ວັນທີ 7 ກັນຍາ 2022 ນີ້ ພະແນກ ຮສສ ແຂວງອຸດົມໄຊ ນໍາໂດຍທ່ານ ນາງ ໄຊສະຫວັນ ນັນທະໄຊ ຫົວຫນ້າພະແນກ ຮສສ ແຂວງອຸດົມໄຊ ພ້ອມດ້ວຍວິຊາການ ໄດ້ນຳເອົາສັງກະສີ, ເຫລັກຕະປູ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນຫນຶ່ງ ເຊິ່ງປະກອບມີ: ຜ້າຫົ່ມ, ສາດ, ຄຸ, ຊາມ ແລະ ອື່ນໆ ລົງມອບໃຫ້ການນຳເມືອງນາຫມໍ້ ແຂວງອຸດົມໄຊ.
ເມືອງນາຫມໍ້ ແຂວງອຸດົມໄຊ ເປັນເມືອງຫນຶ່ງທີ່ໄດ້ຮັບຜົນກະທົບຈາກໄພນໍ້ຳຖ້ວມ ໃນຄັ້ງວັນທີ 26 ສິງຫາ ຜ່ານມາ ເຊິ່ງມີ 49 ຫລັງຄາເຮືອນ ທີ່ໄດ້ຮັບຜົນເສຍຫາຍຫນັກຫນ່ວງ ໂດຍສະເພາະແມ່ນ ເຮືອນເປ່ເພ່,ຖືກນ້ຳເຊາະໄຫລ ແລະ ດິນເຊາະເຈື່ອນ. ດັ່ງນັ້ນ, ສັງກະສີ,ເຫລັກຕະປູ ແລະເຄື່ອງໃຊ້ ທີ່ພະແນກ ຮສສ ນຳມາມອບໃຫ້ການນຳເມືອງ ເພື່ອສືບຕໍ່ມອບໃຫ້ປະຊາຊົນ ໃນຄັ້ງນີ້ ແມ່ນເປັນການແກ້ໄຂ ສຸກເສີນ ທັງເປັນການຊ່ວຍເຫລືອ ແລະ ບັນເທົ່າທຸກ ສະເພາະເບື້ອງຕົ້ນ ແລະ ເນັ້ນສະເພາະຜູ້ທີ່ໄດ້ຮັບຜົນກະທົບຫນັກເທົ່ານັ້ນ ສ່ວນຜູ້ທີ່ໄດ້ຮັບຜົນກະທົບໜ້ອຍ ແມ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອໃນຂັ້ນຕອນຕໍ່ໄປ. ສັງກະສີ ທີ່ນໍາໄປມອບ ມີທັງຫມົດ 2.240 ແຜ່ນ, ເຫລັກຕະປູຫມວກ 322 ກັບ, ເຫລັກຕະປູທົ່ວໄປ ຄອບຄົວລະ 5 ກິໂລ, ເຄື່ອງໃຊ້ ຈຳນວນ 49 ຊຸດ ແລະ ໄລຍະຜ່ານມາ ຍັງໄດ້ມອບ ເຂົ້າສານ ຈຳນວນ 49 ເປົາ ( ເປົາລະ 50 ກິໂລ ) ໃຫ້ປະຊາຊົນ ຈຳນວນ 49 ຄອບຄົວ. ວັດສະດຸ ແລະ ເຄື່ອງໃຊ້ຈໍານວນດັ່ງກ່າວ ແມ່ນໄດ້ມາຈາກກອງທຶນ ຄຸ້ມຄອງໄພພິບັດແຫ່ງຊາດ ແລະ ກອງທຶນຄຸ້ມຄອງໄພພິບັດຂອງແຂວງ. ໃຫ້ກຽດຮັບໂດຍທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງໆນາຫມໍ້ ໂດຍມີຫົວຫນ້າຫ້ອງການ ຮສສ ເມືອງນາຫມໍ້ ແລະ ວິຊາການ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງນາຫມໍ້ ໄດ້ສະແດງຄວາມຂອບໃຈ ມາຍັງ ພະແນກ ຮສສ ທີ່ນຳເອົາເຄື່ອງລົງມາມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢູ່ເມືອງນາຫມໍ້ ໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອຈາກພາກສ່ວນຕ່າງໆຕື່ມອີກ. ການລົງເຄື່ອນໄຫວມອບເຄື່ອງຊ່ວຍເຫລືອສຸກເສີນ ເພື່ອບັນເທົ່າທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຫນັກຫນ່ວງຢູ່ໃນ 3 ເມືອງ ແມ່ນສຳເລັດເປັນທີ່ຮຽບຮ້ອຍແລ້ວ ສ່ວນຜູ້ທີ່ໄດ້ຮັບຜົນກະທົບໜ້ອຍແມ່ນຍັງສືບຕໍ່ເກັບກຳຂໍ້ມູນ ເພື່ອຊ່ວຍເຫລືອໃນຂັ້ນຕອນຕໍ່ໄປ.
ຂ່າວ: ຄານມະນີ ຮຽນດໍຈັນ
Loading...