວວັດທະນະທຳໄດ້ 1.713 ຄອບຄົວ ລື່ນແຜນການປີ 873 ຄອບຄົວ,ປະຈຸບັນທົ່ວແຂວງມີຄອບຄົວວັດທະນະທຳທັງໝົດ 23.340 ຄອບຄົວ ກວມເອົາ 85,6 %ຂອງຄອບຄົວທັງໝົດ, ສ້າງບ້ານວັດທະນະທຳໄດ້ 2 ບ້ານ,ທຽບໃສ່ແຜນການປີໄດ້ພຽງ 40%,ວຽກງານທ່ອງທ່ຽວ ໄດ້ດໍາເນີນໄປໃນເງື່ອນໄຂຜົນສໍາເລັດ ແລະ ຂໍ້ຈໍາກັດຫຼາຍດ້ານ ເປັນຕົ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດໍາເນີນທຸລະກິດບໍລິການທ່ອງທ່ຽວ ທົ່ວແຂວງ ມີແຫຼ່ງທ່ອງທ່ຽວດ້ານທຳມະຊາດ 39 ແຫ່ງ,ທາງດ້ານວັດທະນະທຳ 19 ແຫ່ງ,ປະ ຫວັດສາດ 12 ແຫ່ງ, ມີຫົວໜ່ວຍທຸລະກິດບໍລິການທັງໝົດ 157 ຫົວໜ່ວຍ,ມີບໍລິສັດທ່ອງທ່ຽວ 3 ຫົວໜ່ວຍ,ໂຮງແຮມ 20 ແຫ່ງ,ຣີສອດ 1 ແຫ່ງ,ເຮືອນພັກ 34 ຫຼັງ,ຮ້ານອາຫານ 62 ຮ້ານ,ຮ້ານກິນດື່ມ 36 ຮ້ານ,ຮ້ານບັນເທິງ 1 ຫົວໜ່ວຍ ໄດ້ຕ້ອນຮັບນັກທ່ອງ ທ່ຽວພາຍໃນມີ 17.539 ຄົນ, ທຽບໃສ່ແຜນປີໄດ້ພຽງ 9,82% ແລະ ກະຈ່າຍລາຍຮັບໄດ້ 6 ຕື້ກວ່າກີບ,ທຽບໃສ່ແຜນປີບັນລຸໄດ້ພຽງ 9,40 %.
ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ສຸມໃສ່ປະກອບຄໍາເຫັນ ເພື່ອເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນປີ 2022 ນີ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ: ວັດທະນາ


