ຕອນເຊົ້າວັນທີ 29 ມິຖຸນາຜ່ານມານີ້, ພິທີປະດັບ “ຫຼຽນໄຊ 1 ກໍລະກົດ” ຢູ່ຫໍສະພາປະຊາຊົນຈີນໄດ້ຈັດຂຶ້ນຢ່າງຄຶກຄື້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ໃຫ້ກຽດປະດັບ “ຫຼຽນໄຊ 1 ກໍລະກົດ” ທີ່ເປັນຫຼຽນກຽດຕິຍົດສູງສຸດພາຍໃນພັກໃຫ້ແກ່ 29 ທ່ານ.
ໃນຈຳນວນ 29 ທ່ານ, ມີທ່ານວາງຈ້ານຊານ ນັກຮົບເກົ່າທີ່ພິລະອາດຫານ, ມີທ່ານລູ້ຢວນຈິວ ນາຍຊ່າງຜູ້ດີເລີດ, ມີທ່ານນາງຈ່າງກຸ້ຍເໝີຍ ຄູສອນທີ່ໄດ້ອຸທິຕົນເປັນເວລາ 40 ກວ່າປີ ເພື່ອນັກຮຽນເພດຍິງທີ່ເຂດພູດອຍທີ່ຫ່າງໄກສອກຫຼີກ, ມີທ່ານເສິນຫົງຈຸ່ນ ນັກຮົບທີ່ໄດ້ປ້ອງກັນອະທິປະໄຕ ແລະ ຜືນແຜ່ນດິນ ດ້ວຍຊີວິດຂອງຕົນ, ຍັງມີທ່ານຮວງຕ້າຟາ ຜູ້ທີ່ນຳພາຊາວບ້ານທັງຫຼາຍຂຸດ “ຄອງນ້ຳຊີວິດ” ຢູ່ຕາມຜາຫີນທີ່ສູງຊັນ. “ຫຼຽນໄຊ 1 ກໍລະກົດ” 29 ຫຼຽນຄືການຈາລຶກຜົນງານດີເດັ່ນ ແລະ ກຽດຕິຍົດຂອງພວກເພິ່ນ, ທັງໄດ້ສ່ອງແສງໃຫ້ເຫັນເຖິງຄຸນສົມບັດ ແລະ ຈິດໃຈອັນສູງສົ່ງຂອງຊາວກອມມູນິດ. ເລື່ອງລາວການສູ້ຊົນຜ່ານຜ່າຂອງພວກເພິ່ນໄດ້ເປັນແບບຢ່າງໃຫ້ແກ່ສະມາຊິກພັກກອມມູນິດຈີນ 90 ກວ່າລ້ານຄົນ ແລະ ກໍໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈບໍ່ລືມອຸດົມການແຕ່ຫົວທີຂອງຊາວກອມມູນິດຈີນ.
ກຽດຕິຍົດສູງສຸດພາຍໃນພັກເປັນຂອງສະມາຊິກພັກທຳມະດາສາມັນ ທີ່ໄດ້ເຮັດວຽກງານທີ່ບໍ່ທຳມະດາ ແລະ ກໍເປັນຂອງສະມາຊິກພັກທຸກຄົນທີ່ໄດ້ສູ້ຊົນຜ່ານຜ່າ ແລະ ອຸທິຕົນ ເພື່ອພັກເຊັ່ນດຽວກັນ.
