ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ເປັນຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງການປະຕິວັດລາວ, ເປັນຜູ້ທີ່ນຳພາປະຊາຊົນລາວບັນດາເຜົ່າຂຽນປະຫວັດສາດຍຸກໃໝ່ອັນສະຫວ່າງສະໄຫວຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບວັນສ້າງຕັ້ງ 68 ປີ ໃນວັນທີ 22 ມີນາ 2023,ນັບຕັ້ງແຕ່ມີການກຳເນີດເກີດຂຶ້ນ ພັກໄດ້ວາງໂຄງການການເມືອງອັນຖືກຕ້ອງ, ນຳພາຕໍ່ສູ້ປົດປ່ອຍຊາດ, ສ້າງລັດປະຊາທິປະໄຕປະຊາຊົນລາວຂຶ້ນ. ປັດຈຸບັນ, ແມ່ນພວມນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX,ຕິດພັນກັບ 2 ວາລະແຫ່ງຊາດ.
ສຈ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມິນາ ວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກທີ່ໄດ້ກໍ່ສ້າງ, ອົບຮົມບົ່ມສອນ,ໃຫ້ໂອກາດຂ້າພະເຈົ້າໄດ້ຝຶກຝົນຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ ກາຍເປັນນັກວິຊາການທີ່່ດີ, ມີລະດັບວິຊາສະເພາະອັນແນ່ນອນ, ໄດ້ຮັບຄວາມໄວ້ວາງໃຈ,ຖືກມອບໝາຍ ໃຫ້ເປັນຜູ້ຄຸ້ມຄອງ-ບໍລິຫານວຽກງານອັນສຳຄັນຂອງຊາດ.ໝາກຜົນອັນສຳຄັນນີ້, ແມ່ນຍ້ອນມີພັກນຳພາ-ຊີ້ທິດເຍືອງທາງ, ຍ້ອນມີຄະນະນຳຂອງພັກລຸ້ນອາວຸໂສ, ມີເພື່ອນສະຫາຍສະມາຊິກພັກ ທີ່ໄດ້ເອົາໃຈໃສ່ອຸ້ມຊູຊ່ວຍເຫຼືອຢ່າງຈິງໃຈ, ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນຈຶ່ງເຮັດໃຫ້ຂ້າພະເຈົ້າພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.
­ ເວົ້າສະເພາະວຽກງານທີ່ຂ້າພະເຈົ້າຮັບຜິດຊອບຢູ່ກະຊວງສາທາລະນະສຸກ,ໂດຍສະເພາະໃນບັ້ນຕໍ່ສູ້ກັບສັດຕູໂຕຮ້າຍກາດ, ການຕອບໂຕ້ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນຊຸມປີ 2020-2021 ນັ້ນ,ຍ້ອນມີການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານປະເທດເຮົາ ສາມາດຜ່ານຜ່າວິກິດນັ້ນໄດ້, ມີຜູ້ຕິດເຊື້ອ ແລະ ເສຍຊີວິດໜ້ອຍກວ່າໝູ່ໃນບັນດາປະເທດອາຊຽນ ເຊິ່ງເປັນການປົກປ້ອງຊີວິດ-ຊັບສິນຂອງພໍ່ແມ່ປະຊາຊົນ, ສັງຄົມລາວມີຄວາມສາມັກຄີເປັນປືກແຜນແໜ້ນໜາ, ພັກ ແລະ ລັດຖະບານໄດ້ປົກປ້ອງຜົນປະໂຫຍດລວມຂອງຊາດ ຊື່ງແມ່ນວັດຖຸປະສົງອັນຕົ້ນຕໍຂອງພັກ.
­ ປັດຈຸບັນ ພັກ ແລະ ລັດຖະບານ ບໍ່ສະ ເພາະແຕ່ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ວຽກງານກາແດງ ທີ່ເປັນວຽກທີ່ສຳຄັນ ໃນການປະຕິບັດນະໂຍບາຍມະນຸດສະທຳຂອງພັກ-ລັດເຮົາເທົ່ານັ້ນ, ແຕ່ຍັງໃຫ້ການສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ປະກອບບຸກຄະລາກອນ, ພາຫະ ນະ, ອຸປະກອນ, ພື້ນຖານໂຄງລ່າງ ແລະ ງົບປະມານຈຳນວນໜຶ່ງ ເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ, ພ້ອມທັງໄດ້ປຸກລະດົມທຸກພາກສ່ວນໃນສັງຄົມໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນວຽກງານກາແດງລາວ, ປົກ ປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເຂົ້າຮ່ວມເຄື່ອນໄຫວວຽກງານກາແດງລາວຢ່າງສະໝໍ່າສະເໝີ.
­ ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າຂໍສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນຢ່າງສູງຕໍ່ພັກປະຊາຊົນປະຕິວັດລາວ, ຂໍປະຕິຍານວ່າ ຈະຊື່ສັດບໍລິສຸດ , ຈົງຮັກພັກດີຕໍ່ອຸດົມ ການຂອງພັກ, ປົກປັກຮັກສາຄວາມສາ ມັກຄີ ເປັນເອກະພາບພາຍໃນພັກ, ຈະອຸທິດເຫື່ອແຮງສະຕິປັນຍາຂອງຕົນ ນຳພາພະນັກງານ ແລະ ອາສາສະໝັກກາແດງລາວ ຕັ້ງໜ້າປະຕິບັດວຽກງານມະ ນຸດສະທຳຂອງອົງການກາແດງແຫ່ງຊາດລາວ ໃຫ້ພັດທະນາເຂັ້ມແຂງຂຶ້ນໄປເລື້ອຍໆ ຕາມແນວທາງຂອງພັກປະຊາຊົນປະ ຕິວັດລາວ.
­ ຂໍອວຍພອນໄຊ ອັນປະເສິດ ໃຫ້ຜູ້ນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນຳພາປະເທດຊາດໃຫ້ຫຼຸດພົ້ນຈາກປະເທດດ້ອຍພັດທະນາໃນເວລາອັນໃກ້ນີ້.
­ ຂໍອວຍພອນໄຊ ອັນປະເສິດ ໃຫ້ພະ ນັກງານ, ທະຫານ, ຕຳຫຼວດ- ພໍ່ແມ່ປະຊາຊົນລາວບັນດາເຜົົ່າ ຈົ່ງມີສຸຂະພາບແຂງແຮງ, ສາມັກຄີປອງດອງຢູ່ພາຍໃຕ້ການນຳພາຂອງພັກ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.