ໃນຂະນະທີ່ມອບ “ຫຼຽນໄຊ 1 ກໍລະກົດ” ໃຫ້ຜູ້ໄດ້ຮັບຫຼຽນໄຊນັ້ນ, ສະມາຊິກພັກ ທີ່ມີອາຍຸພັກຫຼາຍກວ່າ 50 ປີ ແລະ ປະຕິບັດຕົນເປັນຢ່າງທີ່ດີ 7,1 ລ້ານກວ່າຄົນໃນທົ່ວປະເທດຈີນ ກໍໄດ້ຮັບ “ຫຼຽນລະນຶກການເປັນສະມາຊິກພັກ 50 ປີຢ່າງສົມກຽດ” ຈາກຄະນະກຳມະການສູນກາງພັກກອມມູນິດຈີນ. ນີ້ກໍເປັນຄັ້ງທຳອິດໃນປະຫວັດສາດຂອງພັກ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ: ຄະນະກຳມະການສູນກາງພັກມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນການເຊີດຊູກຳລັງໃຈ ໃຫ້ສະມາຊິກພັກຜູ້ອາວຸໂສ, ເປັນກຽດຕິຍົດທີ່ບໍ່ທຳມະດາເຊັ່ນກັນ.
ສະມາຊິກພັກອາວຸໂສທີ່ໄດ້ຮັບ “ຫຼຽນລະນຶກການເປັນສະມາຊິກພັກ 50 ປີຢ່າງສົມກຽດ” ກໍແມ່ນສະມາຊິກທຳມະດາ ແຕ່ພັດໄດ້ຮັບຄວາມເຄົາລົບນັບຖືຈາກຄົນທັງຫຼາຍ. ພວກເພິ່ນອາດຈະບໍ່ໄດ້ເຂົ້າຮ່ວມໃນເຫດການໃຫຍ່ທີ່ສຳຄັນສຳຄັນ, ບໍ່ໄດ້ເຂົ້າຮ່ວມການຕໍ່ສູ້ແບບອົງອາດກ້າຫານ ຫຼືເສຍສະຫຼະຊີວິດເພື່ອປະເທດຊາດ, ແຕ່ພວກເພິ່ນໄດ້ປະຕິບັດຕົນເປັນຢ່າງດີໃນຖານະຄົນທຳມະດາມາເປັນເວລາຫຼາຍສິບປີ ແລະ ເປັນແບບຢ່າງທາງຈິດໃຈໃຫ້ແກ່ຊາວກອມມູນິດ.
ທ່ານເລຂາທິການໃຫຍ່ສີຈິ້ນຜິງເຄີຍກ່າວວ່າ: “ໜ້າທີ່ຂອງຊາວກອມມູນິດລຸ້ນພວກເຮົານີ້, ກໍແມ່ນສືບຕໍ່ຂຽນປະຫວັດສາດໜ້າໃໝ່ດ້ວຍການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຕໍ່ໄປ!” ຖ້າຢາກຊຸກຍູ້ປະເທດຈີນໃຫ້ກ້າວໄປໜ້າເລື້ອຍໆ, ຕ້ອງການຫຼາຍເຊັ່ນຄົນແລ່ນຕໍ່ໄມ້ຫຼືສືບທອດ ແລະ ສູ້ຊົນຜ່ານຜ່າຢ່າງບໍ່ຢຸດຢັ້ງ. ໃນນີ້, ບໍ່ພຽງແຕ່ມີສະມາຊິກພັກຜູ້ດີເດັ່ນ ທີ່ໄດ້ຮັບ “ຫຼຽນໄຊ 1 ກໍລະກົດ” ເທົ່ານັ້ນ, ຍັງມີສະມາຊິກພັກອາວຸໂສທີ່ໄດ້ຮັບ “ຫຼຽນລະນຶກການເປັນສະມາຊິກພັກ 50 ປີຢ່າງສົມກຽດ”, ຍັງມີສະມາຊິກພັກ 95 ລ້ານກວ່າຄົນທີ່ສູ້ຊົນຜ່ານຜ່າໃນຂະແໜງການຕ່າງໆໃນທົ່ວປະເທດຈີນອີກດ້ວຍ.
ເມື່ອກ້າວເຂົ້າສູ່ຍຸກໃໝ່, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ, ພາຍໃຕ້ຄວາມພະຍາຍາມຂອງສະມາຊິກພັກກອມມູນິດຈີນທີ່ໄດ້ເຂົ້າຮ່ວມພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ພວກເຮົາຍ່ອມຈະສາມາດບັນລຸເປົ້າໝາຍໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນໄດ້.


